ກົມອົບຮົມ ຄະນະໂຄສະນາອົບຮົມສູນກາງພັກ ພົບປະ-ແລກ ປ່ຽນບົດຮຽນ ກັບ ກົມອົບຮົມ ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ເພື່ອປັບປຸງເອກະສານອົບຮົມຊາວໜຸ່ມ.

ກົມອົບຮົມ ຄະນະໂຄສະນາອົບຮົມສູນກາງພັກ ພົບປະ-ແລກປ່ຽນບົດຮຽນກັບ ກົມອົບຮົມ ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ເພື່ອປັບປຸງເອກະສານອົບຮົມຊາວໜຸ່ມ.

     ໃນຕອນເຊົ້າ ວັນທີ 27/4/2022 ກົມອົບຮົມ ຄະນະໂຄສະນາອົບຮົມສູນກາງພັກ ໄດ້ຈັດກອງປະຊຸມພົບປະ-ແລກປ່ຽນບົດຮຽນ ກັບ ກົມອົບຮົມ ສູນ ກາງຊາວໜຸ່ມປະຊາຊົນປະຕິວັດລາວ. ກົມອົບຮົມ ສູນກາງຊາວໜຸ່ມມີຜູ້ເຂົ້າຮ່ວມ 6 ທ່ານ ຄື: ທ່ານ ນ. ແກ້ວອຸດອນ ແສງມະນີວົງ ຄະນະພັກ ຫົວໜ້າກົມອົບຮົມຊາວໜຸ່ມ, ທ່ານ ຢ່າງປາວ ປ່າເຢ້ວື່ ຮອງຫົວໜ້າກົມ, ທ່ານ ບັນດິດ ປານທອງຈັນ ຮອງຫົວໜ້າກົມ, ທ່ານ ຄໍາສີ ສີຫາວົງ ຫົວໜ້າພະແນກ, ທ່ານ ຈັນພອນ ຊົ່ງເລັ່ງວ່າງ ຫົວໜ້າພະແນກ ແລະ ທ່ານ ນ. ວິກກີ້ ສີສົມບັດ ວິຊາການ; ກົມອົບຮົມ ຄະນະໂຄສະນາອົບຮົມສູນກາງພັກ ມີຜູ້ເຂົ້າຮ່ວມ 8 ທ່ານ ຄື: ທ່ານ ຄໍາເຄນ ຈັນທະວົງ ຫົວໜ້າກົມອົບຮົມ, ທ່ານ ນ. ກີຄໍາ ແກ່ນມະນີ ຫົວໜ້າພະແນກ, ທ່ານ ສຸກິນດາ ທອງດາລາ ຮອງຫົວໜ້າພະແນກ, ທ່ານ ນ. ວັນ ນະທອນ ວົງລະຄອນ ຮອງຫົວໜ້າພະແນກ, ທ່ານ ນ. ອໍາພອນ ຄອນສະຫວັນ ຮອງຫົວໜ້າພະແນກ, ທ່ານ ພູໄຊ ບຸນມີຈິດ ຮອງຫົວໜ້າພະແນກ, ທ່ານ ນ. ສົມສະໄຫວ ສີທາສັກ ວິຊາການ ແລະ ທ່ານ ໃຈແກ້ວ ສີບຸນເຮືອງ ວິຊາການ.
      ການພົບປະແລກປ່ຽນບົດຮຽນໃນຄັ້ງນີ້ ແນ່ໃສ່ສ້າງ ແລະ ປັບປຸງເອກະສານອົບຮົມຊາວໜຸ່ມ ໃຫ້ມີເນື້ອໃນຈະແຈ້ງ, ຮັດກຸມ, ແທດເໝາະກັບສະພາບ ການຕົວຈິງໃນປັດຈຸບັນ; ພ້ອມກັນນັ້ນ ກໍໄດ້ປຶກສາຫາລື ແລະ ແລກປ່ຽນທາງດ້ານກົງຈັກການຈັດຕັ້ງ ຊຶ່ງທັງສອງກົມ ມີພາລະບົດບາດ ແລະ ໜ້າທີ່ຄ້າຍຄືກັນ ເຊິ່ງແຕ່ລະຝ່າຍໄດ້ພັດປ່ຽນກັນລາຍງານສະພາບການເຄື່ອນໄຫວຈັດຕັ້ງປະຕິບັດວຽກງານໃນໄລຍະຜ່ານມາ ມີອັນພົ້ນເດັ່ນ, ຂໍ້ສະດວກ, ຂໍ້ຫຍຸ້ງຍາກ, ດ້ານຄົງຄ້າງ ແລະ ວິທີການແກ້ໄຂ; ຮູບແບບ ແລະ ວິທີການຈັດຕັ້ງອົບຮົມໃຫ້ເປົ້າໝາຍຕ່າງໆ ແລະ ບັນດາເນື້ອໃນເອກະສານທີ່ນໍາໃຊ້ອົບຮົມ.

     ທັງສອງກົມພ້ອມກັນຕີລາຄາສູງຕໍ່ ການພົບປະແລກປ່ຽນບົດຮຽນຄັ້ງນີ້ ແລະ ເປັນປະໂຫຍດຫຼາຍ ຕໍ່ການປັບປຸງເນື້ອໃນເອກະສານອົບຮົມຊາວໜຸ່ມ, ການເຄື່ອນໄຫວວຽກງານອົບຮົມ ເພື່ອສ້າງການຫັນປ່ຽນດ້ານຄຸນນະພາບ; ພ້ອມກັນນັ້ນ ທັງສອງກົມມີຄວາມເປັນເອກະພາບໃຫ້ສືບຕໍ່ແລກປ່ຽນບົດຮຽນນໍາກັນອີກ ໃນຕໍ່ໜ້າໂດຍສະເພາະແມ່ນການປັບປຸງເອກະສານອົບຮົມຊາວໜຸ່ມ, ການຝຶກອົບຮົມວິຊາສະເພາະໃຫ້ພະນັກງານພາຍໃນກົມ, ການສະໜອງຂໍ້ມູນ, ເອກະສານໃຫ້ກັນ. ຖ້າເປັນໄປໄດ້ຢາກໃຫ້ມີການສົມທົບກັນ ລະຫວ່າງສອງກົມ ໃນເວລາລົງໄປຈັດຕັ້ງອົບຮົມໃຫ້ປະຊາຊົນຢູ່ທ້ອງຖິ່ນ-ຮາກຖານບ້ານ ເພື່ອຮ່ວມກັນບັນຍາຍເອກະສານໃຫ້ສອດຂ້ອງກັບທຸກເປົ້າໝາຍ.