ຄະນະຜູ້ແທນ ກົມຖະແຫຼງຂ່າວ ຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດຈີນ ຢ້ຽມຢາມ ຄະນະໂຄສະນາອົບຮົມສູນກາງພັກ.

ຄະນະຜູ້ແທນ ກົມຖະແຫຼງຂ່າວ ຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດຈີນ

ຢ້ຽມຢາມ ຄະນະໂຄສະນາອົບຮົມສູນກາງພັກ.

    ໃນຕອນເຊົ້າຂອງວັນທີ 25 ເມສາ 2023, ທ່ານ ລາວປາວຊົ່ງ ນະວົງໄຊ, ກໍາມະການສູນກາງພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງຄະນະຜູ້ແທນຄະນະພົວພັນຕ່າງ ປະເທດສູນກາງພັກກອມມູນິດຈີນ ເຊິ່ງນໍາໂດຍ ທ່ານ ຫູຈ້າວໜິງ ຫົວໜ້າກົມຖະແຫຼງຂ່າວ ຄະນະພົວພັນຕ່າງ ປະເທດສູນກາງພັກກອມມູນິດຈີນ ພ້ອມດ້ວຍຄະນະ ໃນໂອກາດດັ່ງກ່າວ ທ່ານ ທ່ານ ລາວປາວຊົ່ງ ນະວົງໄຊ, ກໍາມະການສູນກາງພັກ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ໄດ້ສະແດງຄວາມຊົມເຊີຍ ຕໍ່ການມາຢ້ຽມ ຢາມ ແລະ ເຮັດວຽກຢູ່ ສປປ ລາວ ຂອງຄະນະ ຜູ້ແທນຝ່າຍຈີນ ແລະ ໃຊ້ເວລາທີ່ມີຄາມາຢ້ຽມຢາມ ແລະ ເຮັດວຽກກັບ ຄະນະໂຄສະນາອົບຮົມສູນກາງພັກ ເຊິ່ງທ່ານໄດ້ລາຍງານສະພາບໂດຍລວມ ຂອງ ສປປ ລາວ, ການພົວພັນຮ່ວມມືຂອງປະເທດລາວ-ຈີນ ແລະ ການເຄື່ອນໄຫວວຽກງານໂຄສະນາອົບຮົມ ໃນໄລຍະຜ່ານມາ ໃຫ້ຄະນະຜູ້ແທນຝ່າຍຈີນຮັບຊາບ ພ້ອມທັງສະເໜີທິດທາງການຮ່ວມມືລະຫວ່າງ ສອງຄະນະໂຄສະນາອົບຮົມລາວ-ຈີນ ໃນຕໍ່ໜ້າ.

    ຈາກນັ້ນ,  ທ່ານ ຫູຈ້າວໜິງ, ຫົວໜ້າກົມຖະແຫຼງຂ່າວ ຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດຈີນ ກໍໄດ້ກ່າວສະແດງຄວາມຂອບໃຈໃນການຕ້ອນຮັບອັນອົບອຸ່ນ ຈາກຄະນະໂຄສະນາອົບຮົມສູນກາງພັກປະຊາ ຊົນປະຕິວັດລາວ ແລະ ໄດ້ກ່າວຈຸດປະສົງໃນການມາຢ້ຽມຢາມແລກປ່ຽນບົດຮຽນໃນຄັ້ງນີ້ວ່າ: ເພື່ອໂຄສະນາເຜີຍ ແຜ່ຜົນຂອງກອງປະຊຸມໃຫຍ່ຄັ້ງທີ XX ຂອງພັກກອມມູນິດຈີນ, ການປະຕິບັັດແນວຄິດຂອງສະຫາຍເລຂາທິການໃຫຍ່ ສີຈິ້ນຜິງ ແລະ ບັນຫາການຮ່ວມມືລາວ-ຈີນ ໃນເງື່ອນໄຂໃໝ່.

    ຈາກນັ້ນ, ຄະນະຜູ້ແທນທັງ 2 ຝ່າຍ ໄດ້ເຂົ້າຮ່ວມກອງປະຊຸມພົບປະແລກປ່ຽນບົດຮຽນຂັ້ນວິຊາການ ເຊິ່ງກັນ ແລະ ກັນ ເຊິ່ງຝ່າຍລາວ ນໍາໂດຍ ທ່ານ ໂພເມກ ວິໄລສັກ, ຫົວໜ້າກົມໂຄສະນາ, ມີບັນດາຫົວໜ້າກົມ, ຜູ້ຕາງໜ້າຈາກສຳນັກງານຂ່າວສານປະເທດລາວ, ຄະນະພົວພັນຕ່າງປະເທດລາວ, ໜັງສືພິມປະຊາຊົນ ແລະ ວາລະສານອະລຸນໃໝ່.

    ທັງສອງຝ່າຍ ໄດ້ປຶກສາຫາລື, ແລກປ່ຽນຄຳຄິດຄຳເຫັນ ຊຶ່ງກັນ ແລະ ກັນ ຢ່າງກົງໄປກົງມາໃນຫຼາຍບັນຫາ ເປັນຕົ້ນແມ່ນການແລກປ່ຽນການພົວພັນຮ່ວມມື ລະຫວ່າງ ລາວ-ຈີີີນ ດ້ານວຽກງານສື່ມວນຊົນໃນໄລຍະຜ່ານມາ ຊຶ່ງຝ່າຍຈີນໄດ້ນຳສະເໜີຜົນສຳເລັດຂອງການຈັດຕັ້ງປະຕິບັດກອງປະຊຸມ ຄັ້ງທີ 20 ຂອງພັກກອມມູນິດຈີນ, ຂໍ້ລິເລີ່ມວ່າດ້ວຍອະລິຍະທຳຂອງໂລກ ທີ່ສະເໜີໂດຍ ສະຫາຍເລຂາທິການໃຫຍ່ ສີຈິ້ນຜິງ, ຄຳເຫັນຕໍ່ສະຖານະການຫາງສຽງສາກົນ, ບົດຮຽນໃນການຊີ້ນຳ-ນຳພາແນວຄິດຫາງສຽງ ແລະ ນຳສະເໜີກ່ຽວກັບການຈັດຕັ້ງປະຕິບັດວຽກງານສື່ມວນຊົນ ຂອງ ສປ ຈີນ ໃນໄລຍະໃໝ່, ພ້ອມນັ້ນ, ບັນດາຫົວໜ້າ ຂອງແຕ່ລະສຳນັກຂ່າວ ຂອງ ສປປ ລາວ ກໍໄດ້ຜັດປ່ຽນກັນຂຶ້ນລາຍງານສະພາບການເຄື່ອນໄຫວຈັດຕັ້ງປະຕິບັດ, ພາລະບົດບາດ, ສິດໜ້າທີ່ຮັບຜິດຊອບ ຂອງຕົນ, ຂອງແຕ່ລະຂະແໜງການ ໃຫ້ຝ່າຍຈີນຮັບຊາບ ໂດຍສະເພາະສະພາບການພັດທະນາວຽກງານສື່ມວນຊົນລາວໃນຍຸກໃໝ່ ແລະ ການຫັນເປັນທັນສະໄໝເທື່ອລະກ້າວ.