ຫົວໜ້າຄະນະໂຄສະນາອົຍຮົມສູນກາງພັກ ເນັ້ນບາງບັນຫາເພື່ອໃຫ້ວຽກງານໂຄສະນາມີການຫັນປ່ຽນໃໝ່.


ຫົວໜ້າຄະນະໂຄສະນາອົຍຮົມສູນກາງພັກ ເນັ້ນບາງບັນຫາເພື່ອໃຫ້ວຽກງານໂຄສະນາມີການຫັນປ່ຽນໃໝ່.
ເພື່ອຊຸກຍູ້ ໃຫ້ກົມໂຄສະນາ ຄະນະໂຄສະນາອົບຮົມສູນກາງພັກ (ຄອສພ) ມີການຫັນປ່ຽນໃໝ່, ແລະ ສະຫາຍ ຄໍາພັນ ເຜີຍຍະວົງ ຄະນະເລຂາທິການສູນກາງພັກ ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ປະທານສະພາທິດສະດີສູນກາງພັກ ໄດ້ລົງພົບປະໂອ້ລົມພະນັກງານກົມໂຄສະນາ ໃຫ້ທິດຊີ້ນໍາ ການເຄື່ອນໄຫວວຽກງານໂຄສະນາ, ທັງເປັນການຊຸກຍູ້ ໃຫ້ກໍາລັງໃຈພະນັກງານກົມໂຄສະນາ ພາຍຫຼັງມີການປັບປຸງການຈັດຕັ້ງ ທົ່ວ ຄອສພ, ໃນວັນທີ 20 ກຸມພາຜ່ານມາ ທີ່ຫ້ອງປະຊຸມ ຊັ້ນ 5 ຂອງສໍານັກງານ ຄອສພ (ຫຼັກ 6), ເຂົ້າຮ່ວມມີ: ບັນດາຄະນະພັກ, ຫົວໜ້າຫ້ອງການ, ກົມຈັດຕັ້ງ-ພະນັກງານ ແລະ ກົມກວດກາ, ຄະນະກົມ, ຫົວໜ້າ-ຮອງຫົວໜ້າພະແນກ ແລະ ພະນັກງານວິຊາການກົມໂຄສະນາ ເຂົ້າຮ່ວມຢ່າງພ້ອມພຽງ.

ໃນໂອກາດດັ່ງກ່າວ, ສະຫາຍ ໂພເມກ ວິໄລສັກຫົວໜ້າກົມໂຄສະນາ ໄດ້ຂຶ້ນລາຍງານໂດຍຫຍໍ້ ສະພາບການເຄື່ອນໄຫວວຽກງານວິຊາສະເພາະ ຂອງກົມໂຄສະນາ ໃນໄລຍະ 1 ເດືອນຜ່ານມາ ພາຍຫຼັງບັ້ນປັບປຸງກົງຈັກການຈັດຕັ້ງ ທົ່ວຄະນະໂຄສະນາອົບຮົມສູນກາງພັກ ພາຍຫຼັງການໂຮມເອົາວາລະສານໂຄສະນາ ມາເຂົ້າກັບກົມໂຄສະນາ ຊຶ່ງສະຫາຍ ໄດ້ຍົກໃຫ້ເຫັນສະພາບແນວຄິດ ຂອງພະນັກງານພາຍໃນກົມ, ຂໍ້ສະດວກ ແລະ ຂໍ້ຫຍຸ້ງຍາກ ພ້ອມທັງຂໍ້ສະເໜີຈໍານວນໜຶ່ງ. ຫຼັງຈາກນັ້ນ ພະນັກງານ ຂອງກົມໂຄສະນາ ກໍໄດ້ຂຶ້ນປະກອບຄໍາຄິດເຫັນ ແລກປ່ຽນການເຄື່ອນໄຫວວຽກງານ ໃນໄລຍະຜ່ານມາ ແລະ ສະເໜີບາງບັນຫາ ຕໍ່ຂັ້ນເທິງເພື່ອເຮັດໃຫ້ວຽກງານໂຄສະນາ ສາມາດຕອບສະໜອງໄດ້ກັບຄວາມຕ້ອງການໃນໄລຍະໃໝ່.

ໃນຕອນທ້າຍ, ສະຫາຍ ຄໍາພັນ ເຜີຍຍະວົງ ກໍໄດ້ໃຫ້ທິດຊີ້ນໍາໃນການເຄື່ອນໄຫວວຽກງານໂຄສະນາໃນຕໍ່ໜ້າຊຶ່ງກ່ອນອື່ນ ສະຫາຍໄດ້ຍ້ອງຍໍຊົມເຊີຍ ກົມໂຄສະນາທີ່ມີຄວາມພະຍາຍາມບຸກບືນສູ້ຊົນ ໄດ້ເອົາໃຈໃສ່ປັບປຸງສັບຊ້ອນພະນັກງານ ເຂົ້າໃສ່ຕໍາແໜ່ງງານ ພາຍຫຼັງມີການປັບປຸງທົ່ວ ຄອສພ ຊຶ່ງເຮັດໃຫ້ກົມໂຄສະນາ ມີຄວາມສະຫງົບໂດຍພຶ້ນຖານ ໂດຍສະເພາະແມ່ນ ສະພາບແນວຄິດ ຂອງພະນັກງານພາຍໃນກົມ ມີຄວາມອຸ່ນອ່ຽນ ທຸ່ນທ່ຽງ, ມີຄວາມຮັບຜິດຊອບຕໍ່ໜ້າທີ່ວຽກງານ, ຫຼາຍວຽກງານໄດ້ມີຜົນສໍາເລັດຕາມແຜນການ; ເຖິງຈະມີຜົນສໍາເລັດຫຼາຍດ້ານ, ແຕ່ກົມໂຄສະນາ ກໍຍັງມີຫຼາຍບັນຫາທີ່ຈະຕ້ອງໄດ້ປັບປຸງແກ້ໄຂ, ເປັນຕົ້ນແມ່ນ ເນື້ອໃນ ຂອງເອກະສານໂຄສະນາ-ປາຖະກະຖາ ບໍ່ອຸດົມສົມບູນ, ຄວາມຮູ້-ຄວາມສາມາດ ຂອງພະນັກງານ ຍັງມີຈໍາກັດ.

ເພື່ອເຮັດໃຫ້ວຽກງານໂຄສະນາຫັນປ່ຽນໄປສູ່ຄຸນນະພາບໃໝ່ ໃນຕໍ່ໜ້ານີ້ຈະຕ້ອງໄດ້ເອົາໃຈໃສ່ບາງບັນຫາ ດັ່ງນີ້:ກ່ອນອື່ນຕ້ອງຖືສໍາຄັນ ການນໍາພາສະພາບແນວຄິດ ຂອງພະນັກງານ ໃຫ້ຮັບຮູ້-ເຂົ້າໃຈການປັບປຸງກົງຈັກການຈັດຕັ້ງ ປັບປຸງໃຫ້ກະທັດຮັດ, ເພື່ອໃຫ້ມີກໍາລັງແຮງໃນການເຄື່ອນໄຫວວຽກງານວິຊາສະເພາະ ແລະ ເຮັດໃຫ້ວຽກງານມີປະສິດທິຜົນສູງຊຶ່ງກົມໂຄສະນາ ເປັນກົມທີ່ມີຄວາມສໍາຄັນ, ເປັນກົມທີ່ເຮັດວຽກປະຈັນບານ ຂອງ ຄອສພ. ເພື່ອເຮັດໃຫ້ວຽກງານໂຄສະນາມີການຫັນປ່ຽນໄປສູ່ຄຸນນະພາບໃໝ່ ກ່ອນອື່ນຕ້ອງຫັນປ່ຽນທາງດ້ານເນື້ອໃນການໂຄສະນາສຶກສາອົບຮົມ, ຢາກສ້າງຄວາມດຶງດູດ ຄວາມສົນໃຈ ຂອງສັງຄົມ ເຮັດໃຫ້ເນື້ອໃນອຸດົມສົມບູນ, ຫຼາຍຮູບ, ຫຼາຍສີ, ກົມໂຄສະນາ ຕ້ອງໄດ້ຫັນປ່ຽນວິທີການຂຽນບົດ ໂຄສະນາປຸກລະດົມປະເພດຕ່າງໆ ແລະ ເອກະສານໂຄສະນາ-ປາຖະກະຖາຄືນໃໝ່ ແລະ ຫັນຮູບການໂຄສະນາ ໃຫ້ມີຫຼາຍຊ່ອງທາງເຊັ່ນ: ໂຄສະນາທາງວາລະສານ, ລາຍການວິທະຍຸ, ລາຍການໂທລະພາບ ແລະ ສື່ອອນລາຍ ໂດຍ ຄອສພ ຈະພະຍາຍາມສ້າງເງື່ອນໄຂເອື້ອອໍານວຍຄວາມສະດວກໃນດ້ານຕ່າງໆ ເປັນຕົ້ນ: ງົບປະມານ, ວັດຖຸອຸປະກອນຮັບໃຊ້ວຽກງານ… ພ້ອມນັ້ນ ກໍໃຫ້ປະສານສົມທົບກັບກະຊວງ-ອົງການອ້ອມຂ້າງສູນກາງ, ທ້ອງຖິ່ນ ແລະ ທຸກພາກສ່ວນ ໃນສັງຄົມ ເພື່ອເຮັດໃຫ້ວຽກງານໂຄສະນາປຸກລະດົມ, ສຶກສາອົບຮົມໄປຮອດໄປເຖິງເປົ້າໝາຍຕ່າງໆໃນສັງຄົມຢ່າງຖົ່ວເຖິງ.
(ຂ່າວ: ມີໄຊ – ພາບ: ດາວທະວີສຸກ)