ຝຶກອົບຮົມພື້ນຖານການນຳໃຊ້ ໂປຼແກຼມຕ່າງໆຂອງເວັບໄຊ ຜ່ານລະບົບອອນລາຍ

ຝຶກອົບຮົມພື້ນຖານການນຳໃຊ້ ໂປຼແກຼມຕ່າງໆຂອງເວັບໄຊ ຜ່ານລະບົບອອນລາຍ

ໃນວັນທີ 14 ມີນາ 2023 ໄດ້ມີການຈັດຝຶກອົບຮົມ 3 ຝ່າຍຜ່ານລະບົບອອນລາຍ ໃນການນຳໃຊ້ໂປຼແກຼມຕ່າງໆຂອງເວັບໄຊວາລະສານອະລຸນໃໝ່ຂັ້ນພື້ນຖານ ເຂົ້າຮ່ວມມີ: ວາລະສານກົງສ້ານ ຂອງສູນກາງພັກກອມມູນິດຫວຽດ ນາມ, ທ່ານ ນາມແອັງ Nam Anh ຄະນະຮັບຜິດຊອບຝ່າຍ ຫວຽດເທວ Viettel, ທ່ານ ນາງ ຈາງ Trang ວິຊາການເຕັກນິກ Viettel, ວິຊາການຈາກວາລະສານອະລຸນໃໝ່ ແລະ ວິຊາການຈາກກົມຂໍ້ມູນຂ່າວສານ ແລະ ຝຶກອົບຮົມເຂົ້າຮ່ວມ.

ຈຸດປະສົງຂອງການຝຶກອົບຮົມໃນຄັ້ງນີ້: ເພື່ອຍົກລະດັບຄວາມຮູ້ ຄວາມສາມາດ ກ່ຽວກັບພື້ນຖານການນໍາໃຊ້ໂປຼແກຼມຕ່າງໆຂອງເວັບໄຊ ໃຫ້ແກ່ພະນັກງານທີ່ຮັບຜິດຊອບຄຸ້ມຄອງເວບໄຊຂອງວາລະສານອະລຸນໃໝ່ ໃນການສ້າງວາລະສານອາລຸນໃໝ່ເປັນວາລະສານເອເລັກໂຕຼນິກໃນອານາຄົດ ເພື່ອຮັບໃຊ້ເຂົ້າໃນວຽກງານການເມືອງ-ແນວຄິດຂອງພັກໃນໄລຍະໃໝ່ ໃຫ້ມີຄວາມທັນສະໄໝ ແລະ ວ່ອງໄວ.

+ເນື້ອໃນການຝຶກອົບຮົມປະກອບມີ 4 ຫົວຂໍ້:

1/. ການຂຽນຂ່າວ.

2/. ວິທີສ້າງຄໍລໍ້າ.

3/. ການອັບໂຫຼດຮູບພາບຕ່າງໆ.

4/. ການຄຸ້ມຄອງຊື່ຜູ້ໃຊ້ (User).