ກອງປະຊຸມທາງໄກ ສະຫຼຸບລາຍງານວຽກງານເວັບໄຊຂອງຄະນະໂຄສະນາອົບຮົມແຂວງທົ່ວປະເທດ

ກອງປະຊຸມທາງໄກ ສະຫຼຸບລາຍງານວຽກງານເວັບໄຊຂອງຄະນະໂຄສະນາອົບຮົມແຂວງທົ່ວປະເທດ

ໃນຕອນເຊົ້າວັນ 01 ພະຈິກ 2022 ກົມຂໍ້ມູນຂ່າວສານໄດ້ຈັດກອງປະຊຸມສະຫຼຸບລາຍງານວຽກງານເວັບໄຊຂອງຄະນະໂຄສະນາອົບຮົມແຂວງທົ່ວປະເທດ ເຊິ່ງໃຫ້ກຽດເປັນປະທານກອງປະຊຸມໂດຍທ່ານ ວັນຕຸລາ ຣັກນຸດ ຄະນະພັກ, ຫົວໜ້າກົມຂໍ້ມູນຂ່າວສານ ຄະນະໂຄສະນາອົບຮົມສູນກາງພັກ ເຂົ້າຮ່ວມມີ: ບັນດາຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ, ຜູ້ຊີ້ນຳວຽກງານໂຄສະນາຜ່ານສື່ເອເລັກໂຕຼນິກຄະນະໂຄສະນາອົບຮົມແຂວງທົ່ວປະເທດ, ຜູ້ຮັບຜິດຊອບເວັບໄຊບັນດາແຂວງ ແລະ ວິຊາການພະແນກໂຄສະນາຜ່ານສື່ເອເລັກໂຕຼນິກຂອງຄະນະໂຄສະນາອົບຮົມສູນກາງພັກ.

ໃນກອງປະຊຸມ ບັນດາແຂວງໄດ້ຂຶ້ນລາຍງານສັງລວມໂດຍຫຍໍ້ກ່ຽວກັບການເຄື່ອນໄຫວວຽກງານໂຄສະນາຜ່ານສື່ (ເວັບໄຊ) ເຊິ່ງມີທັງຈຸດດີ, ຈຸດອ່ອນ ແລະ ການປັບປຸງຄຸນນະພາບຂອງວຽກງານເວັບໄຊ ໃຫ້ເປັນໄປຕາມທິດທັນສະໄໝ, ວ່ອງໄວ, ທັນກັບເຫດການ ໃນຍຸກປັດຈຸບັນ, ທັງເປັນການຈັດຕັ້ງຜັນຂະຫຍາຍບັນດາຄາດໝາຍສູ້ຊົນ ທີ່ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ໃຫ້ປະກົດເປັນຈິງ. ເວັບໄຊຂອງບັນດາແຂວງໄດ້ສ້າງຂຶ້ນ ໃນຖານະເປັນອົງການສື່ມວນຊົນໜຶ່ງ, ເປັນກະບອກສຽງຂອງຄະນະໂຄສະນາອົບຮົມແຂວງ ເຊິ່ງມີຄວາມຈໍາເປັນທີ່ຈະຕ້ອງຫັນໄປສູ່ຄວາມທັນສະໄໝ ໃນການປະຕິບັດໜ້າທີ່ການເມືອງຂອງຕົນຢ່າງມີປະສິດທິພາບ. ຫຼັງຈາກນັ້ນກໍໄດ້ມີການແລກປ່ຽນຄຳຄິດຄຳເຫັນເຊິ່ງກັນ ແລະ ກັນ ຢ່າງກົງໄປກົງມາສອດຄ່ອງຕາມສະພາບຕົວຈິງ.

ໃນໂອກາດທີ່ມີຄວາມໝາຍ ຄວາມສໍາຄັນດັ່ງກ່າວ, ທ່ານ ວັນຕຸລາ ຣັກນຸດ ຄະນະພັກ, ຫົວໜ້າກົມຂໍ້ມູນຂ່າວສານ ຄະນະໂຄສະນາອົບຮົມສູນກາງພັກ ໄດ້ໃຫ້ກຽດມີຄໍາເຫັນໂອ້ລົມ ບາງຕອນທີ່ສໍາຄັນວ່າ: ກ່ອນອື່ນທ່ານໄດ້ຍ້ອງຍໍຊົມເຊີຍຕໍ່ຜົນສໍາເລັດໃນການຈັດຕັ້ງປະຕິບັດວຽກງານໂຄສະນາຜ່ານສື່ເວັບໄຊ ພ້ອມນັ້ນ ທ່ານຍັງໄດ້ມີຄໍາເຫັນເນັ້ນໜັກໃຫ້ຄະນະນຳຂອງແຂວງ ສ້າງການຫັນປ່ຽນໄປສູ່ຄຸນນະພາບໃໝ່, ຄະນະບັນນາທິການຂ່າວສານຕ່າງໆຕ້ອງເອົາໃຈໃສ່ ຕໍ່ການຄຸ້ມຄອງ ແລະ ການນໍາໃຊ້ເວັບໄຊໃຫ້ດີ ພ້ອມທັງປັບປຸງຄຸນນະພາບຂອງຂ່າວ ໂດຍສະເພາະ ທາງດ້ານເນື້ອໃນໃຫ້ມີຄວາມອຸດົມສົມບູນ ເລິກເຊິ່ງ ເພື່ອດຶງດູດຜູ້ອ່ານ ຄຽງຄູ່ກັນນັ້ນ ຈະຕ້ອງໄດ້ປັບປຸງ ແລະ ຍົກລະດັບຄວາມຮູ້ ຄວາມສາມາດ ທາງດ້ານການຂຽນຂ່າວ, ເຕັກນິກ, ການຕອບແກ້ຕີຖອຍຂ່າວສານທີ່ບິດເບືອນທີ່ບໍ່ຖືກຕ້ອງໃຫ້ມີຄວາມວ່ອງໄວທັນການ ແລະ ຕໍ່ເນື່ອງໂດຍສະເພາະຈາກແຂວງລົງສູ່ເມືອງເພື່ອເຮັດໃຫ້ວຽກງານໂຄສະນາຜ່ານສື່ເອເລັກໂຕຼນິກກາຍເປັນວຽກງານທີ່ສຳຄັນ ແລະ ມີຄຸນຄ່າທາງດ້ານເນື້ອໃນສູງໃນຍຸກຂໍ້ມູນຂ່າວສານ4,0.