ພິທີເປີດຊຸດຝຶກອົບວຽກງານໄອທີ ໃຫ້ແກ່ຄະນະໂຄສະນາອົບຮົມແຂວງຫົວພັນ

ພິທີເປີດຊຸດຝຶກອົບວຽກງານໄອທີ ໃຫ້ແກ່ຄະນະໂຄສະນາອົບຮົມແຂວງຫົວພັນ
     ໃນຕອນເຊົ້າວັນທີ 16 ພຶດສະພາ 2022 ກົມຂໍ້ມູນຂ່າວສານ ຄະນະໂຄສະນາອົບຮົມສູນກາງພັກ ສົມທົບກັບຄະນະໂຄສະນາອົບຮົມແຂວງ ຈັດຕັ້ງຊຸດຝຶກອົບຮົມວຽກງານໄອທີ ກ່ຽວກັບລະບົບຄອມພິວເຕີ, ການບໍາລຸງຮັກສາຄອມພິວເຕີ ແລະ ລະບົບເຄື່ອຂ່າຍເອເລັກໂຕຮນິກ ໃຫ້ພະນັກງານຄະນະໂຄສະນາອົບຮົມແຂວງຫົວພັນ ພາຍໃຕ້ການເປັນປະທານຮ່ວມ ທັງກ່າວເປີດຊຸດຝຶກອົບຮົມ ໂດຍ ທ່ານ ຕົງລີ ເຕັ່ງ ກໍາມະການພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງຫົວພັນ ແລະ ທ່ານ ນ. ມອນສະຫວັນ ແສນໄຕ ຮອງຫົວໜ້າກົມຂໍ້ມູນຂ່າວສານ ຄະນະໂຄສະນາອົບຮົມສູນກາງພັກ; ມີນັກສໍາມະນາກອນເຂົ້າຮ່ວມຈາກແຂວງ ແລະ ບັນດາເມືອງ ທັງໝົດ 13 ທ່ານ.

     ຈຸດປະສົງໃນການຝຶກອົບຮົມຄັ້ງນີ້ ເພື່ອບໍາລຸງຍົກສູງຄຸນະພາບພະນັກງານທີ່ເຮັດວຽກງານໂຄສະນາອົບຮົມເວົ້າລວມ ເວົ້າສະເພາະ ແມ່ນການຝຶກອົບຮົມວິທີການນໍາໃຊ້ເຄື່ອງມືເຕັກໂນໂລຊີທີ່ທັນສະໄໝ ເຂົ້າໃນວຽກງານໂຄສະນາ ເພື່ອສ້າງບາດກ້າວຫັນປ່ຽນໃໝ່ຂອງວຽກງານການເມືອງ-ແນວຄິດ ຕາມທິດຍົກສູງຄຸນນະພາບ ແລະ ຫັນເປັນທັນສະ ໄໝເທື່ອລະກ້າວ ທັງເປັນການເປັນການຍົກລະດັບຄວາມຮູ້ ຄວາມສາມາດ ທາງດ້ານວຽກງານໄອທີ ໃຫ້ແກ່ພະນັກ ງານໂຄສະນາອົບຮົມແຂວງ ແລະ ເມືອງ ໃນການນໍາໃຊ້ລະບົບຄອມພິວເຕີ ແລະ ເຄື່ອງມືເອເລັກໂຕຣນິກເຂົ້າໃນການເຮັດວຽກງານວິຊາສະເພາະຂອງຕົນໃຫ້ມີຄວາມວ່ອງໄວສາມາດຕອບສະໜອງຕາມຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ວຽກງານໃນໄລຍະໃໝ່ ທັງສ້າງການຫັນປ່ຽນໃໝ່ໃນວຽກງານການເມືອງ-ແນວຄິດໃນຍຸກ 4.0.
ຊຸດຝຶກອົບຮົມຈະໄດ້ດໍາເນີນເປັນເວລາ 3 ວັນ ແລະ ເນື້ອໃນການຝຶກອົບຮົມປະກອບມີ3 ບົດດັ່ງລຸ່ມນີ້:
1. ຄວາມຮູ້ພື້ນຖານຂອງອຸປະກອນຄອມພິວເຕີ (Hardware)
2. ການຕິດຕັ້ງ Windows ແລະ Program
3. ວິທີການບໍາລຸງຮັກສາຄອມພິວເຕີ