ຄອສພ ເຂົ້າຮ່ວມຟັງການເຜີຍແຜ່ແບບອອນລາຍ ຜົນການຈັດຕັ້ງປະຕິບັດແນວຄິດ ສີຈີ້ນຜິງ ວ່າດ້ວຍສັງຄົມນິຍົມທີ່ມີສີສັນພິເສດຂອງຈີນ ຢູ່ແຂວງຫູເປີຍ

ຄອສພ ເຂົ້າຮ່ວມຟັງການເຜີຍແຜ່ຜົນການຈັດຕັ້ງປະຕິບັດແນວຄິດ ສີຈີ້ນຜິງ ວ່າດ້ວຍສັງຄົມນິຍົມທີ່ມີສີສັນພິເສດຂອງຈີນ ຢູ່ແຂວງຫູເປີຍແບບອອນລາຍ

    ໃນຕອນບ່າຍວັນທີ 30 ພຶດສະພາ 2023 ທີ່ຫ້ອງປະຊຸມທາງໄກ ຄະນະໂຄສະນາອົບຮົມສູນກາງພັກ ຄອສພໄດ້ມີການເຜີຍແຜ່ຜົນການຈັດຕັ້ງປະຕິບັດແນວຄິດ ສີຈີ້ນຜິງ ວ່າດ້ວຍສັງຄົມນິຍົມທີ່ມີສີສັນພິເສດຂອງຈີນ ຢູ່ແຂວງຫູເປີຍ ເຂົ້າຮ່ວມມີທ່ານ ໂພເມກ ວິໄລສັກ ຫົວໜ້າໂຄສະນາ ພ້ອມດ້ວຍຄະນະ, ມີຕາງໜ້າຈະຄະນະພົວພັນການຕ່າງປະເທດສູນກາງພັກ ແລະ ພາກສ່ວນທີ່ກ່ຽວຂ້ອງ. ໃນກອງປະຊຸມທາງໄກ ທ່ານ Liu Jian Chao ຫົວໜ້າຄະນະພົວພັນການຕ່າງປະເທດສູນກາງພັກກອມມູນິດຈີນ ແລະ ທ່ານ Wang Meng Hui ເລຂາຄະນະພັກແຂວງຫູເປີຍ, ຫົວໜ້າສະພາປະຊາຊົນແຂວງຫູເປີຍຂຶ້ນກ່າວປາໄສ, ເຊິ່ງໄດ້ຍົກໃຫ້ເຫັນການພົວພັນຮ່ວມມືຮອບດ້ານກັບນາໆຊາດ ແລະ ໄດ້ຮັບການຈັດຕັ້ງປະຕິບັດເຂົ້າສູ່ລວງເລິກຢ່າງຕໍ່ເນື່ອງ, ຮັກສາການຮ່ວມມືແລກປ່ຽນໃນແຕ່ລະຂົງເຂດຢ່າງແໜ້ນແຟ້ນ ແລະ ໄດ້ຮັບໝາກຜົນສຳເລັດເປັນກ້າວໆ ຕະຫຼອດມາ. ພັກກອມມູນິດຈີນ ໄດ້ຜ່ານປະຫວັດສາດສູ້ຊົນ 100ກວ່າປີ ແລະ ຈະສືບຕໍ່ເດີນທາງຄັ້ງໃໝ່. ພັກກອມມູນິດຈີນ ມີຄວາມໝັ້ນໃຈ ແລະ ມີຄວາມສາມາດຢ່າງເຕັມປ່ຽມໃນການສ້າງສິ່ງມະຫັດສະຈັນໃໝ່ທີ່ໃຫຍ່ກວ່າເກົ່າ ເປັນທີ່ປະຈັກຕາຊາວໂລກໃນຍຸກໃໝ່ ແລະ ເດີນຕາມທິດສັງຄົມນິຍົມຕາມສີສັນຂອງຈີນ; ບຸກບືນສູ້ຊົນເພື່ອສ້າງປະເທດສັງຄົມນິຍົມທີ່ທັນສະໄໝຢ່າງຮອບດ້ານ ແລະ ຊຸກຍູ້ການຟື້ນຟູຄວາມຈະເລີນຮຸ່ງເຮືອງອັນຍິ່ງໃຫຍ່ຂອງປະຊາຊາດຈີນຄືນໃໝ່ຢ່າງຮອບດ້ານ.