ພິທີເຊື່ອມຊຶມວຽງການປ້ອງກັນພາຍໃນສຳນັກງານ-ອົງການໃຫ້ແກ່ພະນັກງານຫຼັກແຫຼ່ງຂອງ ຄອສພ

ພິທີເຊື່ອມຊຶມວຽງການປ້ອງກັນພາຍໃນສຳນັກງານ-ອົງການໃຫ້ແກ່ພະນັກງານຫຼັກແຫຼ່ງຂອງ ຄອສພ

ໃນຕອນເຊົ້າວັນທີ 12 ສິງຫາ 2022 ຄະນະໂຄສະນາອົບຮົມສູນກາງພັກຈັດພິທີເຊື່ອມຊຶມວຽກງານປ້ອງກັນພາຍໃນສຳນັກງານ-ອົງການໃຫ້ແກ່ພະນັກງານຫຼັກແຫຼ່ງພາຍໃນຄະນະໂຄສະນາອົບຮົມສູນກາງພັກ ໃຫ້ກຽດກ່າວເປີດ ທ່ານ ນ. ວິລະວອນ ພັນທະວົງ ຄະນະປະຈຳພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ເຂົ້າຮ່ວມມີຄະນະພັກ, ຫົວໜ້າກົມ, ຮອງຫົວໜ້າກົມ ແລະ ພະນັກງານຂັ້ນພະແນກພາຍໃນ ຄອສພ.

ໃນພິທີ ທ່ານ ພັອ ສຸວັນ ທອງຈະເລີນ ຫົວໜ້າກົມປ້ອງກັນພາຍໃນ, ກະຊວງປ້ອງກັນຄວາມສະຫງົບ ໃຫ້ກຽດເຜີຍແຜ່ 3 ເອກະສານຄື:

  1. ຂໍ້ຕົກລົງ ວ່າດ້ວຍການຈັດຕ້ັງ ແລະ ການເຄື່ອນໄຫວຂອງຄະນະປ້ອງກັນພາຍໃນ ສຳນັກງານ-ອົງການ ສະບັບເລກທີ 951/ປກສ, ລົງວັນທີ 04/10/2007
  2. ຂໍ້ຕົກລົງວ່າດ້ວຍລະບຽບປ້ອງກັນພາຍໃນ ເລກທີ 1384/ປກສ, ລົງວັນທີ 24/10/2013
  3. ວຽກງານປ້ອງກັນຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍຢູ່ບັນດາສຳນັກງານ-ອົງການຂອງພັກ-ລັດຂັ້ນຕ່າງໆ.

ຈຸດປະສົງແມ່ນເພື່ອໃຫ້ພະນັກງານຫຼັກແຫຼ່ງເຂົ້າໃຈຢ່າງເລິກເຊິ່ງ ແລະ ກຳແໜ້ນໄດ້ກ່ຽວກັບວຽກງານປ້ອງກັນພາຍໃນເພື່ອຮັກສາໄດ້ຄວາມສະຫງົບ, ທັດສະນະຫລັກໝັ້ນ ອັນໜັ້ກແໜ້ນຂອງພັກ, ຮັບປະກັນຄວາມສະຫົງບຂອງພະນັກງານ-ລັດຖະກອນ ແລະ ຄວາມສະຫົງບປອດໄພຂອງສຳນັກງານ, ສະກັດກັ້ນ, ແກ້ໄຂ ແລະ ຕີຖອດປະກົດການຫຍໍ້ທໍ້ຕ່າງໆທີ່ອາດຈະເກີດຂຶ້ນ.