ເມືອງຄອບ ສ້າງຄວາມຮັບຮູ້ໃຫ້ແກ່ພະນັກງານຫຼັກແຫຼ່ງ ຜູ້ທີ່ເຮັດວຽກງານໂຄສະນາ – ປາຖະກະຖາ

ເມືອງຄອບ ສ້າງຄວາມຮັບຮູ້ໃຫ້ແກ່ພະນັກງານຫຼັກແຫຼ່ງ

ຜູ້ທີ່ເຮັດວຽກງານໂຄສະນາ – ປາຖະກະຖາ

ພາບ-ຂ່າວໂດຍ: ລັດສະໝີ ສົງຄຳຈັນ

ໃນວັນທີ 8 ຫາ 10 ພະຈິກ 2022 ທີ່ຜ່ານມາ ກົມໂຄສະນາ ຄະນະໂຄສະນາອົບຮົມສູນກາງພັກ ສົມທົບກັບຫ້ອງການຄະນະໂຄສະນາອົບຮົມເມືອງຄອບ ແຂວງໄຊຍະບູລີ ໄດ້ເປີດຊຸດຝຶກອົບຮົມວຽກງານໂຄສະນາ – ປາຖະກະຖາ ຄັ້ງທີ I ຂຶ້ນ ຢູ່ທີ່ສະໂມສອນເມືອງ ພາຍໃຕ້ການເປັນປະທານຮ່ວມ ແລະ ກ່າວເປີດ – ປິດຂອງ ທ່ານ ແພງສ້ອຍ ແພງເມືອງ ກຳມະການພັກແຂວງ ເລຂາພັກເມືອງ ເຈົ້າເມືອງໆຄອບ ແລະ ນາງ ບົວລີ ບັນຊາລິດ ຫົວໜ້າກົມໂຄສະນາ ຄະນະໂຄສະນາອົບຮົມສູນກາງພັກ, ເຂົ້າຮ່ວມມີ: ພະນັກງານການນຳຂອງເມືອງ ແລະ ພະນັກນັກງານຫຼັກແຫຼ່ງອ້ອມຂ້າງເມືອງ.

ຊຸດຝຶກອົບຮົມໃນຄັ້ງນີ້ ມີນັກຝຶກອົບຮົມເຂົ້າຮ່ວມ ທັງໝົດ 50 ສະຫາຍ, ຍິງ 12 ສະຫາຍ; ໃນນັ້ນມີບັນດາສະຫາຍຄະນະບໍລິຫານງານພັກເມືອງ 15 ທ່ານ, ຍິງ 4 ທ່ານ, ຫົວໜ້າຫ້ອງການທີ່ບໍ່ແມ່ນກໍາມະການພັກເມືອງ 6 ທ່ານ, ຮອງຫົວໜ້າຫ້ອງການ 9 ທ່ານ, ຍິງ 2 ທ່ານ, ກຳລັງປະກອບອາວຸດ 6 ທ່ານ, ຍິງ 1 ທ່ານ, ຫົວໜ້າໜ່ວຍງານ 3 ທ່ານ, ຍິງ 1 ທ່ານ, ລັດວິສະຫະກິດ 1 ທ່ານ, ໄອຍະການເຂດປະຈໍາເມືອງ 1 ທ່ານ ແລະ ພະນັກງານວິຊາການຄະນະໂຄສະນາອົບຮົມເມືອງ 5 ທ່ານ, ຍິງ 3 ທ່ານ.

ການຝຶກອົບຮົມໄດ້ດຳເນີນເປັນເວລາ 3 ວັນ (ແຕ່ວັນທີ 8 ຫາ 10 ພະຈິກ 2022), ບັນດາເອກະສານນຳໃຊ້ເຂົ້າໃສ່ການຝຶກອົບຮົມໃນຄັ້ງນີ້ຄື: ບັນຫາພື້ນຖານກ່ຽວກັບວຽກງານໂຄສະນາ; ເຕັກນິກ ໃນການຂຽນເອກະສານວຽກງານແນວຄິດ ແລະ ຄຸນລັກສະນະ, ສິລະປະໃນການປາກເວົ້າ ແລະ ບາງບົດຮຽນຂອງນັກປາຖະກະຖາ.

ຈຸດປະສົງໃນການເປີດຊຸດອົບຮົມວຽກງານໂຄສະນາ – ປາຖະກະຖາໃນຄັ້ງນີ້ ແມ່ນແນ່ໃສ່ຍົກລະດັບຄວາມຮູ້ວິທີການໂຄສະນາດ້ວຍປາກ, ການຂຽນເອກະສານວຽກງານການເມືອງ-ແນວຄິດ ແລະ ວິທີການເປັນຄະນະຈັດຕັ້ງ ໃຫ້ບັນດາພະນັກງານຫຼັກແຫຼ່ງຂອງເມືອງ; ສ້າງຄວາມຮັບຮູ້ເຂົ້າໃຈຢ່າງເລິກເຊິ່ງຕໍ່ວຽກງານໂຄສະນາ – ປາຖະກະຖາ ໃຫ້ມີຄວາມເອກະພາບກັນ.

ໃນໂອກາດດັ່ງກ່າວ ຍັງໄດ້ຮັບຟັງຄຳໂອ້ລົມຂອງ ທ່ານ ແພງສ້ອຍ ແພງເມືອງ ກຳມະການພັກແຂວງ ເລຂາພັກເມືອງ ເຈົ້າເມືອງໆຄອບ ໄດ້ກ່າວບາງຕອນວ່າ: ການຝຶກອົບຮົມຄວາມຮູ້ພື້ນຖານວຽກງານໂຄສະນາ-ປາຖະກະຖາ ແມ່ນມີຄວາມສຳຄັນ ແລະ ຄວາມຈຳເປັນສຳລັບສະມາຊິກພັກ, ພະນັກງານຫຼັກແຫຼ່ງຂອງເມືອງ ເພື່ອເປັນການຍົກລະດັບຄວາມຮູ້ຄວາມສາມາດທາງດ້ານວິທີການໂຄສະນາ-ປາຖະກະຖາ ກໍ່ຄືວຽກງານໂຄສະນາດ້ວຍປາກ,  ການຂຽນເອກະສານວຽກງານການ ເມືອງ-ແນວຄິດ ແລະ ວິທີການເປັນຄະນະຈັດຕັ້ງ ໃຫ້ແກ່ພະນັກງານນຳພາ-ຄຸ້ມຄອງ, ຕອບສະໜອງຕາມຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງໃນໄລຍະໃໝ່.