ກອງປະຊຸມສຳມະນາທິດສະດີ ລະຫວ່າງ ພັກປະຊາຊົນ ປະຕິວັດລາວ ແລະ ພັກກອມມູນິດ ຫວຽດນາມ ຄັ້ງທີ IX


ເພື່ອສືບຕໍ່ຜັນຂະຫຍາຍບົດບັນທຶກການຮ່ວມມືລະຫວ່າງສອງສະພາທິດສະດີສູນກາງພັກ ລາວ-ຫວຽດນາມ ໃນໄລຍະ ປີ 2022-2026 ສະພາທິດສະດີຂອງສອງພັກ ລາວ-ຫວຽດນາມ ໄດ້ຮ່ວມກັນຈັດກອງປະຊຸມສໍາມະນາທິດສະດີລະຫວ່າງ ສອງພັກ ລາວ- ຫວຽດນາມ ຄັ້ງທີ IX ພາຍໃຕ້ຫົວຂໍ້ “ ບັນດາບັນຫາ ແລະ ທິດທາງແກ້ໄຂສະພາບເສດຖະກິດ-ການເງິນ, ບົດຮຽນຂອງ ສປປ ລາວ ແລະ ສສ ຫວຽດນາມ ” ທີ່ຫໍປະຊຸມແຫ່ງຊາດ, ນະຄອນຫຼວງວຽງຈັນ ໃນວັນທີ 8 ທັນວານີ້ ໂດຍການເປັນປະທານຮ່ວມຂອງ ສະຫາຍ ຄຳພັນ ເຜີຍຍະວົງ ຄະນະເລຂາທິການສູນກາງພັກ ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ປະທານສະພາທິດສະດີສູນກາງພັກປະຊາຊົນປະຕິວັດລາວ ແລະ ສະ ຫາຍ ຫງວຽນ ຈ້ອງ ເຫງຍ ເລຂາທິການສູນກາງພັກກອມມູນິດຫວຽດນາມ ຫົວໜ້າຄະນະໂຄສະນາສຶກສາສູນກາງພັກກອມມູນິດຫວຽດນາມ, ເຂົ້າຮ່ວມກອງປະຊຸມໃນຄັ້ງນີ້ ມີບັນດາສະຫາຍພະນັກງານການນໍາຂັ້ນສູງ, ທີ່ປຶກສາສະພາທິດສະດີສູນກາງພັກປະຊາຊົນ ປະຕິວັດລາວ, ຄະນະຜູ້ແທນຝ່າຍຫວຽດນາມ; ບັນດາສະຫາຍນັກວິທະຍາສາດ, ນັກທິດສະດີ; ບັນດາສະຫາຍຜູ້ຕາງໜ້າຈາກຄະນະພັກກະຊວງ-ອົງການ ແລະ ພະນັກງານຫຼັກແຫຼ່ງ ຂອງຂະແໜງການ ຂອງສອງຝ່າຍເຂົ້າຮ່ວມ.

ໃນກອງປະຊຸມສໍາມະນາຄັ້ງນີ້, ປະທານກອງປະຊຸມສອງຝ່າຍ ໄດ້ຜັດປ່ຽນກັນສະເໜີບົດນໍາ ກ່ຽວກັບ ບັນດາບັນຫາ ແລະ ທິດທາງການແກ້ໄຂສະພາບເສດຖະກິດ-ການເງິນ, ບົດຮຽນຂອງ ສປປ ລາວ ແລະ ສສ ຫວຽດນາມ, ໂດຍທັງສອງຝ່າຍໄດ້ຍົກໃຫ້ເຫັນຢ່າງຈະແຈ້ງຕໍ່ບັນດາໝາກຜົນລວມຍອດສະຕິປັນຍາຂອງແຕ່ລະພັກ ຕະຫຼອດໄລຍະແຫ່ງການນໍາພາທີ່ຜ່ານມາ, ບັນດາແນວທາງຍຸດທະສາດຂອງແຕ່ລະພັກ ລ້ວນແຕ່ມີບົດບາດຕັດສິນໃຫ້ແກ່ການກ້າວເດີນໄປຕາມຈຸດໝາຍ ຂອງພັກທີ່ກໍານົດໄວ້ ແລະ ແລກປ່ຽນ, ເພີ່ມທະວີຄວາມເຂົ້າອົກເຂົ້າໃຈ, ປະກອບສ່ວນເຂົ້າໃນການຮັດແໜ້ນ ແລະ ເພີ່ມທະວີສາຍພົວພັນມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ກໍຄືສອງສະພາທິດສະດີສູນກາງພັກປະຊາຊົນ ປະຕິວັດລາວ ແລະ ສະພາທິດສະດີສູນກາງພັກກອມມູນິດຫວຽດນາມ ໃຫ້ກ້າວເຂົ້າສູ່ລວງເລິກໃນທຸກຂົງເຂດວຽກງານຄົ້ນຄວ້າທິດສະດີ ແລະ ພຶດຕິກຳ.


ກອງປະຊຸມຄັ້ງນີ້, ບັນດານັກວິທະຍາສາດ, ນັກທິດສະດີ ຂອງທັງສອງຝ່າຍ ໄດ້ຜັດປ່ຽນກັນຂຶ້ນສະເໜີບົດຄໍາເຫັນໃນຫົວຂໍ້ຍ່ອຍທີ່ປິ່ນອ້ອມ ເປັນຕົ້ນ: ບົດຮຽນໃນການດຳເນີນນະໂຍບາຍເງິນຕາ ແລະ ກົນໄກຄຸ້ມຄອງລະບົບເງິນຕາຕ່າງປະເທດ, ບົດຮຽນໃນການດຳເນີນນະໂຍບາຍການເງິນ ແລະ ນະໂຍບາຍ, ກົນໄກການເກັບລາຍຮັບ ແລະ ຄຸ້ມຄອງລາຍຈ່າຍງົບປະມານຂອງລັດ, ການແກ້ໄຂໜີ້ສາທາລະນະ ເພື່ອຫຼີກເວັ້ນການຜິດຊຳລະໜີ້ຕໍ່ຕ່າງປະເທດ, ບົດຮຽນໃນການດຳເນີນນະໂຍບາຍຄຸ້ມຄອງລາຄາສິນຄ້າພາຍໃນປະເທດ ແລະ ນະໂຍບາຍ, ກົນໄກ ແລະ ວິທີການສົ່ງເສີມການຜະລິດເພື່ອສົ່ງອອກ ແລະ ດັດປັບໂຄງສ້າງການນຳເຂົ້າທີ່ສົມເຫດສົມຜົນ, ບົດຮຽນໃນການຊຸກຍູ້ສົ່ງເສີມ ແລະ ດຶງດູດການລົງທຶນຈາກພາກເອກະຊົນ ເພື່ອເຂົ້າມາລົງທຶນພາຍໃນປະເທດ. ນອກນັ້ນ, ຄະນະຜູ້ແທນຂອງທັງສອງຝ່າຍຍັງໄດ້ຮ່ວມກັນແລກປ່ຽນ ແລະ ຖອດຖອນບົດຮຽນບັນຫາຕ່າງໆທີ່ທັງສອງຝ່າຍໃຫ້ຄວາມສົນໃຈນຳກັນ.
ກອງປະຊຸມສໍາມະນາທິດສະດີລະຫວ່າງສອງພັກ ລາວ-ຫວຽດນາມ ຄັ້ງນີ້ ໄດ້ດໍາເນີນເປັນເວລາສອງວັນຈຶ່ງສໍາເລັດລົງ.
ຂ່າວ: ສະພາທິດສະດີສູນກາງພັກ