ແຂວງສະຫວັນນະເຂດ ເປີດຊຸດຝຶກອົບຮົມວຽກງານໂຄສະນາ – ປາຖະກະຖາ ແລະ ວຽກງານສັງລວມ – ຫາງສຽງສັງຄົມ ໃຫ້ພະນັກງານການນໍາຫຼັກແຫຼ່ງທົ່ວແຂວງ

ແຂວງສະຫວັນນະເຂດ

ເປີດຊຸດຝຶກອົບຮົມວຽກງານໂຄສະນາ – ປາຖະກະຖາ ແລະ ວຽກງານສັງລວມ – ຫາງສຽງສັງຄົມ ໃຫ້ພະນັກງານການນໍາຫຼັກແຫຼ່ງທົ່ວແຂວງ

ໂດຍ: ສີໄຄ ໄຊຍະວົງ

          ໃນລະຫວ່າງວັນທີ 19 – 23 ກັນຍາ 2022 ຢູ່ທີ່ສະໂມສອນໃຫຍ່ ໂຮງຮຽນການເມືອງ-ການປົກຄອງ ແຂວງສະຫວັນນະເຂດ ໄດ້ຈັດຕັ້ງການຝຶກອົບຮົມວຽກງານໂຄສະນາ – ປາຖະກະຖາ ແລະ ວຽກງານສັງລວມ – ຫາງສຽງສັງຄົມ ໃຫ້ພະນັກງານການນໍາຫຼັກແຫຼ່ງທົ່ວແຂວງ (14 ເມືອງ ແລະ 1 ນະຄອນ) ໂດຍການເປັນປະທານ ເປີດ – ປິດ ແລະ ມອບໃບຢັ້ງຢືນຂອງ ສະຫາຍ ຄໍາວິໄສ ຜຸຍຍະວົງ ຄະນະປະຈໍາພັກແຂວງ ຫົວໜ້າຄະນະໂຄສະນາອົບຮົມແຂວງສະຫວັນນະເຂດ, ເປັນກຽດເຂົ້າຮ່ວມຂອງ ສະຫາຍ ນາງ ບົວລີ ບັນຊາລິດ ຫົວໜ້າກົມໂຄສະນາ ຄະນະໂຄສະນາອົບຮົມສູນກາງພັກ, ສະຫາຍ ນາງ ແສງຕານ ແກ້ວອິນດາປິງ ຫົວໜ້າກົມສັງລວມ ຄະນະໂຄສະນາອົບຮົມສູນກາງພັກ, ມີນັກສໍາມະນາກອນເຂົ້າຮ່ວມທັງໝົດ 73 ສະຫາຍ, ຍິງ 22 ສະຫາຍ. ໃນນັ້ນ ມີບັນດາສະຫາຍຮອງປະທານສະພາປະຊາຊົນຂັ້ນແຂວງ, ບັນດາສະຫາຍເລຂາ, ຮອງເລຂາຂອງບັນດາພະແນກການອ້ອມຂ້າງ ຈໍານວນ 57 ສະຫາຍ, ຍິງ 16 ສະຫາຍ, ຫົວໜ້າ ແລະ ຮອງຫົວໜ້າຫ້ອງການໂຄສະນາອົບຮົມເມືອງ ຈໍານວນ 15 ສະຫາຍ, ຍິງ 5 ສະຫາຍ.

ການຝຶກອົບຮົມຄັ້ງນີ້ ນັກສໍາມະນາກອນຈະໄດ້ຮຽນຮູ້ກ່ຽວກັບວຽກງານໂຄສະນາ – ປາຖະກະຖາ ແລະ ວຽກງານສັງລວມ – ຫາງສຽງສັງຄົມ ເຊິ່ງປະກອບດ້ວຍບັນຫາຫົວຂໍ້ດັ່ງນີ້:

ວຽກງານໂຄສະນາ – ປາຖະກະຖາ ມີ 3 ບົດ:

(1) ບັນຫາພື້ນຖານກ່ຽວກັບວຽກງານໂຄສະນາ.

(2) ຝຶກຝົນຄວາມສາມາດໃນການຂຽນເອກະສານ.

(3) ຄຸນລັກສະນະ ແລະ ສິລະປະໃນການປາກເວົ້າຂອງນັກປາຖະກະຖາ.

ບົດທີ 1 – 2 ບັນຍາຍໂດຍ ສະຫາຍ ນາງ ບົວລີ ບັນຊາລິດ ຫົວໜ້າກົມໂຄສະນາ ຄະນະໂຄສະນາອົບຮົມສູນກາງພັກ ແລະ ບົດທີ 3 ແມ່ນ ສະຫາຍ ຄໍາຫລ້າ ພະພິທັກ ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງສະຫວັນນະເຂດ ເປັນຜູ້ບັນຍາຍ;

ວຽກງານສັງລວມ – ຫາສຽງສັງຄົມ ມີ 4 ບົດ:

(1) ບັນຫາພື້ນຖານກ່ຽວກັບວຽກງານຫາງສຽງສັງຄົມ.

(2) ວິທີເກັບກໍາ ແລະ ການນໍາໃຊ້ຫາງສຽງສັງຄົມ.

(3) ຕາໜ່າງເພື່ອນຮ່ວມງານ.

(4) ວຽກງານຄົ້ນຄວ້າ – ຫາງສຽງສັງຄົມ.

ບົດທີ 1 – 3 ບັນຍາຍໂດຍ ສະຫາຍ ນາງ ແສງຕານ ແກ້ວອິນດາປິງ ຫົວໜ້າກົມສັງລວມ ຄະນະໂຄສະນາອົບຮົມສູນກາງພັກ ແລະ ບົດທີ 4 ແມ່ນ ສະຫາຍ ສົມໃຈ ສີສົມພອນ ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງສະຫວັນນະເຂດ ເປັນຜູ້ບັນຍາຍ.

ນອກຈາກນັ້ນ ນັກສໍາມະນາກອນຍັງໄດ້ແບ່ງໜ່ວຍຄົ້ນຄວ້າ ການຂຽນເອກະສານປາຖະກະຖາເປັນ 6 ໜ່ວຍ ໃຊ້ເວລາຂຶ້ນຫ້ອງທົດລອງປາຖະກະຖາ 6 ຫົວຂໍ້ ແຕ່ລະໜ່ວຍໃຊ້ເວລາ 20 ນາທີ ໃນການປາຖະກະຖາ ແລະ ແບ່ງໜ່ວຍຄົ້ນຄວ້າເປັນ 4 ໜ່ວຍ ເພື່ອຄົ້ນຄວ້າວຽກງານສັງລວມ – ຫາງສຽງສັງຄົມ ເຊິ່ງໃຊ້ເວລາ 3 ຊົ່ວໂມງ ໃນການລາຍງານບັນດາປາກົດການທີ່ພົ້ນເດັ່ນ.

ໃນໂອກາດນີ້ ສະຫາຍ ຄໍາວິໄສ ຜຸຍຍະວົງ ໄດ້ກ່າວວ່າ ການຝຶກອົບຮົມໃນຄັ້ງນີ້ແມ່ນມີຄວາມສໍາຄັນ ແລະ ຈໍາເປັນຕໍ່ພະນັກງານການນໍາຫຼັກແຫຼ່ງທົ່ວແຂວງ ເພື່ອເປັນການຍົກລະດັບ, ບໍາລຸງຄວາມຮູ້, ຄວາມສາມາດ ໃນການໂຄສະນາ – ປາຖະກະຖາ, ວຽກງານເກັບກໍາຫາງສຽງສັງຄົມ ເຊິ່ງແມ່ນໜ້າທີ່ການເມືອງຂອງພັກໃນໄລຍະໃໝ່ ເປັນຕົ້ນແມ່ນການຈັດຕັ້ງປະຕິບັດບັນດາມະຕິກອງປະຊຸມໃຫຍ່ຂອງພັກແຕ່ລະຂັ້ນ ໃຫ້ເປັນຂະບວນການອັນກວ້າງຂວາງ, ເລິກເຊິ່ງ ແລະ ຮອບດ້ານ ທັງເປັນການປຸກລະດົມຊຸກຍູ້ພະນັກງານ – ສະມາຊິກພັກທົ່ວແຂວງສະຫວັນນະເຂດ ໃຫ້ມີຄວາມຕື່ນຕົວໃນການຈັດຕັ້ງປະຕິບັດໜ້າທີ່ການເມືອງຂອງຕົນ ແລະ ຫັນປ່ຽນໄປສູ່ຄຸນນະພາບໃໝ່ ໃຫ້ມີຜົນສໍາເລັດຕາມຄາດໝາຍທີ່ວາງໄວ້.