ກົມໂຄສະນາ ຄະນະໂຄສະນາອົບຮົມສູນກາງພັກ ເປີດຊຸດຝຶກອົບຮົມວຽກງານໂຄສະນາ-ປາຖະກະຖາ ແລະ ເຕັກນິກການຂຽນຂ່າວ ໃຫ້ບັນດາສະມາຊິກຊາວໜຸ່ມ.

ກົມໂຄສະນາ ຄະນະໂຄສະນາອົບຮົມສູນກາງພັກ ເປີດຊຸດຝຶກອົບຮົມວຽກງານໂຄສະນາ-ປາຖະກະຖາ ແລະ ເຕັກນິກການຂຽນຂ່າວ ໃຫ້ບັນດາສະມາຊິກຊາວໜຸ່ມ.

          ໃນຕອນເຊົ້າວັນທີ 2 ມິຖຸນາ 2022.  ກົມໂຄສະນາ ຄະນະໂຄສະນາອົບຮົມສູນກາງພັກ ໄດ້ເປີດຊຸດຝຶກອົບຮົມວຽກງານໂຄສະນາ-ປາຖະກະຖາ ແລະ ເຕັກນິກການຂຽນຂ່າວ ໃຫ້ແກ່ບັນດາສະມາຊິກຊາວໜຸ່ມ ຂຶ້ນທີ່ ຫ້ອງປະຊຸມ ຊັ້ນ 5; ໃຫ້ກຽດເປັນປະທານ ແລະ ກ່າວເປີດຊຸດຝຶກອົບຮົມໂດຍທ່ານ ນາງ ວິລະວອນ ພັນທະວົງ ຄະນະປະຈໍາພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ຜູ້ຊີ້ນໍາອົງການຈັດຕັ້ງມະຫາຊົນ; ເຂົ້າຮ່ວມມີ: ທ່ານ ນາງ ບົວລີ ບັນຊາລິດ ຫົວໜ້າກົມໂຄສະນາ, ທ່ານ ນາງ ສຸກສະຫວັນອິນຄະວິໄລ ເລຂາຄະນະບໍລິຫານງານຊາວໜຸ່ມ ຄະນະໂຄສະນາອົບຮົມສູນກາງພັກ  ແລະ ບັນດາອາຈານສອນ, ຄະນະຮັບຜິດຊອບ, ບັນດາສະມາຊິກຊາວໜຸ່ມ ຈາກບັນດາກົມພາຍໃນ ຄະນະໂຄສະ ນາອົບຮົມສູນກາງພັກ ແລະ ສະມາຊິກຊາວໜຸ່ມຈາກສູນກາງຊາວໜຸ່ມປະຊາຊົນ ປະຕິວັດລາວ ທັງໝົດ 30 ທ່ານ.

                ໃນພິທີ ທ່ານ ນາງ ວິລະວອນ ພັນທະວົງ ຄະນະປະຈຳພັກ, ຮອງຫົວໜ້າ ຄອສພ ໄດ້ຕີລາຄາສູງຕໍ່ຊຸດຝຶກອົບຮົມຄັ້ງນີ້ ເຊີ່ງເປັນການສ້າງໃຫ້ຄົນຮຸ່ນໜຸ່ມ ກໍຄືຜູ້ສືບທອດໃນອະນາຄົດໃຫ້ມີ ຄວາມຮູ້ ຄວາມສາມາດຢ່າງເລິກເຊິ່ງຕໍ່ກັບວຽກງານໂຄສະນາປາຖະກະຖາ, ແນວທາງນະໂຍບາຍ, ມະຕິຄໍາສັ່ງຕ່າງໆຂອງພັກ, ລະບຽບກົດໝາຍຂອງລັດ ແລະ ຮັບຮູ້ ເຂົ້າໃຈເຖິງຄຸນລັກສະນະ, ສິລະປະໃນການເວົ້າ, ເຕັກນິກໃນການຂຽນຂ່າວ, ການຄຸ້ມຄອງສື່ອອນໄລຕ່າງໆ ພ້ອມດ້ວຍການຈັດຕັ້ງປະຕິບັດຕົວຈິງ; ພ້ອມນັ້ນ ທ່ານຍັງໄດ້ຮຽກຮ້ອງໃຫ້ນັກສໍາມະນາກອນທຸກຄົນຈົ່ງພ້ອມກັນເອົາໃຈໃສ່ຕັ້ງໜ້າຄົ້ນຄວ້າສົນທະນາແລກປ່ຽນນໍາບັນດາອາຈານ ເພື່ອຍາດແຍ່ງເອົາຄວາມຮູ້ດັ່ງກ່າວນໍາມາໝູນໃຊ້ເຂົ້າໃນການປະຕິບັດໜ້າທີ່ວຽກງານວິຊາສະເພາະຂອງຕົນໃຫ້ມີຄຸນນະພາບສູງຂື້ນເທື່ອລະກ້າວ.

ຊຸດຝຶກອົບຮົມຄັ້ງນີ້ຈະໄດ້ນໍາສະເໜີບົດຮຽນທີ່ສໍາຄັນເພື່ອໝູນໃຊ້ເຂົ້າໃນການປະຕິບັດໜ້າທີ່ວຽກງານຕົວຈິງ ແລະ ຈະໄດ້ດໍາເນີນເປັນເວລາ 5 ວັນ, ຊຶ່ງມີທັງໝົດ 4 ບົດດັ່ງລຸ່ມນີ້:

ບົດທີ 1: ບັນຫາພຶ້ນຖານຂອງວຽກງານໂຄສະນາ.

ບົດທີ 2: ເຕັກນິກການຂຽນເອກະສານ( ວຽກງານແນວຄິດ)

ບົດທີ 3: ຄຸນລັກສະນະ, ສິລະປະໃນການເວົ້າ ແລະ ບາງບົດຮຽນໃນການເຄື່ອນໄຫວວຽກງານໂຄສະນາ.

ບົດທີ 4: ເຕັກນິກການຂຽນຂ່າວ ແລະ ຄຸ້ມຄອງສື່ອອນລາຍ.