ຄອສພ ສະເຫຼີມສະຫຼອງປີສາມັກຄີມິດຕະພາບລາວ – ຫວຽດນາມ

ຄອສພ ສະເຫຼີມສະຫຼອງປີສາມັກຄີມິດຕະພາບລາວ – ຫວຽດນາມ

ໂດຍ: ສີໄຄ ໄຊຍະວົງ

          ໃນຕອນເຊົ້າຂອງວັນທີ 24/6/2022 ຢູ່ທີ່ສະໂມສອນໃຫຍ່ຂອງຄະນະໂຄສະນາອົບຮົມສູນກາງພັກໄດ້ຈັດພິທີສະເຫຼີມສະຫຼອງປີສາມັກຄີມິດຕະພາບລາວ – ຫວຽດນາມປີ 2022 ເຊິ່ງໃຫ້ກຽດປາຖະກະຖາໂດຍ ທ່ານ ສົມສະຫວາດ ເລັ່ງສະຫວັດ ອະດີດກຳມະການກົມການເມືອງສູນກາງພັກ, ອະດີດຮອງນາຍົກລັດຖະມົນຕີ, ທີ່ປຶກສາສະພາທິດສະດີສູນກາງພັກ ແລະ ຄົ້ນຄວ້າແນວຄິດ ໄກສອນ ພົມວິຫານ. ເຂົ້າຮ່ວມໃນພິທີດັ່ງກ່າວມີ ທ່ານ ຄໍາພັນ ເຜີຍຍະວົງ ເລຂາທິການສູນກາງພັກ, ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ຫົວໜ້າສະພາທິດສະດີສູນກາງພັກ, ມີຕາງໜ້າສະຖານທູດ ສສ ຫວຽດນາມ, ມີບັນດາພະນັກງານບໍານານ, ອະດີດຮອງຫົວໜ້າຄະນະໂຄສະນາອົມຮົມສູນກາງພັກ, ຫົວໜ້າກົມ, ຮອງກົມ, ຫົວໜ້າພະແນກ, ຮອງພະແນກຕະຫຼອດຮອດສະມາຊິກພັກ – ພະນັກງານໃນທົ່ວ ຄອສພ ເຂົ້າຮ່ວມ.

ກ່ອນເຂົ້າຮ່ວມພິທີດັ່ງກ່າວໄດ້ມີການສະແດງສິລະປະວັນນະຄະດີທີ່ກ່ຽວພັນເຖິງສາຍພົວພັນລາວ – ຫວຽດນາມ. ຫຼັງຈາກນັ້ນ ທ່ານ ລາວປາວຊົງ ນະວົງໄຊ ກໍາມະການສູນກາງພັກ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ໄດ້ລາຍງານການຈັດຕັ້ງປະຕິບັດແຜນການເຄື່ອນໄຫວບັນດາກິດຈະກຳການສະເຫຼີມສະຫຼອງປີສາມັກຄີລາວ – ຫວຽດນາມໃນໄລຍະຜ່ານມາ ແລະ ທິດທາງສືບຕໍ່ຈັດຕັ້ງສະເຫຼີມສະຫຼອງຮອດທ້າຍປີ 2022 ຂອງຄະນະໂຄສະນາອົບຮົມສູນກາງພັກໂດຍຫຍໍ້.

ຫຼັງຈາກນັ້ນພິທີປາຖະກະຖາໄດ້ເລີ່ມຕົ້ນໂດຍແມ່ນສະຫາຍ ທ່ານ ສົມສະຫວາດ ເລັ່ງສະຫວັດ ອະດີດກຳມະການກົມການເມືອງສູນກາງພັກ, ອະດີດຮອງນາຍົກລັດຖະມົນຕີ, ທີ່ປຶກສາສະພາທິດສະດີສູນກາງພັກ ແລະ ຄົ້ນຄວ້າແນວຄິດ ໄກສອນ ພົມວິຫານ ເຊິ່ງທ່ານໄດ້ນໍາເອົາເນື້ອໃນທີ່ສໍາຄັນກ່ຽວກັບຄວາມສາມັກຄີມິດຕະພາບລາວ – ຫວຽດນາມມາເຜີຍແຜ່ໃຫ້ພະນັກງານ – ລັດຖະກອນທົ່ວ ຄອສພ ຄື: ເອກະສານວັນເຊັນສົນທິສັນຍາມິດຕະພາບ – ການຮ່ວມມືຄົບຮອບ 45 ປີ ແລະ ເອກະສານວັນສ້າງຕັ້ງສາຍພົວພັນການທູດລາວ – ຫວຽດນາມຄົບຮອບ 60 ປີ. ນອກຈາກນັ້ນ ທ່ານໄດ້ຍົກໃຫ້ເຫັນຄໍາເວົ້າຂອງປະທານ ໄກສອນ ພົມວິຫານ ທີ່ສະຫລຸບລວມຍອດຂອງ: “ຄວາມສາມັກຄີມິດຕະພາບລາວ – ຫວຽດນາມມີ 4 ຢ່າງຄື: 1: ສະເໝີຕົ້ນສະເໝີປາຍ. 2: ບໍລິສຸດຜຸດຜ່ອງ. 3: ເປັນແບບຢ່າງອັນເລື່ອມໃສ. 4: ຫາຍາກ” ເຊິ່ງຄົນຮຸ່ນໜຸ່ມຈົ່ງສືບຕໍ່ປົກປັກຮັກສາ, ເສີມຂະຫຍາຍມູນເຊື້ອສາມັກຄີ ແລະ ໄດ້ຮັບການສົ່ງຕໍ່ຈາກຄົນຮຸ່ນກ່ອນສູ່ຄົນຮຸ່ນຫຼັງ ແລະ ຮຸ່ນຕໍ່ໆໄປ ເພື່ອຄວາມສົມບູນພູນສຸກຂອງປະຊາຊົນທັງສອງປະເທດລາວ-ຫວຽດນາມ.