ກອງປະຊຸມທາບທາມ ສ້າງແຜນກໍານົດພະນັກງານນໍາພາ-ຄຸ້ມຄອງ ຂັ້ນຄະນະໂຄສະນາອົບຮົມສູນກາງພັກ ຄຸ້ມຄອງຂອງ ກົມຂໍ້ມູນຂ່າວສານ ແລະ ຝຶກອົບຮົມ.


ກອງປະຊຸມທາບທາມ ສ້າງແຜນກໍານົດພະນັກງານນໍາພາ-ຄຸ້ມຄອງ ຂັ້ນຄະນະໂຄສະນາອົບຮົມສູນກາງພັກ ຄຸ້ມຄອງຂອງ ກົມຂໍ້ມູນຂ່າວສານ ແລະ ຝຶກອົບຮົມ.
ໃນຕອນເຊົ້າຂອງ ວັນທີ 16 ກຸມພາ 2023 ກົມຈັດຕັ້ງ-ພະນັກງານ , ກົມກວດກາ ໄດ້ສົມທົບກັບກົມຂໍ້ມູນຂ່າວສານ ແລະ ຝຶກອົບ ໄດ້ຈັດກອງປະຊຸມທາບ ທາມໃນການສ້າງແຜນກໍານົດພະນັກງານນໍາພາ-ຄຸ້ມຄອງຂັ້ນຄະນະໂຄສະນາອົບຮົມສູນກາງພັກ ຄຸ້ມຄອງ ຂອງກົມຂໍ້ມູນຂ່າວສານ ແລະ ຝຶກອົບຮົມ ເຊິ່ງໃຫ້ກຽດເຂົ້າຮ່ວມ ແລະ ເປັນປະທານໂດຍ ທ່ານ ອານົງສັກ ອິນທະວົງ ກໍາມະການພັກ ຫົວໜ້າກົມຈັດຕັ້ງ-ພະນັກງານ, ເຂົ້າຮ່ວມມີ: ທ່ານ ນາງ ພວງມະລີ ອັກຄະມຸນຕີ ກໍາມະການພັກ ຫົວໜ້າກົມກວດກາ , ທ່ານ ວັນຕຸລາ ຣັກນຸດ ກໍາມະການພັກ ຫົວໜ້າກົມຂໍ້ມູນຂ່າວສານ ແລະ ຝຶກອົບຮົມ, ມີຮອງຫົວໜ້າກົມ, ຫົວໜ້າພະ ແນກ, ຮອງພະແນກ ແລະ ພະນັກງານວິຊາການ ພາຍໃນກົມຂໍ້ມູນຂ່າວສານ ແລະ ຝຶກອົບຮົມ ເຂົ້າຮ່ວມຢ່າງພ້ອມພຽງ.

ຈຸດປະສົງເພື່ອທາບທາມສ້າງແຜນກໍານົດພະນັກງານນໍາພາ-ຄຸ້ມຄອງຂັ້ນຄະນະໂຄສະນາອົບຮົມສູນກາງພັກ ຄຸ້ມຄອງ ຂອງກົມຂໍ້ມູນຂ່າວສານ ແລະ ຝຶກອົບຮົມ ໃນສະເພາະໜ້າ ແລະ ຍາວນານ ເພື່ອຈະຈັດວາງເຂົ້າໃນຕໍາແໜ່ງງານພະນັກງານນໍາພາ-ຄຸ້ມຄອງ ຂັ້ນຮອງກົມ, ຫົວໜ້າພະແນກ, ຮອງພະແນກ ແລະ ວິຊາການ ໃຫ້ມີປະສິດທິພາບສູງ ແລະ ແທດເໝາະກັບຄວາມຮູ້ ຄວາມສາມາດຂອງ ພະນັກງານເຂົ້າໃນຂັ້ນຕ່າງໆ ແນ່ໃສ່ເພື່ອຮັບປະກັນຄຸນນະພາບໃນການຈັດຕັ້ງປະຕິບັດໜ້າ ທີ່ວຽກງານໃນແຕ່ລະໄລຍະ.