ຄອສພ ຈັດ ພິທີຕິດແຜ່ນກາໝາຍນໍາໃຊ້ທີ່ມີ QR code ໃສ່ລົດທີ່ນໍາໃຊ້ວຽກບໍລິຫານຂອງລັດ ແລະ ວຽກວິຊາສະເພາະ

ຄອສພ ຈັດ ພິທີຕິດແຜ່ນກາໝາຍນໍາໃຊ້ທີ່ມີ QR code ໃສ່ລົດທີ່ນໍາໃຊ້ວຽກບໍລິຫານຂອງລັດ ແລະ ວຽກວິຊາສະເພາະ

ໃນວັນທີ 24 ຕຸລາ 2022, ຄະນະຮັບຜິດຊອບຕິດແຜ່ນກາໝາຍນໍາໃຊ້ລົດຂອງລັດ ຂອງກະຊວງການເງິນ ໄດ້ລົງຕິດຕາມການຕິດແຜ່ນກາໝາຍນໍາໃຊ້ QR code  ເພື່ອຕິດໃສ່ລົດຂອງລັດ ທີ່ຄະນະໂຄສະນາອົບຮົມສູນກາງ (ຫຼັກ6)  ໂດຍໄດ້ຮັບກຽດເຂົ້າຮ່ວມ ແລະ ຊີ້ນໍາວຽກຕົວຈິງຂອງ ທ່ານ ສາຄອນ ພົມມະລາດ ຄະນະພັກ, ຫົວໜ້າຫ້ອງການ ແລະ ຕາງໜ້າພະແນກຄຸ້ມຄອງສັງຫາລິມະຊັບ ກົມຄຸ້ມຄອງຊັບສິນແຫ່ງລັດ ກະຊວງການເງິນ, ມີບັນດາຄະນະກົມ, ຫົວໜ້າພະແນກ ແລະ ວິຊາການ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ເພື່ອເປັນການເພີ່ມທະວີຄວາມເຂັ້ມງວດ ໃນການຈັດຕັ້ງປະຕິບັດ ດໍາລັດວ່າດ້ວຍລົດຂອງລັດ ສະບັບເລກທີ 599/ລບ ລົງວັນທີ 29 ກັນຍາ 2022 ແລະ ປະຕິບັດຕາມຂໍ້ຕົກລົງຂອງລັດຖະມົນຕີກະຊວງການເງິນ ສະບັບ ເລກທີ 2115/ກງ ; ລົງວັນທີ 13 ກໍລະກົດ 2022 ຊື່ງລົດຂອງລັດແມ່ນຕ້ອງຖຶກນໍາໃຊ້ເຂົ້າໃນວຽກງານທາງລັດຖະການເທົ່ານັ້ນ, ການນໍາໃຊ້ລົດລັດໃຫ້ຖຶກຕ້ອງຕາມເປົ້າໜາຍ, ມີຄວາມໂປ່ງໃສ ແລະ ສາມາດກວດສອບໄດ້.