ພະນັກງານ ບັນດາກົມພາຍໃນ ຄອສພ ເຄື່ອນໄຫວຢ້ຽມຢາມ ພະນັກງານອາວຸໂສບຳນານ

ພະນັກງານ ບັນດາກົມພາຍໃນ ຄອສພ ເຄື່ອນໄຫວຢ້ຽມຢາມ ພະນັກງານອາວຸໂສບຳນານ

              ໃນວັນທີ 17 ພຶດສະພາ 2023, ກົມຈັດຕັ້ງ-ພະນັກງານ ໄດ້ນໍາພາພະນັກງານ ບັນດາກົມພາຍໃນ ຄະນະໂຄສະນາອົບຮົມສູນກາງພັກ ເຄື່ອນໄຫວຢ້ຽມຢາມ ທ່ານ ບຸນສະແຫວງ ຫົງສະຫວັນ ອະດີດຫົວໜ້າຫ້ອງການ ຄອສພ ພະນັກງານບຳນານ ທີ່ປິ່ນປົວຢູ່ໂຮງໝໍສູນກາງ 103 ກອງທັບປະຊາຊົນລາວ.

         ດ້ວຍຄວາມເອົາໃຈໃສ່ ແລະ ເປັນຫວ່ງ ຈາກຄະນະພັກ, ຄະນະນຳ ຄະນະໂຄສະນາອົບຮົມສູນກາງພັກ ທີ່ຍາມໃດກໍ່ຖືຄວາມສຳຄັນ ວຽກງານນະໂຍບາຍຕໍ່ ພະນັກງານ ຄອສພ ດັ່ງນັ້ນພະນັກງານບັນດາກົມໄດ້ໄປຢ້ຽມຍາມ ຖາມຂ່າວຕິດຕາມເບີ່ງອາການເຈັບເປັນຂອງເພີ່ນ ເພື່ອໃຫ້ກໍາລັງໃຈ ທີ່ກຳລັງປິ່ນປົວຮັກສາສຸຂະພາບຢູ່ໂຮງໝໍໃຫ້ຫາຍຈາກອາການເຈັບປ່ວຍ ແລະ ກັບໄປດຳເນີນຊີວິດຕາມປົກກະຕິ ຫຼັງຈາກນັ້້ນ, ຕາງໜ້າພະແນກນະໂຍບາຍ, ກົມຈັດຕັ້ງພະນັກງານ ຄອສພ ໄດ້ມອບນະໂຍບາຍຈຳນວນໜຶ່ງ ໃຫ້ແກ່ຄອບຄົວຂອງເພີ່ນເພື່ອຊ່ວຍໃນສິ່ງທີ່ຈຳເປັນຕ່າງໆ.