ພິທີພົບປະລະຫວ່າງ ວາລະສານອະລຸນໃໝ່ຂອງພັກປະຊາຊົນປະຕິວັດລາວ ແລະ ວາລະສານສັງຄົມນິຍົມກູບາ

ພິທີພົບປະລະຫວ່າງ ວາລະສານອະລຸນໃໝ່ຂອງພັກປະຊາຊົນປະຕິວັດລາວ ແລະ ວາລະສານສັງຄົມນິຍົມກູບາ

ໃນວັນທີ 27 ເມສາ 2023 ທີ່ຫ້ອງປະຊຸມຄະນະໂຄສະນາອົບຮົມສູນກາງພັກ, ໄດ້ຈັດພິທີພົບປະສອງຝ່າຍ ລະຫວ່າງ ວາລະສານອາລຸນໃໝ່ຂອງພັກປະຊາຊົນປະຕິວັດລາວ ແລະ ວາລະສານສັງຄົມນິຍົມກູບາ ໃນໂອກາດທີ່ຄະນະຜູ້ແທນ ສ ກູບາ ເດີນທາງມາຢ້ຽມຢາມ ແລະ ເຂົ້າຮ່ວມກອງປະຊຸມທີ່ ສປປ ລາວ ຊຶ່ງ​ຝ່າຍລາວ ນໍາໂດຍທ່ານ ປອ ວັນລາຕີ ຄໍາວານວົງສາ ວ່າການຫົວໜ້າບັນນາທິການວາລະສານອະລຸນໃໝ່ ພ້ອມດ້ວຍຄະນະ, ຝ່າຍ ສ ກູບາ ນໍາໂດຍ ທ່ານ ເອັງຣິເກ ອຸບີເອຕາ ໂກເມສ ອໍານວຍການວາລະສານສັງຄົມນິຍົມກູບາ ແລະ ທ່ານ ນາງ ເອັກນາ ເອັສເທີ ວຽນ ວາລເດສ ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ແຫ່ງ ສ ກູບາ ປະຈໍາ ສ​ປ​ປ ລາວ ພ້ອມດ້ວຍຄະນະ.

ໃນພິທີ ທ່ານ ປອ ວັນລາຕີ ຄໍາວານວົງສາ ໄດ້ສະແດງຄວາມຕ້ອນຮັບ, ຊົມເຊີຍ ພ້ອມທັງຕີລາຄາສູງຕໍ່ ທ່ານ ເອັງຣິເກ ອຸບີເອຕາ ໂກເມສ ພ້ອມດ້ວຍຄະນະທີ່ໄດ້ເດີນ ທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ຊຶ່ງ​ເປັນການປະກອບສ່ວນເພີ່ມພູນຄູນສ້າງສາຍພົວພັນມິດຕະພາບ ແລະ ການພົວພັນຮ່ວມມື ລະຫວ່າງ ສອງພັກ, ສອງລັດ ກໍຄືປະຊາຊົນຂອງສອງປະເທດລາວ-ກູບາ, ເວົ້າລວມ, ເວົ້າສະເພາະ ການຮ່ວມມືຢ່າງແໜ້ນແຟ້ນລະຫວ່າງ ວາລະສານອະລຸນໃໝ່ຂອງພັກປະຊາຊົນປະຕິວັດລາວ-ວາລະສານສັງຄົມນິຍົມກູບາ ໃຫ້ກ້າວເຂົ້າສູ່ລວງເລິກ.

ໃນໂອກາດດັ່ງກ່າວ ທ່ານ ເອັງຣິເກ ອຸບີເອຕາ ໂກເມສ ອໍານວຍການວາລະສານສັງຄົມນິຍົມກູບາ ໄດ້ສະແດງຄວາມຂອບໃຈຢ່າງຈິງໃຈ ຕໍ່ການຕ້ອນຮັບອັບອົບອຸ່ນ, ພ້ອມນັ້ນ ກໍຢືນຢັນວ່າຈະສ້າງເງື່ອນໄຂອໍານວຍຄວາມສະດວກ ໃຫ້ສອງວາລະສານໄດ້ແລກປ່ຽນຂໍ້ມູນຂ່າວສານເຊິ່ງກັນແລະກັນ, ເພື່ອປະກອບສ່ວນເສີມຂະຫຍາຍສາຍພົວ ພັນມິດຕະພາບອັນເປັນມູນເຊື້ອແລະການຮ່ວມມືອັນດີງາມ ຂອງສອງພັກ ສອງລັດ ໃຫ້ມີບາດກ້າວໃໝ່.

ການພົບ​ປະຄັ້ງນີ້ ຕ່າງຝ່າຍ​ຕ່າງກໍໄດ້ແຈ້ງສະພາບການເຄື່ອນໄຫວວຽກງານຂອງວາລະສານໃຫ້ກັນແລະກັນຊາບໂດຍຫຍໍ້, ຈາກນັ້ນ ກໍໄດ້ປຶກສາຫາລືກັນວ່າ ຈະແລກ ປ່ຽນບົດຮຽນກ່ຽວກັບ ວາລະສານຊຶ່ງກັນ ແລະ ກັນໃນອະນາຄົດ.