ບໍລິສັດ ເທບວົງສາ ພາວເວີ ຈຳກັດ ແລະ ບໍລິສັດ ຈີໂລ ໂຄໂປເລຊັນຈຳກັດ ຮ່ວມກັນມອບຄອມພິວເຕີໃຫ້ແກ່ຄະນະໂຄສະນາອົບຮົມສູນກາງພັກ

ບໍລິສັດ ເທບວົງສາ ພາວເວີ ຈຳກັດ ແລະ ບໍລິສັດ ຈີໂລ ໂຄໂປເລຊັນຈຳກັດ ຮ່ວມກັນມອບຄອມພິວເຕີໃຫ້ແກ່ຄະນະໂຄສະນາອົບຮົມສູນກາງພັກ

    ໃນຕອນບ່າຍວັນທີ 31ມີນາ 2022 ທີ່ຫ້ອງຮັບແຂກຄະນະໂຄສະນາອົບຮົມສູນກາງພັກ(ຫຼັກ6) ທ່ານ ຄຳປະສິດ ເທບວົງສາປະທານ ບໍລິສັດ ເທບວົງສາ ພາວເວີ ຈຳກັດ ແລະ ທ່ານ ນາງ ລັດປະໄພ ເຫລືອງແຈ່ມ ປະທານ ບໍລິສັດ ຈີໂລ ໂຄໂປເລຊັນຈຳກັດ ໄດ້ມອບເຄື່ອງຄອມພິວເຕີຈຳນວນ 3 ຊຸດມູນຄ່າ 15,000,000 ກີບໃຫ້ແກ່ຄະນະໂຄສະນາອົບຮົມສູນກາງພັກໃຫ້ກຽດຮັບໂດຍ ທ່ານ ນາງ ວິລະວອນ ພັນທະວົງ ຄະນະປະຈຳພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກເຂົ້າຮ່ວມເປັນສັກຂີພະຍານມີຫົວໜ້າກົມ, ຮອງຫົວໜ້າກົມ ແລະ ຫົວໜ້າພະແນກທີ່ກ່ຽວຂ້ອງ.

    ໃນພິທີ ທ່ານ ຄຳປະສິດ ເທບວົງສາ ກ່າວວ່າ: ຂ້າພະເຈົ້າ ຮູ້ສຶກດີໃຈ ແລະ ເປັນກຽດຢ່າງສູງ ທີ່ໄດ້ເປັນສ່ວນໜຶ່ງທີ່ໃຫ້ການຊ່ວຍເຫຼືອປະກອບສ່ວນເຂົ້າໃນວຽກງານຂອງພັກເວົ້າລວມ ເວົ້າສະເພະາກໍແມ່ນວຽກງານໂຄສະນາອົບຮົມໃນໄລຍະໃໝ່ ແລະ ໃນໂອກາດນີ້, ທ່ານ ນາງ ວີລະວອນ ພັນທະວົງ ຄະນະປະຈຳພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ໄດ້ສະແດງຄວາມຂອບໃຈ ຕໍ່ 2 ບໍລິສັດທີ່ໃຫ້ການສະໜັບສະໜູນອຸປະກອນດັ່ງກ່າວ ເຊິ່ງຈະຊ່ວຍຍົກສູງຄຸນນະພາບວຽກງານໂຄສະນາອົບຮົມ ໂດຍສະເພາະແມ່ນບັນດາແຂວງທ້ອງຖິ່ນທີ່ຍັງຂາດເຂີນອຸປະກອນເອເລັກໂຕຼນິກ ເພື່ອຮັບໃຊ້ໃນການເຄື່ອນໄຫວວຽກງານໂຄສະນາອົບຮົມໃຫ້ມີຄວາມທັນສະໄໝ, ວ່ອງໄວ. ຫຼັງຈາກນັ້ນຄະນະນຳຄະນະໂຄສະນາອົບຮົມສູນກາງພັກກໍໄດ້ມອບໃບກຽດຕິຄຸນໃຫ້ແກ່ທັງສອງບໍລິສັດທີ່ໄດ້ປະກອບສ່ວນຊ່ວຍເຫຼືອອຸປະກອນຄອມພິວເຕີເພື່ອໄປຊ່ວຍເຫຼືອບັນດາແຂວງ ແລະ ເມືອງຢູ່ພາກເໜືອ.