ສປຈີນ – ສ ປ ປ ລາວ ເປັນຄູ່ຮ່ວມຊາຕາກຳທີ່ໝັ້ນຄົງຍາວນານ.

ບົດປາຖະກະຖາຂອງທ່ານ ເອກອັກຄະລັດຖະທູດ ຈ່ຽງຈ້າຍຕົ່ງ ແຫ່ງສ ປຈີນ ປະຈຳລາວ ກ່າວຢູ່ຄະນະໂຄສະນາອົບຮົມສູນກາງພັກ

ວັນທີ 24 ພຶດສະພາ 2023,ທີ່ຄະນະໂຄສະນາອົບຮົມສູນກາງພັກ

    ປະເທດຈີນກັບປະເທດລາວຍຶດໝັ້ນຮັກສາມິດຕະພາບທີ່ໝັ້ນຄົງຄະນົງແກ່ນ, ຊຸກຍູ້ການຮ່ວມມືທີ່ເປັນຮູບປະທຳໂດຍສະເພາະໃນໄລຍະສອງປີທີ່ຜ່ານມາ, ສາຍພົວພັນມິດຕະພາບຈີນ-ລາວ ມີການພັດທະນາຢ່າງມີຄຸນນະພາບສູງ, ສະຫາຍ ເລຂາທິການໃຫຍ່ ປະທານປະເທດ ສີຈິ້ນຜິງ ກັບ ສະຫາຍ ເລຂາທິການໃຫຍ່ ປະທານປະເທດ ທອງລຸນ ສີສຸລິດ ໄດ້ຍືນຢັນການເປັນຄູ່ຮ່ວມຍຸດທະສາດຕາມ ທິດ 4 ດີ, ເຊິ່ງເປັນການຊີ້ທິດເຍືອງທາງ ແລະ ເປັນບ່ອນອີງໃຫ້ແກ່ການພົວພັນສອງຝ່າຍ, ສ້າງຄວາມໝັ້ນໃຈ ແລະ ກຳລັງແຮງໃຫ້ແກ່ສອງປະເທດໃນການຮ່ວມກັນຮັບມືກັບ ສະຖານະການປ່ຽນແປງຂອງໂລກໃນປັດຈຸບັນ.

  ໃນໄລຍະຕໍ່ໜ້າ ຝ່າຍຈີນຍິນດີຮ່ວມກັນກັບຝ່າຍລາວ ຊຸກຍູ້ການຈັດຕັ້ງປະຕິບັດຄວາມຮັບຮູ້ເປັນເອກະພາບກັນຂອງເລຂາທິການໃຫຍ່ ປະທານປະເທດຂອງສອງປະເທດ, ລົງເລິກຈັດຕັ້ງປະຕິບັດ ຂໍ້ລິເລີ່ມວ່າດ້ວຍການພັດທະນາຂອງໂລກ, ຂໍ້ລິເລີ່ມວ່າດ້ວຍຄວາມປອດໄພຂອງໂລກ ແລະ ຂໍ້ລິເລີ່ມວ່າດ້ວຍອະລິຍະທຳຂອງໂລກ, ຮ່ວມກັນສ້າງຄູ່ຮ່ວມຊາຕາກຳ ຈີນ-ລາວ ໃຫ້ມີມາດຕະຖານສູງ, ຄຸນນະພາບສູງ ແລະ ລະດັບສູງ, ສ້າງເປັນແບບຢ່າງໃຫ້ແກ່ການສ້າງປະຊາຄົມຮ່ວມຊາຕາກຳຂອງມວນມະນຸດ, ຍຶດໝັ້ນຄວາມສາມັກຄີ, ສ້າງຈິດສຳນຶກຄູ່ຮ່ວມຊາຕາກຳ ຈີນ-ລາວ ຢ່າງໜັກແໜ້ນ, ຍຶດໝັ້ນການນຳພາຂອງພັກ ແລະ ທິດທາງສັງຄົມນິຍົມ ແມ່ນລັກສະນະທາດແທ້ຂອງສາຍພົວພັນຈີນ-ລາວ,ເມື່ອປະເຊີນໜ້າກັບສະພາບແວດລ້ອມພາຍນອກທີ່ສັບສົນ ແລະ ພາລະໜ້າທີ່ການພັດທະນາເສດຖະກິດສັງຄົມພາຍໃນປະເທດທີ່ໜັກໜ່ວງ, ປະເທດຈີນກັບປະເທດລາວຕ້ອງຖືການສ້າງຄູ່ຮ່ວມຊາຕາກຳ ຈີນ-ລາວ ເປັນສິ່ງທີ່ມີຄວາມໝາຍສຳຄັນທາງດ້ານການເມືອງ ແລະ ຍຸດທະສາດ, ກ່ຽວພັນກັບການຮັກສາພາລະກິດສັງຄົມນິຍົມ, ໃຫ້ຈິດສຳນຶກສ້າງຄູ່ຮ່ວມຊາຕາກຳສອດຫອຍເຂົ້າໃນທຸກຂົງເຂດ ແລະ ທຸກຂະບວນການຂອງສາຍພົວພັນ ຈີນ-ລາວ, ຮັບປະກັນໃຫ້ສາຍພົວພັນສອງຝ່າຍບໍ່ປ່ຽນທິດທາງ ແລະ ຮັກສາຄວາມວ່ອງໄວ, ຍຶດໝັ້ນຊ່ວຍເຫຼືອເຊິ່ງກັນ ແລະ ກັນ, ຮັດແໜ້ນພື້ນຖານຄວາມປອດໄພດ້ວຍມາດຕະຖານສູງ, ການຮັກສາຄວາມປອດໄພທາງດ້ານການເມືອງ, ຄວາມປອດໄພທາງດ້ານການກຳອຳນາດ ແລະ ຄວາມປອດໄພຂອງລະບອບແມ່ນກ່ຽວພັນກັບຜົນປະໂຫຍດພື້ນຖານ   ຂອງປະຊາຊົນສອງຊາດ, ທັງແມ່ນພື້ນຖານຂອງການສ້າງຄູ່ຮ່ວມຊາຕາກຳ ຈີນ-ລາວ. ເພີ່ມທະວີການແລກປ່ຽນຂອງອົງການປ້ອງກັນຄວາມສະຫງົບ, ເພີ່ມທະວີການຮ່ວມມືທາງດ້ານຕ້ານການກໍ່ການຮ້າຍ,ສະກັດກັ້ນ “ການຫັນປ່ຽນໂດຍສັນຕິ” ແລະ “ປະຕິວັດສີ”, ປາບປາມຢາເສບຕິດ, ການຫຼອກຫຼວງຜ່ານໂທລະຄົມມະນາຄົມ, ຫຼິ້ນພະນັນຂ້າມຊາດ, ການຄຸ້ມຄອງດ່ານ ແລະ ອື່ນໆ, ຮ່ວມກັນສ້າງຄວາມປອດໄພໃຫ້ແກ່ໂຄງການຮ່ວມມືສອງຝ່າຍ ແລະ ພະນັກງານວິສາຫະກິດສອງຝ່າຍລວມທັງໂຄງການທາງລົດໄຟຈີນ-ລາວ.

        ຍຶດໝັ້ນຕ່າງຝ່າຍຕ່າງມີຜົນປະໂຫຍດ, ສ້າງໂຄງປະກອບຮ່ວມມືທີ່ມີຄຸນນະພາບສູງ, ເພີ່ມທະວີການເຊື່ອມໂຍງຍຸດທະສາດການພັດທະນາ, ຖືແລວທາງເສດຖະກິດຈີນ-ລາວ ເປັນທິດຊີ້ນຳ, ການພັດທະນາສັງລວມຂອງເຂດລຽບຕາມທາງລົດໄຟ ຈີນ-ລາວ ເປັນຈຸດສຸມ, ແນວຄວາມຄິດເຊື່ອມໂຍງການພັດທະນາ ຈີນ-ລາວ-ໄທ ເປັນກຳລັງຊຸກຍູ້, ສືບຕໍ່ຊຸກຍູ້ການສ້າງໂຄງການຕ່າງໆໃນຂອບເຂດ “ໜຶ່ງແລວໜຶ່ງເສັ້ນທາງ”, ເຮັດໃຫ້ການເຊື່ອມໂຍງລະຫວ່າງຂໍ້ລິເລີ່ມ “ໜຶ່ງແລວໜຶ່ງເສ້ັນທາງ” ກັບຍຸດທະສາດປ່ຽນຈາກປະເທດທີ່ບໍ່ມີຊາຍແດນຕິດກັບທະເລ ມາເປັນປະເທດເຊື່ອມຈອດເຊື່ອມຕໍ່ຂອງລາວປະກົດຜົນເປັນຈິງຕາມການສະເໜີຂອງເລຂາທິການໃຫຍ່ ທອງລຸນ ສີສຸລິດ. ສືບຕໍ່ດຳເນີນທຸລະກິດແລະ ຮັກສາທາງລົດໄຟຈີນ-ລາວ ເປັນຢ່າງດີ, ຮັບປະກັນຄວາມປອດໄພ, ຍົກສູງປະສິດທິຜົນ,ພັດທະນາເຂດລຽບຕາມທາງ ແລະ ຊຸກຍູ້ການເຊື່ອມໂຍງຂອງພາກພື້ນ, ເພື່ອສ້າງເປັນໂຄງການແບບຢ່າງໃນການພັດທະນາສາຍພົວພັນຈີນ-ລາວ. ຊຸກຍູ້ການຮ່ວມມືໂຄງການໃຫຍ່ ແລະ ສຳຄັນ,ສົມທົບກັບລົງເລິກການຮ່ວມມືທາງດ້ານເສດຖະກິດການຄ້າ ແລະ ຍົກສູງຄວາມສາມາດການພັດທະນາຂອງປະເທດລາວ, ຊຸກຍູ້ການເຊື່ອມໂຍງຕາໜ່າງໄຟຟ້າ, ການພັດທະນາພະລັງງານ ແລະຊັບພະຍາກອນ, ການນຳເຂົ້າງົວລາວໄປຈີນໃຫ້ປະກົດຜົນເປັນຈິງໂດຍໄວ, ພະຍາຍາມຊ່ວຍເຫຼືອປະເທດລາວແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດການເງິນໂດຍຜ່ານການຍົກສູງຄວາມສາມາດການພັດທະນາຂອງປະເທດລາວ.

        ຢຶດໝັ້ນການແລກປ່ຽນ ແລະ ຖອດຖອນ, ລົງເລິກການເຊື່ອມໂຍງເຂົ້າກັບຄວາມສີວິໄລຢ່າງລະດັບສູງ. ອະລິຍະທຳຈີນກັບອະລິຍະທຳລ້ານຊ້າງ ມີການໄປມາຫາສູ່ກັນຢ່າງຕະຫຼອດ ແລະ ມີຄວາມສະໜິດສະໜົມກັນ, ປະຊາຊົນທັງສອງຊາດມີຄວາມຮູ້ຄວາມເຂົ້າໃຈກັນ, ຈີນກັບລາວມີເງື່ອນໄຂທີ່ດີຢູ່ແລ້ວດ້ານການປະຕິບັດຂໍລິເລິມອະລິຍະທຳໂລກ. ຈີນຍິນດີເລັ່ງລັດຊຸກຍູ້ການຟື້ນຟູ ແລະ ພັດທະນາດ້ານທ່ອງທ່ຽວ, ເສີມຂະຫຍາຍບົດບາດການເຊື່ອມຕໍ່ຂອງອົງການຄືສູນວັດທະນະທຳຈີນ ສະຖາບັນຂົງຈື້ເປັນຕົ້ນ, ລົງເລິກການຮ່ວມມືດ້ານການຖະແຫຼງຂ່າວ, ການພິມ, ລະຄອນ, ຮູບເງົາ ແລະ ອື່ນໆ, ເປີດກ້ວາງການຮ່ວມມືດ້ານການສຶກສາລະດັບສູງ ສຶກສາວິຊາ ສຶກສາຕິຈິໂດ, ໃຫ້ຊາວໜຸ່ມສອງຊາດໄປມາຫາສູ່ກັນຫຼາຍຂຶ້ນ, ສົ່ງເສີມອົງການມະຫາຊົນຮ່ວມມືຫຼາຍຂຶ້ນ, ຮັກສາສຸສານປ່າສົບນັກປະຕິວັດຈີນຢູ່ລາວ ເພື່ອໃຫ້ປະຊາຊົນສອງຊາດມີຄວາມເຂົ້າໃຈກັນ ແລະ ສະໜິດສະໜົມກັນຫຼາຍຂຶ້ນກ່ວາເກົ່າ, ຊຸກຍູ້ໃຫ້ອະລິຍະທຳຈີນ ແລະ ອະລິຍະທຳລ້ານຊ້າງ ພັດທະນາ ແລະ ຈະເລີນຮຸ່ງເຮືອງພ້ອມກັນ.

ຂໍຂອບໃຈ.