ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ໂອ້ລົມພະນັກງານໜັງສືພິມປະຊາຊົນໃນຖານະເປັນສຽງຂອງສູນກາງພັກ

ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ໂອ້ລົມພະນັກງານໜັງສືພິມປະຊາຊົນໃນຖານະເປັນສຽງຂອງສູນກາງພັກ

ໃນວັນທີ 07 ຕຸລາ 2022 ຢູ່ທີ່ຫ້ອງປະຊຸມໜັງສືພິມປະຊາຊົນ ສະຫາຍ ຄຳພັນ ເຜີຍຍະວົງ ຄະນະເລຂາທິການສູນກາງພັກ ຫົວໜ້າຄະນະໂຄສະອົບຮົມສູນກາງພັກ ພ້ອມຄະນະ ໄດ້ລົງມາພົບປະຢ້ຽມຢາມ ໜັງສືພິມປະຊາຊົນ ສຽງຂອງສູນກາງພັກ ປະຊາຊົນປະຕິວັດລາວ ໂດຍມີ ສະຫາຍ ວັນໄຊ ຕະວິນຍານ ຫົວໜ້າບັນນາທິການໃຫຍ່ ໜັງສືພິມປະຊາຊົນ ພ້ອມຄະນະບັນນາທິການ ແລະ ພະນັກງານໃຫ້ການຕ້ອນຮັບ.

ໃນພິທີສະຫາຍ ວັນໄຊ ຕະວິນຍານ ໄດ້ລາຍງານໂດຍຫຍໍ້ກ່ຽວກັບປະຫວັດ ແລະ ຕົ້ນກຳເນີດຂອງໜັງສືພິມປະຊາຊົນວ່າ: ໜັງສືີພິມປະຊາຊົນ ໄດ້ເຮັດຫຼອນໜ້າທີ່ການເມືອງຂອງຕົນຮັບຜິດຊອບ ເປັນກ້າວໆມາ ເວົ້າລວມ, ເວົ້າສະເພາະ ໃນໄລຍະ ປີ 2022 ເຖິງແມ່ນວ່າໜັງສືພິມປະຊາຊົນ ຈະພົບກັບຄວາມຫຍຸ້ງຍາກນາໆປະການ ແລະ ໄດ້ຮັບຜົນກະທົບຈາກການແຜ່ລະບາດຂອງພະຍາດໂຄວິດ-19, ແຕ່ພະນັກງານ-ສະມາຊິກພັກ ໜັງສືພິມປະຊາຊົນ ໄດ້ມີຄວາມມານະອົດທົນ ຜ່ານຜ່າຄວາມຫຍຸ້ງຍາກນາໆປະການ ພ້ອມທັງມີຄວາມຮັບຜິດຊອບສູງຕໍ່ການປະຕິບັດໜ້າທີ່ການເມືອງຂອງຕົນທີ່ໄດ້ຮັບການມອບໝາຍ ແລະ ມີຜົນສຳເລັດຢ່າງຕໍ່ເນື່ອງ ສະແດງໃຫ້ເຫັນວ່າ: ປັດຈຸບັນໜັງສືພິມປະຊາຊົນ ຜະລິດອອກຈຳໜ່າຍ 1.200 ສະບັບຕໍ່ມື້, ເຟດບຸກ ມີຄົນຕິດຕາມ 1.900 ຄົນ ແລະ ເວັບໄຊ ມີຄົນເຂົ້າເບິ່ງທັງໝົດ 13.352.054 ຄົນ.

ພາຍຫຼັງໄດ້ຮັບຟັງການລາຍງານການເຄື່ອນໄຫວວຽກງາໜັງສືືພິມປະຊາຊົນ ຈາກສະຫາຍ ບັນນາທິການໃຫຍ່ໜັງສືພິມປະຊາຊົນ ຈາກນັ້ນກໍໄດ້ມີການແລກປ່ຽນຄຳຄິດຄຳເຫັນລະຫວ່າງ ບັນດາກົມກ່ຽວຂ້ອງພາຍໃນໂຄສະນາອົບຮົມສູນກາງພັກ ກັບພະນັກງານຂອງໜັງສືພິມປະຊາຊົນ ເພື່ອແນໃສ່ສ້າງຄວາມເຂັ້ມແຂງໃຫ້ແກ່ໜ່ວຍງານຕ່າງໆ ລວມເຖິງການຈັດວາງບຸກຄະລາກອນໃສ່ໜ້າທີ່ຄວາມຮັບຜິດຊອບ ໃຫ້ເໝາະສົມກັບວຽກງານວິຊາສະເພາະ, ການພັດທະນາຜະລິດຕະພັນທາງສື່ສິ່ງພິມໃຫ້ມີຄຸນນະພາບ ແລະ ພັດທະນາໜັງສືພິມເປັນສື່ອອນລາຍໃຫ້ມີຄວາມວ່ອງໄວທັນກັບສະພາບການໃນປັດຈຸບັນ ບົນພື້ນຖານຮັບປະກັນຄຸນນະພາບທາງດ້ານເນື້ອໃນ ແລະ ຮູບການທີ່ມີຄວາມເປັນທັນສະໄໝຍິ່ງໆຂຶ້ນ.

ໂອກາດດັ່ງກ່າວ, ສະຫາຍ ຄຳພັນ ເຜີຍຍະວົງ ໄດ້ມີຄຳເຫັນໂອ້ລົມ ແລະ ຊີ້ແນະເຊິ່ງກ່ອນອຶ່ນສະຫາຍ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ຄະນະພັກ, ຄະນະບັນນາທິການ ແລະ ສະມາຊິກພັກ-ພະນັກງານໜັງສືພິມປະຊາຊົນ ທີ່ຍາດໄດ້ຜົນງານດີເດັ່ນໄລຍະທີ່ຜ່ານມາ ໂດຍສະເພາະໃນໄລຍະການລະບາດຂອງພະຍາດໂຄວິດ-19 ສາມາດເຮັດວຽກມີຜົນງານທີ່ສຳເລັດຫຼາຍດ້ານ, ແຕ່ເຖິງຢ່າງໃດກໍຕາມອີງໃສ່ກັບຄວາມຮຽກຮ້ອງຕ້ອງ ການໃນໄລຍະໃໝ່ ແລະ ອີງໃສ່ສະພາບປັດຈຸບັນທີ່ມີການແຂ່ງຂັນກັບຍຸກທັນສະໄໝ ໂດຍສະເພາະຍຸກອອນລາຍທີ່ມີຄວາມນິຍົມ ແລະ ແຜຂະຫຍາຍ ສະນັ້ນພວກຮົາຕ້ອງມີການພັດທະນາ, ການປັບປຸງເນື້ອໃນໜັງສືພິມໃຫ້ດີກວ່າເກົ່າ, ປັບປຸງແບບແຜນວິທີເຮັດວຽກໃຫ້ມີຄວາມສອດຄ່ອງ, ມີຫຼາຍຮູບຫຼາຍສີ, ມີຄວາມອຸດົມສົມບູນ ແລະ ການຈຳໜ່າຍໜັງສືພິມໃຫ້ມີຄວາມວ່ອງໄວ. ຕໍ່ກັບວຽງານຈຸດສຸມໃນຕໍ່ໜ້າ ໜັງສືພິມປະຊາຊົນຕ້ອງເອົາໃຈໃສ່ສ້າງຄວາມເປັນເອກກະພາບຮ່ວມກັບໂຄສະນາອົບຮົມສູນກາງພັກ ແນໃສ່ຮັບໃຊ້ໜ້າທີ່ການເມືອງຂອງພັກໃຫ້ມີຄວາມກວ້າງຂວາງທົ່ວເຖິງ, ສືບຕໍ່ເສີມຂະຫຍາຍມູນເຊື້ອຜົນງານທີ່ຍາດມາໄດ້ ໃຫ້ມີຄວາມກວ້າງຂວາງເລິກເຊິ່ງຂຶ້ນກວ່າເກົ່າ, ຮັກສາບົດບາດ, ສ້າງຮູບແບບແຜນວິທີເຮັດວຽກໄປສູ່ອັນໃໝ່, ປັບປຸງກົງຈັກການຈັດຕັ້ງໃຫ້ເປັນລະບົບຄົບຊຸດ, ບຸກຄະລາກອນໄດ້ຮັບການຝຶກອົບຮົມ, ພ້ອມທັງຈັດວາງພະນັກງານວິຊາການໃຫ້ຖືກຕ້ອງຕາມວິຊາສະເພາະ; ສ້າງຜູ້ທີ່ມີຄວາມຊຳນານງານໃຫ້ກາຍເປັນຊ່ຽວຊານ, ສືບຕໍ່ປັບປຸງແບບແຜນວິທີເຮັດວຽກ, ກົນໄກປະສານງານລະຫວ່າງ ໜັງສືພິມປະຊາຊົນ ກັບ ຄະນະໂຄສະນາອົບຮົມສູນກາງພັກ ແລະ ພາກສ່ວນອື່ນໆໃຫ້ມີກົນໄກຫຼາກຫຼາຍຂຶ້ນ ແລະ ສືບຕໍ່ຂຶ້ນແຜນລະອຽດແລ້ວດຳເນີນການຈັດຕັ້ງປະຕິບັດທິດທາງວຽກງານໃນຕໍ່ໜ້າໃຫ້ມີຜົນສຳເລັດ.

ຂ່າວ:ໜັງສືພິມປະຊາຊົນ(ຄະນະໂຄສະນາອົບຮົມສູນກາງພັກ)