ອາໄລອາວອນຢ່າງສຸດຊຶ້ງຕໍ່ການຈາກໄປໂດຍບໍ່ມີວັນກັບຄືນມາຂອງ ສະຫາຍ ນາງ ສົມພອຍ ພົມມະຈັກ ກໍາມະການພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ.

ອາໄລອາວອນຢ່າງສຸດຊຶ້ງຕໍ່ການຈາກໄປໂດຍບໍ່ມີວັນກັບຄືນມາຂອງ ສະຫາຍ ນາງ ສົມພອຍ ພົມມະຈັກ ກໍາມະການພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ.

ໃນທ່າມກາງບັນຍາກາດແຫ່ງຄວາມໂສກເສົ້າເສຍດາຍ ແລະ ອາໄລອາວອນຢ່າງສຸດຊຶ້ງຕໍ່ການຈາກໄປໂດຍບໍ່ມີວັນກັບຄືນມາອີກແລ້ວຂອງ ສະຫາຍ ນາງ ສົມພອຍ ພົມມະຈັກ ກໍາມະການພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ.

ສະຫາຍ ນາງ ສົມພອຍ ພົມມະຈັກ ເກີດເມື່ອວັນທີ 14/08/1969 ໃນຄອບຄົວພະນັກງານທີ່ບ້ານ ໂພນງາມ, ເມືອງ ໄຊທານີ, ນະຄອນຫຼວງວຽງຈັນ, ເປັນບຸດຂອງ ທ່ານ ບຸນສົມ ພົມມະຈັກ ແລະ ທ່ານ ນາງ ຄໍາເມີງ ແສນຄໍາຢອງ ມີອ້າຍນ້ອງຄີງນໍາກັນ 09 ຄົນ, ຍິງ 04 ຄົນ. ສະຫາຍໄດ້ສ້າງຄອບຄົວ ກັບ ທ້າວ ໂພໄຊ ເພັດພູທອນ ມີລູກນໍາກັນ 03 ຄົນ, ເປັນຍິງ 03 ຄົນ, ປະຈຸບັນຄອບຄົວຂອງສະຫາຍ ອາໄສຢູ່ບ້ານດົງປ່າແຫຼບ, ເມືອງຈັນທະບູລີ, ນະຄອນຫຼວງວຽງຈັນ.

ສະຫາຍ ນາງ ສົມພອຍ ພົມມະຈັກ ໄດ້ເຂົ້າສັງກັດລັດ ເມື່ອວັນທີ 01/04/1993; ເຂົ້າເປັນສະມາຊິກຊາວໜຸ່ມ ປະຊາຊົນ ປະຕິວັດລາວ ວັນທີ 08/12/1984; ເຂົ້າເປັນສະມາຊິກກໍາມະບານ ວັນທີ 05/10/2000; ເຂົ້າເປັນສະມາຊິກແມ່ຍິງ ວັນທີ 06/11/1985 ແລະ ສະຫາຍໄດ້ເຂົ້າເປັນສະມາຊິກພັກ ປະຊາຊົນ ປະຕິວັດລາວ ໃນວັນທີ 07/02/2006.

ການເຄື່ອນໄຫວປະຕິວັດທີ່ສໍາຄັນຂອງ ສະຫາຍ ນາງ ສົມພອຍ ພົມມະຈັກ ມີດັ່ງນີ້:

– ປີ 1976 – 1981 ເປັນນັກຮຽນຊັ້ນປະຖົມສົມບູນ ບ້ານໂພນງາມ, ເມືອງໄຊທານີ, ນະຄອນຫຼວງວຽງຈັນ.

– ປີ 1981 – 1984 ເປັນນັກຮຽນມັດທະຍົມຕອນຕົ້ນ ເວີນຄໍາ, ເມືອງໄຊທານີ, ນະຄອນຫຼວງວຽງຈັນ.

– ປີ 1984 – 1987 ເປັນນັກຮຽນຢູ່ໂຮງຮຽນອຸດົມສຶກສາເລກ 5 ເວີນຄໍາ, ເມືອງໄຊທານີ, ນະຄອນຫຼວງວຽງຈັນ.

– ປີ 1987 – 1988 ຮຽນພາສາຫວຽດນາມ ຢູ່ໂຮງຮຽນມິດຕະພາບ T 80, ເມືອງເຊີນໄຕ, ນະຄອນຫຼວງຮ່າໂນ້ຍ ສສ ຫວຽດນາມ.

– ປີ 1988 – 1992 ເຂົ້າຮຽນທີ່ມະຫາວິທະຍາໄລສ້າງຄູເລກ I ຮ່າໂນ້ຍ ສສ ຫວຽດນາມ ໃນສາຂາຈິດຕະສຶກສາ.

– ວັນທີ 01/04/1993 ເຂົ້າເປັນພະນັກງານຢູ່ ຄະນະໂຄສະນາອົບຮົມສູນກາງພັກ, ເປັນວິຊາການຢູ່ ວາລະສານອະລຸນໃໝ່.

–  ປີ 1998 ເປັນຮອງຫົວໜ້າພະແນກ ບັນນາທິການເສດຖະກິດ.

– ປີ 2002 ເປັນຫົວໜ້າພະແນກ ບັນນາທິການເສດຖະກິດ.

– ປີ 2011 ເປັນຮອງຫົວໜ້າຄະນະບັນນາທິການ ວາລະສານອະລຸນໃໝ່.

– ປີ 2012 ໄປຄົ້ນຄ້ວາປະລິນຍາໂທທີ່ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ.

– ໃນກອງປະຊຸມໃຫຍ່ສະມາຊິກພັກຄັ້ງທີ IV ຂອງອົງຄະນະພັກ ຄະນະໂຄສະນາອົບຮົມສູນກາງພັກ ປີ 2016 ໄດ້ຮັບການເລືອກຕັ້ງເປັນຄະນະບໍລິຫານງານພັກ ແລະ ເປັນ ຮອງປະທານກວດກາພັກ ຂອງຄະນະໂຄສະນາອົບຮົມສູນກາງພັກ.

– ປີ 2018 ເປັນຫົວໜ້າຫ້ອງການ ຄະນະໂຄສະນາອົບຮົມສູນກາງພັກ.

– ປີ 2020 ຖືກແຕ່ງຕັ້ງເປັນຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ.

– ປີ 2021 ໄດ້ຖືກເລືອກຕັ້ງເປັນຄະນະບໍລິຫານງານພັກ ຄະນະໂຄສະນາອົບຮົມສູນກາງພັກ ສະໄໝທີ V ແລະ ເປັນຜູ້ຊີ້ນໍາວຽກງານວາລະສານອະລຸນໃໝ່ ຈົນເຖິງປັດຈຸບັນ.

ຕະຫຼອດໄລຍະ 30 ປີ ແຫ່ງການເຄື່ອນໄຫວຮັບໃຊ້ປະເທດຊາດໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ສະຫາຍ ນາງ ສົມພອຍ ພັມມະຈັກ ໄດ້ເຄື່ອນໄຫວເຮັດໜ້າທີ່ວຽກງານຢູ່ ຄະນະໂຄສະນາອົບຮົມສູນກາງພັກ. ເຖິງແມ່ນຈະໄດ້ຮັບການມອບໝາຍໃຫ້ເຮັດວຽກງານນ້ອຍ, ໃຫຍ່, ໜັກໜ່ວງ ແລະ ສັບສົນຫຍຸ້ງຍາກຊໍ່າໃດກໍ່ໄດ້ສູ້ຊົນບຸກບືນ, ອົດທົນຜ່ານຜ່າ ໄດ້ອຸທິດເຫື່ອແຮງສະຕິປັນຍາຂອງຕົນເຮັດສໍາເລັດໜ້າທີ່ວຽກງານທີ່ພັກ ແລະ ລັດ ມອບໝາຍໃຫ້ໄດ້ເປັນຢ່າງດີ. ສະຫາຍເປັນພະນັກງານການນໍາຜູ້ໜຶ່ງທີ່ມີບົດຮຽນ, ປະສົບການ ແລະ ເປັນຜູ້ທີ່ມີຄວາມຮູ້ຄວາມສາມາດ, ເປັນສະມາຊິກພັກຜູ້ໜຶ່ງ ທີ່ມີຄວາມຫ້າວຫັນໃນການຄົ້ນຄວ້າຝຶກຝົນຫຼໍ່ຫຼອມຕົນເອງທາງດ້ານແນວຄິດ, ຄຸນສົມບັດສິນທໍາປະຕິວັດ ມີແບບແຜນວິທີເຮັດວຽກທີ່ດີ, ມີທັດສະນະມະຫາຊົນ ແລະ ມີຄວາມສາມັກຄີເປັນເອກະພາບພາຍໃນພັກ.

ສະຫາຍ ນາງ ສົມພອຍ ພົມມະຈັກ ແມ່ນພະນັກງານທີ່ດີຂອງພັກ ປະຊາຊົນ ປະຕິວັດລາວ. ຊີວິດການເຄື່ອນໄຫວຂອງສະຫາຍແມ່ນຕິດພັນກັບພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ແລະ ຕິດພັນກັບວຽກງານຕົວຈິງແຕ່ລະໄລຍະ. ສະຫາຍກຽມພ້ອມປະຕິບັດໜ້າທີ່ວຽກງານທີ່ໄດ້ຮັບມອບໝາຍ, ສະຫາຍເປັນຜູ້ໜຶ່ງທີ່ດຸໝັ່ນຂະຫຍັນພຽນສຶກສາຄົ້ນຄວ້າຍົກລະດັບດ້ານວິຊາສະເພາະ, ດ້ານທິດສະດີ ໃຫ້ສູງຂຶ້ນເລື້ອຍໆ ເພື່ອເຮັດສໍາເລັດໜ້າທີ່ ທີ່ຖືກມອບ  ໝາຍ. ມີນໍ້າໃຈເສຍສະຫຼະເພື່ອຜົນປະໂຫຍດລວມຂອງປະເທດຊາດ. ສະຫາຍເປັນພະນັກງານການ ນໍາທີ່ດີ, ຕັ້ງໜ້າປົກປັກຮັກສາ ແລະ ເສີມຂະຫຍາຍຄວາມສາມັກຄີເປັນເອກະພາບພາຍໃນພັກ ພາຍໃນກົມກອງ ແລະ ຢຶດໝັ້ນໃນອຸດົມການປະຕິວັດອັນສູງສົ່ງ ໃນພາລະກິດປົກປັກຮັກສາລະບອບ   ໃໝ່.

ສະຫາຍ ນາງ ສົມພອຍ ພົມມະຈັກ ເປັນພະນັກງານການນໍາທີ່ມີແບບແຜນການດໍາລົງຊີວິດທີ່ລຽບງ່າຍ, ປອດໃສ ແລະ ປະຢັດມັດທະຍັດ, ເອື້ອເຟື້ອ, ດຸໝັ່ນ, ເອົາໃຈໃສ່ສຶກສາອົບຮົມ ແລະ ເບິ່ງແຍງພະນັກງານ, ສິດສອນລູກຫຼານໃຫ້ກາຍເປັນພົນລະເມືອງດີຂອງສັງຄົມ.

ດ້ວຍຜົນງານ ແລະ ຄຸນງາມຄວາມດີ ທີ່ໄດ້ສະແດງອອກເຖິງຄຸນສົມບັດສິນທໍາປະຕິວັດອັນຜ່ອງໃສ ແລະ ຄວາມຮັກເຊື້ອແພງຊາດ, ສະຫາຍຈຶ່ງໄດ້ຮັບຄວາມໄວ້ເນີື້ອເຊື່ອໃຈ ແລະ ຄວາມເຄົາລົບນັບຖືຈາກສະມາຊິກພັກ, ພະນັກງານ ແລະ ປະຊາຊົນບັນດາເຜົ່າຢ່າງກວ້າງຂວາງ. ພັກ ແລະ ລັດຖະບານ ຈຶ່ງໄດ້ຍ້ອງຍໍ ໃຫ້ແກ່ສະຫາຍ ດັ່ງລາຍລະອຽດລຸ່ມນີ້:

– ຫຼຽນໄຊແຮງງານຊັ້ນ I                                1 ໜ່ວຍ.

– ຫຼຽນໄຊແຮງງານ ຊັ້ນ II                              1 ໜ່ວຍ.

– ຫຼຽນໄຊແຮງງານ ຊັ້ນ III                            1 ໜ່ວຍ.

– ຫຼຽນກາແຮງງານ                                      2 ໜ່ວຍ.

– ຫຼຽນກາ 65 ປີ ຊາວໜຸ່ມ                            1 ໜ່ວຍ.

– ໃບຍ້ອງຍໍລັດຖະບານ, ໃບຍ້ອງຍໍຈາກພາກສ່ວນຕ່າງໆ ແລະ ໃບຍ້ອງຍໍຂອງຄະນະໂຄສະນາອົບຮົມສູນກາງພັກ ຈໍານວນໜຶ່ງ.

ເລີ່ມແຕ່ເດືອນ 10/2021 ສະຫາຍ ນາງ ສົມພອຍ ພົມມະຈັກ ໄດ້ເຈັບປ່ວຍ, ຄອບຄົວການຈັດຕັ້ງ, ຍາດຕິພີ່ນ້ອງ, ແພດໝໍ ກໍ່ໄດ້ເອົາໃຈໃສ່ປິ່ນປົວສຸດຄວາມສາມາດ, ແຕ່ຍ້ອນພະຍາດປະຈໍາຕົວຂອງຜູ້ກ່ຽວ ສະຫາຍ ນາງ ສົມພອຍ ພົມມະຈັກ ໄດ້ສິ້ນລົມຫາຍໃຈ ໃນເວລາ 19 ໂມງ 39 ນາທີ ຂອງວັນທີ 06 ພຶດສະພາ 2023 ລວມອາຍຸໄດ້ 54 ປີ.

ການລ່ວງລັບໄປຂອງ ສະຫາຍ ນາງ ສົມພອຍ ພົມມະຈັກ ເຮັດໃຫ້ຄະນະໂຄສະນາອົບຮົມສູນກາງພັກ ສູນເສຍພະນັກງານການນຳຜູ້ມີບົດຮຽນ, ປະສົບການອີກຜູ້ໜຶ່ງ. ຊຶ່ງໄດ້ນໍາຄວາມໂສກເສົ້າເສຍດາຍ ແລະ ອາໄລອາວອນອັນສຸດຊຶ້ງແກ່ການຈັດຕັ້ງ, ຄອບຄົວ, ຍາດຕິພີ່ນ້ອງຜູ້ຢູ່ໃກ້ ແລະ ໄກ.

ສະຫາຍ ນາງ ສົມພອຍ ພົມມະຈັກ ທີ່ອາໄລຮັກ,

ສະຫາຍໄດ້ຈາກພວກເຮົາໄປຢ່າງບໍ່ມີວັນຫວນກັບຄືນມາອີກແລ້ວ, ແຕ່ການຈັດຕັ້ງພັກ-ລັດ ແລະ ປະຊາຊົນລາວບັນດາເຜົ່າ ຂໍຈາລຶກຄຸນງາມຄວາມດີ ແລະ ຜົນງານຂອງສະຫາຍ ໄວ້ຢ່າງບໍ່ມີວັນຫຼົງລືມ, ຊື່ສຽງ ແລະ ຜົນງານຂອງສະຫາຍ ແມ່ນຕິດພັນກັບໜ້າປະຫວັດສາດຂອງພັກ-ລັດ, ກໍ່ຄືພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ. ພວກເຮົາຂໍໃຫ້ຄໍາໝັ້ນສັນຍາຕໍ່ສະຫາຍວ່າ: ຈະຮໍ່າຮຽນເອົາແບບຢ່າງຄຸນສົມບັດສິນທໍາປະຕິວັດ ອັນດີງາມຂອງສະຫາຍ, ຈະເພີ່ມທະວີ ແລະ ຮັດແໜ້ນຄວາມສາມັກຄີເປັນເອກະພາບພາຍໃນຄະນະພັກ ແລະ ເຕົ້າໂຮມຄວາມເປັນ ນໍ້າໜຶ່ງໃຈດຽວຂອງປະຊາຊົນບັນດາເຜົ່າ, ຈະເດັດດ່ຽວປົກປັກຮັກສາ ແລະ ພັດທະນາປະເທດຊາດ ເຮັດໃຫ້ອຸດົມການຂອງສະຫາຍ ທີ່ເປັນເອກະພາບກັບອຸດົມການຂອງພັກ ແລະ ຄວາມມຸ່ງຫວັງຂອງປະຊາຊົນລາວທັງຊາດ ໃຫ້ປະກົດຜົນເປັນຈິງ. ຂໍໃຫ້ດວງວິນຍານຂອງສະຫາຍຈົ່ງໄປສູສຸຂະຕິເຖີດ.