ພິທີເປີດຊຸດຝຶກອົບວຽກງານໄອທີ ໃຫ້ແກ່ຄະນະໂຄສະນາອົບຮົມແຂວງບໍ່ແກ້ວ

ພິທີເປີດຊຸດຝຶກອົບວຽກງານໄອທີ ໃຫ້ແກ່ຄະນະໂຄສະນາອົບຮົມແຂວງບໍ່ແກ້ວ

          ໃນລະຫວ່າງວັນທີ 20-22 ມິຖຸນາ 2022 ກົມຂໍ້ມູນຂ່າວສານ ຄະນະໂຄສະນາອົບຮົມສູນກາງພັກ ໄດ້ສົມທົບກັບຄະນະໂຄສະນາອົບຮົມແຂວງບໍ່ແກ້ວ ເປີດຊຸດຝຶກອົບຮົມວຽກງານໄອທີ ໃຫ້ແກ່ພະນັກງານຄະນະໂຄສະນາອົບຮົມແຂວງບໍ່ແກ້ວ ຢູ່ທີ່ຫ້ອງປະຊຸມໃຫ່ຍຄະນະໂຄສະນາອົບຮົມແຂວງບໍ່ແກ້ວ ພາຍໃຕ້ການເປັນປະທານຮ່ວມ ແລະ ກ່າວເປີດໂດຍ ທ່ານ ຄອນສະຫັວນ ຊາພັກດີ ກໍາມະການພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງບໍ່ແກ້ວ ແລະ ທ່ານ ນ. ມອນສະຫວັນ ແສນໄຕ ຮອງຫົວໜ້າກົມຂໍ້ມູນຂ່າວສານ ຄະນະໂຄສະນາອົບຮົມສູນກາງພັກ ເຂົ້າຮ່ວມມີພະນັກງານຈາກຄະນະໂຄສະນາອົບຮົມແຂວງ, ເມືອງ ແລະ ຄະນະກວດກາພັກ-ລັດ ແຂວງ  ທັງໝົດ 22 ທ່ານ, ຍິງ 10ທ່ານ.

ຈຸດປະສົງໃນການຝຶກອົບຮົມຄັ້ງນີ້ ເພື່ອແນ່ໃສ່ຍົກລະດັບລະດັບຄວາມຮູ້ ຄວາມສາມາດ ກ່ຽວກັບວຽກງານໄອທີ ໃຫ້ແກ່ພະນັກງານທີ່ເຮັດວຽກງານໂຄສະນາອົບຮົມ ຢູ່ຂັ້ນແຂວງ ແລະ ຂັ້ນເມືອງ ໃນການນໍາໃຊ້ເຕັັກໂນໂລຊີທີທັນສະໄໝ ເຂົ້າໃນປະຕິບັດວຽກງານວິຊາສະເພາະ ແລະ ຕອບສະໜອງໄດ້ຕາມຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ວຽກງານໃນໄລຍະໃໝ່ ເພື່ອສ້າງບາດກ້າວຫັນປ່ຽນໃໝ່ຂອງວຽກງານການເມືອງ-ແນວຄິດ ຕາມທິດຍົກສູງຄຸນນະພາບ ແລະ ຫັນເປັນທັນສະໄໝເທື່ອລະກ້າວ.

ເນື້ອໃນການຝຶກອົບຮົມປະກອບມີ 3 ບົດດັ່ງລຸ່ມນີ້:

  1. ຄວາມຮູ້ພື້ນຖານຂອງອຸປະກອນຄອມພິວເຕີ (Hardware)
  2. ການຕິດຕັ້ງ Windows ແລະ Program
  3. ວິທີການບໍາລຸງຮັກສາຄອມພິວເຕີ