ສະພາທິດສະດີສູນກາງພັກຈັດກອງປະຊຸມປະກອບຄຳຄິດເຫັນເຂົ້າໃສ່ຮ່າງເນື້ອໃນບົດຄົ້ນຄວ້າ 9 ປະຖົມປັດໄຈກ້າວເດີນສູ່ສັງຄົມນິຍົມ ( ຮ່າງສະບັບທີ 1 )

ສະພາທິດສະດີສູນກາງພັກຈັດກອງປະຊຸມປະກອບຄຳຄິດເຫັນເຂົ້າໃສ່ຮ່າງເນື້ອໃນບົດຄົ້ນຄວ້າ 9 ປະຖົມປັດໄຈກ້າວເດີນສູ່ສັງຄົມນິຍົມ ( ຮ່າງສະບັບທີ 1 )

    ໃນຕອນບ່າຍວັນທີ 30 ມີນາ 2022 ທີ່ຫ້ອງປະຊຸມສະພາທິດສະດີສູນກາງພັກ ໄດ້ຈັດກອງປະຊຸມປະກອບຄຳຄິດເຫັນເຂົ້າໃສ່ຮ່າງເນື້ອໃນບົດຄົ້ນຄວ້າ 9 ປະຖົມປັດໄຈກ້າວເດີນສູ່ສັງຄົມນິຍົມ ( ຮ່າງສະບັບທີ 1 ) ພາຍໃຕ້ການເປັນປະທານຂອງ ສະຫາຍ ຄຳພັນ ເຜີຍຍະວົງ ເລຂາທິການສູນກາງພັກ, ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ປະທານສະພາທິດສະດີສູນກາງພັກ ມີຮອງປະທານສະພາທິດສະດີສູນກາງພັກ ແລະ ສະມາຊິກສະພາທິດສະດີສູນກາງພັກເຂົ້າຮ່ວມຢ່າງພ້ອມພຽງ.

    ໃນກອງປະຊຸມບັນດາທ່ານທີ່ເຂົ້າຮ່ວມໃນກອງປະຊຸມໄດ້ພ້ອມກັນປະກອບຄຳຄິດຄຳເຫັນ ໃສ່ຮ່າງເນື້ອໃນບົດຄົ້ນຄວ້າ 9 ປະຖົມປັດໄຈກ້າວເດີນສູ່ສັງຄົມນິຍົມ (ຮ່າງສະບັບທີ 1) ຢ່າງກົງໄປກົງມາ ເພື່ອເຮັດໃຫ້ເນື້ອໃນມີຄວາມອຸດົມສົມບູນ, ສອດຄ່ອງ ແລະ ຖືກຕ້ອງ ຕາມລັກສະນະວິທະຍາສາດ ໂດຍສະເພາະ ແມ່ນພື້ນຖານທາງດ້ານທິດສະດີ ແລະ ພຶດຕິກຳການຈັດຕັ້ງປະຕິບັດ 9 ປະຖົມປັດໄຈ ເພື່ອກ້າວເດີນສູ່ຈຸດໝາຍສັງຄົມນິຍົມ ໃນໄລຍະຜ່ານມາ, ການຕີລາຄາຜົນສຳເລັດລວມ, ກ່ຽວກັບການສ້າງສັງຄົມນິຍົມຢູ່ປະເທດລາວເຮົາ ຕາມແນວທາງຂອງພັກປະຊາຊົນປະຕິວັດລາວ, ລັດທິມາກ-ເລນິນ, ແນວຄິດ ໄກສອນ ພົມວິຫານ, ສາເຫດທີ່ພາໃຫ້ມີຂໍ້ຄົງຄ້າງ ແລະ ຂໍ້ຫຍຸ້ງຍາກ ແລະ ບັນດາທ່າແຮງບົ່ມຊ້ອນ ທີ່ເປັນພື້ນຖານໃຫ້ແກ່ການສ້າງປະຖົມປັດໄຈກ້າວຂຶ້ນສັງຄົມນິຍົມຢ່າງໜັກແໜ້ນ.

    ໃນຕອນທ້າຍພິທີ ປະທານກອງປະຊຸມໄດ້ສະຫຼຸບ ແລະ ມີຄຳເຫັນບາງຈຸດເນັ້ນໜັກໃຫ້ສະມາຊິກ ສທພ ຈົ່ງສືບຕໍ່ຍົກສູງຄວາມສາມາດໃນການປະຕິບັດພາລະບົດບາດ, ເອົາໃຈໃສ່ຍົກສູງປະສິດທິພາບໃນການຄົ້ນຄວ້າທິດສະດີ ແລະ ພຶດຕິກຳ, ສູ້ຊົນເຮັດໃຫ້ສຳເລັດຕາມແຜນດຳເນີນງານປີ 2022 ແລະ ຄວາມຮຽກຮ້ອງຕ້ອງການຂອງວຽກງານທິດສະດີໃນໄລຍະໃໝ່, ເສີມຂະຫຍາຍຫົວຄິດປະດິດສ້າງຢ່າງກວ້າງຂວາງຂອງຖັນແຖວພະນັກງານ ເພື່ອຕອບສະໜອງຂໍ້ມູນໃຫ້ແກ່ສູນກາງພັກ ພ້ອມທັງປະຕິບັດແຜນການວຽກງານຂອງສະພາທິດສະດີສູນກາງພັກໃຫ້ບັນລຸຜົນສຳເລັດດີກວ່າເກົ່າ.