ສະຫາຍ ຄໍາພັນ ເຜີຍຍະວົງ ເຂົ້າຢ້ຽມຂໍ່ານັບ ເລຂາທິການໃຫຍ່ພັກກອມມູນິດຫວຽດນາມ

ສະຫາຍ ຄໍາພັນ ເຜີຍຍະວົງ ເຂົ້າຢ້ຽມຂໍ່ານັບ ເລຂາທິການໃຫຍ່ພັກກອມມູນິດຫວຽດນາມ

ໃນວັນທີ 13 ທັນວາ ຜ່ານມາ ຢູ່ສໍານັກງານສູນກາງພັກ ນະຄອນຫຼວງຮ່າໂນ້ຍ ສສ ຫວຽດນາມ, ສະຫາຍ ຫງວຽນ ຝູຈ້ອງ ໄດ້ໃຫ້ການຕ້ອນຮັບ ສະຫາຍ ຄໍາພັນ ເຜີຍຍະວົງ ເລຂາທິການສູນກາງພັກ ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ປະຊາຊົນ ປະຕິວັດລາວ ພ້ອມດ້ວຍຄະນະ ທີ່ໄປຢ້ຽມຢາມ ແລະ ເຮັດວຽກທາງການ ຢູ່ຫວຽດນາມ ລະຫວ່າງ ວັນທີ 11-14 ທັນວາ 2022. ສະຫາຍ ຫງວຽນ ຝູຈ້ອງ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ໄດ້ຕີລາຄາສູງ ຕໍ່ຜົນການຮ່ວມມື ກໍຄືໝາກຜົນຂອງການພົບປະປຶກສາຫາລື ລະຫວ່າງ ສອງຄະນະໂຄສະນາອົບຮົມສູນກາງພັກປະຊາຊົນ ປະຕິວັດລາວ ແລະ ຄະນະໂຄສະນາສຶກສາສູນກາງພັກກອມມູນິດ ຫວຽດນາມ ອັນໄດ້ປະກອບສ່ວນສໍາຄັນເຂົ້າໃນການປັບປຸງ ແລະ ເພີ່ມທະວີການພົວພັນຮ່ວມມືລະຫວ່າງ ລາວ-ຫວຽດນາມ ໃຫ້ແໜ້ນແຟ້ນກວ່າເກົ່າ. ພ້ອມທັງ ສະເໜີໃຫ້ສອງຝ່າຍຕ້ອງສືບຕໍ່ເສີມຂະຫຍາຍມູນເຊື້ອຂອງຕົນ ໃນການປະຕິບັດໜ້າທີ່ການເມືອງທີ່ໄດ້ຮັບການມອບໝາຍ, ປະສານສົມທົບແໜ້ນ, ຜັນຂະຫຍາຍຂໍ້ຕົກລົງການນໍາຂັ້ນສູງຂອງສອງພັກ, ສອງລັດ ແລະ ຂໍ້ຕົກລົງການຮ່ວມມື ລະຫວ່າງ ສອງຄະນະໂຄສະນາສູນກາງພັກ.

ສະຫາຍ ຫງວຽນ ຝູຈ້ອງ ຢືນຢັນຄວາມເຄົາລົບຂອງພັກ, ລັດ ແລະ ປະຊາຊົນຫວຽດນາມ ກ່ຽວກັບສາຍພົວພັນພິເສດ, ຊື່ສັດບໍລິສຸດ ທັງເປັນສະຫາຍ ທັງເປັນອ້າຍນ້ອງ ຊຶ່ງຍາມໃດກໍຄຽງບ່າຄຽງໄຫຼ່ກັນ ໃນການປົດປ່ອຍຊາດໃນເມື່ອກ່ອນ ກໍຄືການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ໃນປັດຈຸບັນ. ພັກ, ລັດ ແລະ ປະຊາຊົນຫວຽດນາມ ລ້ວນແຕ່ມີຄວາມຈົດຈໍາ ຕໍ່ການຊ່ວຍເຫຼືອທີ່ມີຄວາມໝາຍສໍາຄັນ ທີ່ພັກ, ລັດ ແລະ ປະຊາຊົນ ລາວ ໄດ້ໃຫ້ການຊ່ວຍເຫຼືອແຕ່ກ່ອນຈົນເຖິງປັດຈຸບັນ.

ນອກຈາກນີ້ສະຫາຍຫງວຽນຝູຈ້ອງ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມຍັງໄດ້ໃຫ້ທິດຊີ້ນຳທີ່ເຕັມໄປດ້ວຍຄວາມຈິງໃຈ ແລະ ເມິດຈິດເມິດໃຈທາງດ້ານການຄົ້ນຄວ້າວຽກງານທິດສະດີ-ພຶດຕິກຳ, ການສ້າງແນວທາງການເມືອງແມ່ນປັດໄຈຕັດສິນຊີ້ຂາດອັນດັບໜຶ່ງສໍາລັບພາລະກິດຂອງພັກ ແລະ ຂອງຊາດ ຄືດັ່ງທ່ານເລນິນ ເຄີຍເວົ້າວ່າ: “ບໍ່ມີທິດສະດີປະຕິວັດ ຈະບໍ່ມີຂະບວນການປະຕິວັດ”, ພັກໃດມີທິດສະດີຊີ້ນຳ ຈຶ່ງມີຄວາມສາມາດເຮັດຫຼ້ອນໜ້າທີ່ການເມືອງຂອງຕົນ, ທິດສະດີຕ້ອງຕິດພັນກັບແນວຄິດຕົວຈິງ, ເໝືອນດັ່ງ ປະທານ ໂຮ່ຈິມິນ ເຄີຍເວົ້າວ່າ: “ທິດສະດີແມ່ນເຂັມຊີ້ທິດ ຊຶ່ງມັນໄດ້ຊີ້ທິດເຍືອງທາງໃຫ້ພັກພວກເຮົາໃນວຽກງານຕົວຈິງ”. ຈາກທິດສະດີ ແລະ ພຶດຕິກຳຕົວຈິງ ຫວຽດນາມ ຈຶ່ງໄດ້ສ້າງໂຄງການການເມືອງຂອງຕົນ ແລະ ກ້າວໄປສູ່ການສ້າງແນວທາງທີ່ຖືກຕ້ອງເພື່ອຈັດຕັ້ງປະຕິບັດທຸກຂົງເຂດວຽກງານ ແລະ ຕີລາຄາສູງທີ່ ສປປ ລາວ ໄດ້ມີແນວທາງໃນວຽກງານປັບປຸງ, ເພີ່ມເຕີມ ແລະ ສ້າງໂຄງການການເມືອງ. ພິເສດເຊື່ອໝັ້ນບັນດາບົດຮຽນອັນມີຄ່າທາງດ້ານທິດສະດີ ແລະ ພຶດຕິກໍາຕົວຈິງ, ສປປ ລາວ ຈະໄດ້ຮັບຜົນສໍາເລັດໜ້າທີ່ສໍາຄັນນີ້.

ໂອກາດດຽວກັນນີ້, ສະຫາຍເລຂາທິການໃຫຍ່ ໄດ້ສົ່ງຄໍາຢື້ຢາມຖາມຂ່າວ ແລະ ພອນໄຊອັນປະເສີດ ເຖິງສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະທານປະເທດ ແຫ່ງ ສປປລາວ. ພ້ອມທັງຢືນຢັນວ່າ ຫວຽດນາມ ພ້ອມໃຫ້ການສະໜັບສະໜູນຢ່າງແຂງແຮງ ແລະ ຮອບດ້ານຕໍ່ການປ່ຽນແປງໃໝ່, ການປົກປັກຮັກສາ ແລະ ສ້າງສາພັດທະນາ ສປປ ລາວ. ພ້ອມທັງເຊື່ອໝັ້ນວ່າ ພາຍໃຕ້ການນໍາພາຂອງພັກ ປປ ລາວ, ປະຊາຊົນລາວ ຈະສືບຕໍ່ບັນລຸໄດ້ຫຼາຍຜົນງານໃໝ່ໃຫຍ່ຫຼວງກວ່າເກົ່າ ໃນການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ.

ສະຫາຍ ຄໍາພັນ ເຜີຍຍະວົງ ກໍໄດ້ລາຍງານຜົນການພົບປະ ແລະ ເຮັດວຽກຮ່ວມກັບ ຄະນະນຳຂອງຄະນະໂຄສະນາສຶກສາສູນກາງພັກກອມມູນິດຫວຽດນາມ ຊຶ່ງສອງຄະນະໄດ້ແລກປ່ຽນນໍາກັນຫຼາຍເນື້ອໃນ ໂດຍປິ່ນອ້ອມການຜັນຂະຫຍາຍຂໍ້ຕົກລົງຮ່ວມມື ລະຫວ່າງສອງຄະນະ ທີ່ໄດ້ຮ່ວມລົງນາມໃນຕົ້ນປີນີ້.

ໃນໂອກາດດັ່ງກ່າວນີ້, ສະຫາຍ ຄໍາພັນ ເຜີຍຍະວົງ ໄດ້ສະແດງຄວາມຂອບໃຈຕໍ່ ສະຫາຍ ຫງວຽນ ຟູຈ້ອງ ທີ່ໄດ້ສະຫຼະເວລາອັນມີຄ່າຕ້ອນຮັບຄະນະໃນຄັ້ງນີ້, ພ້ອມທັງນຳເອົາຄວາມຢື້ຢາມຖາມຂ່າວອັນອົມອຸ່ນ ແລະ ພອນໄຊອັນປະເສີດ ຈາກສະຫາຍ ທອງລຸນ ສີສຸລິດ ມາຍັງ ສະຫາຍ ຫງວຽນ ຝູຈ້ອງ ແລະ ສະແດງຄວາມຂອບໃຈເປັນຢ່າງສູງ ຕໍ່ການສະໜັບສະໜູນຊ່ວຍເຫຼືອໃນທຸກດ້ານ ແລະ ຕໍ່ເນື່ອງ ຈາກພັກ, ລັດ ແລະ ປະຊາຊົນຫວຽດນາມ ຕໍ່ພັກ, ລັດ ແລະ ປະຊາຊົນລາວ ເວົ້າລວມ, ເວົ້າສະເພາະ ການຊ່ວຍເຫຼືອໂດຍກົງ ຕໍ່ຄະນະໂຄສະນາອົບຮົມສູນກາງພັກ ປະຊາຊົນ ປະຕິວັດລາວ ຜ່ານຄະນະໂຄສະນາສຶກສາສູນກາງພັກກອມມູນິດຫວຽດນາມ ໃນຕະຫຼອດໄລຍະຜ່ານມາ.