ມອບປື້ມເຂົ້າຫ້ອງສະໝຸດຄະນະໂຄສະນາອົບຮົມສູນກາງພັກ

ມອບປື້ມເຂົ້າຫ້ອງສະໝຸດຄະນະໂຄສະນາອົບຮົມສູນກາງພັກ

ໃນຕອນເຊົ້າວັນທີ 16 ກຸມພາ 2023 ທ່ານ ນ. ກ່າຍ ແກ້ວບົວລະພາ ຫົວໜ້າພະແນກ, ກົມຈັດຕັ້ງ-ພະນັກງານ ພ້ອມດ້ວຍວິຊາການ ໄດ້ມອບປື້ມຈຳນວນ 6 ເຫຼັ້ມ ແລະ ທ່ານ ຄອນສະຫວັນ ເນົາວະລັງສີ ວິຊາການກົມຂໍ້ມູນຂ່າວສານ ແລະ ຝຶກອົບຮົມມອບປຶ້ມຈຳນວນ 5 ເຫຼັ້ມ ໃຫ້ແກ່ ຫ້ອງສະໝຸດ ກົມຂໍ້ມູນຂ່າວສານ ແລະ ຝຶກອົບຮົມ ຄະນະໂຄສະນາອົບຮົມສູນກາງພັກ ເພື່ອເປັນຂໍ້ມູນສະໜອງໃຫ້ ບັນດານັກຄົ້ນຄ້ວາຂີດຂຽນທັງພາຍໃນ ແລະ ພາຍນອກ ໄດ້ອ່ານ, ໄດ້ຄົ້ນຄວ້າ ໃຫ້ກຽດຮັບໂດຍ ທ່ານ ວັນຕຸລາ ຣັກນຸດ ຄະນະພັກ, ຫົວໜ້າກົມຂໍ້ມູນຂ່າວສານ ແລະ ຝຶກອົບຮົມ.