ພິທີປະກາດການເລື່ອນຊັ້ນຕໍາແໜ່ງຂັ້ນພະແນກ ແລະ ການປັບປຸງຊັບຊ້ອນພະນັກງານເຂົ້າໃສ່ຕໍາແໜ່ງງານຂອງບັນດາກົມ-ທຽບເທົ່າກົມໃນທົ່ວ ຄອສພ.


ພິທີປະກາດການເລື່ອນຊັ້ນຕໍາແໜ່ງຂັ້ນພະແນກ ແລະ ການປັບປຸງຊັບຊ້ອນພະນັກງານເຂົ້າໃສ່ຕໍາແໜ່ງງານຂອງບັນດາກົມ-ທຽບເທົ່າກົມໃນທົ່ວ ຄອສພ.
ໃນຕອນບ່າຍຂອງ ວັນທີ 8 ກຸມພາ 2023 ຜ່ານມາ. ຄະນະໂຄສະນາອົບຮົມສູນກາງພັກ ໂດ້ຈັດພິທີປະກາດການເລື່ອນຊັ້ນຕໍາແໜ່ງຂັ້ນພະແນກ ແລະ ການປັບປຸງຊັບຊ້ອນພະນັກງານເຂົ້າໃສ່ຕໍາແໜ່ງງານຂອງບັນດາກົມ-ທຽບເທົ່າກົມໃນທົ່ວ ຄອສພ; ໃຫ້ກຽດເຂົ້າຮ່ວມ ແລະ ເປັນປະທານໂດຍ ທ່ານ ລາວປາວຊົ່ງ    ນະວົງໄຊ ກໍາມະການສູນກາງພັກ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ເຂົ້າຮ່ວມມີ: ທ່ານ ນາງ ວິລະວອນ ຄະນະປະຈໍາພັກ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ , ຄະນະພັກ, ຫົວໜ້າກົມ, ຮອງຫົວໜ້າກົມ, ຫົວໜ້າພະແນກ, ຮອງພະແນກ ແລະ ພະນັກງານທົ່ວ ຄອສພ ເຂົ້າຮ່ວມຢ່າງພ້ອມພຽງ.


ໃນພິທີ ທ່ານ ອານົງສັກ ອິນທະວົງ ຫົວໜ້າກົມຈັດຕັ້ງ-ພະນັກງານ ໄດ້ຂຶ້ນກ່າວຈຸດປະສົງໃນການຈັດພິທີຄັ້ງນີ້ແມ່ນ: ເພື່ອປະກາດການຊັບຊ້ອນພະນັກງານເຂົ້າໃນຕໍາແໜ່ງງານ, ປະກາດການເລື່ອນຕໍາແໜ່ງບໍລິຫານຂອງພະນັກງານຈໍານວນໜຶ່ງ ແລະ ຜ່ານມະຕິຕົກລົງວ່າດ້ວຍການແບ່ງຄວາມຮັບຜິດຊອບໃນຄະນະບໍລິຫານງານພັກສະໄໝທີ V.
ໃນຕອນທ້າຍພິທີ ທ່ານ ລາວປາວຊົ່ງ ນະວົງໄຊ ກໍາມະການສູນກາງພັກ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ໄດ້ໃຫ້ກຽດມີຄໍາເຫັນໂອ້ລົມ ເຊິ່ງກ່ອນອື່ນ ທ່ານ ໄດ້ກ່າວຍ້ອງຍໍຊົມເຊີຍຕໍ່ບັນດາສະຫາຍ ທີ່ໄດ້ຮັບການເລື່ອນຕໍາແໜ່ງ ທີ່ພ້ອມກັນເອົາໃຈໃສ່ ແລະ ທຸ່ມເທ່ສະຕິປັນຍາເຂົ້າໃນການເຄື່ອນໄຫວປະ ຕິບັດໜ້າທີ່ວຽກງານ ໃນໄລຍະຜ່ານມາ ພ້ອມທັງຍາດໄດ້ຜົນສໍາເລັດທີ່ຍິ່ງໃຫຍ່, ພ້ອມນັ້ນ ທ່ານໄດ້ຮຽກຮ້ອງມາຍັງບັນດາສະຫາຍ ໃຫ້ເຂົ້າໃຈຢ່າງເລິກເຊິ່ງວ່າຄະ ນະພັກ ຄອສພ ຕົກລົງຍົກຍ້າຍ ແລະ ແຕ່ງຕັ້ງ, ເລື່ອນຕໍາແໜ່ງພະນັກງານຈໍານວນໜຶ່ງ ແມ່ນຄວາມຈຳເປັນຂອງໜ້າທີ່ວຽກງານ, ຄວາມຮຽກຮ້ອງຕ້ອງການແນ່ໃສ່ປັບປຸງການຈັດຕັ້ງ ແລະ ບຸກຄະລາກອນໃຫ້ສອດຄ່ອງກັບໜ້າທີ່ວຽກງານໃນຕໍ່ໜ້າ ແລະ ຍາວນານ ແລະ ໄດ້ເນັ້ນໜັກບາງບັນຫາຄື: ໃຫ້ສຶກສາອົບຮົມນຳພາແນວຄິດຂອງພະນັກງານສະມາຊິກພັກຢູ່ແຕ່ລະກົມ, ພະແນກການເພື່ອໃຫ້ທຸກຄົນເຂົ້າໃຈ ແລະ ຮັບຮູ້ຢ່າງທົ່ວເຖິງຕໍ່ການສັບປ່ຽນດັ່ງກ່າວ, ສືບຕໍ່ນໍາພາກໍ່ສ້າງສະມາຊິກຂອງຕົນຢ່າງທົ່ວເຖິງ, ຮັກສາມູນເຊື້ອຄວາມສາມັກຄີພາຍໃນຢ່າງແໜ້ນແຟ້ນ ເພື່ອພ້ອມກັນສືບຕໍ່ນໍາພາພະນັກງານ ແລະ ສະມາຊິກພັກ ໃນອົງການຂອງຕົນປະຕິ ບັດໜ້າທີ່ວຽກງານດ້ວຍຄວາມຮັບຜິດຊອບສູງ ແລະ ປະດິດສ້າງໄປສູ່ການຫັນປ່ຽນທີ່ແຂງແຮງ ເລິກເຊິ່ງ ແລະ ຮອບດ້ານແທດເໝາະໝູນໃຊ້ເຂົ້າໃນວຽກງານຕົວຈິງ ຢ່າງມີປະສິດທິພາບສູງ.