ພະນັກງານວິຊາການກົມຂໍ້ມູນຂ່າວສານ ແລະ ຝຶກອົບຮົມ ຄອສພ ເຂົ້າຮ່ວມຝຶກອົບຮົມທາງດ້ານເຕັກນິກເວັບໄຊວາລະສານອະລຸນໃໝ່

ພະນັກງານວິຊາການກົມຂໍ້ມູນຂ່າວສານ ແລະ ຝຶກອົບຮົມ ຄອສພ ເຂົ້າຮ່ວມຝຶກອົບຮົມທາງດ້ານເຕັກນິກເວັບໄຊວາລະສານອະລຸນໃໝ່

    ໃນວັນທີ 03 ຫາ 06 ກຸມພາ 2023 ທີ່ຫ້ອງຝຶກອົບຮົມວາລະສານອະລຸນໃໝ່(ໜອງບອນ) ວາລະສານກົງສ້ານ ສສ ຫວຽດນາມ ຮ່ວມກັບບໍລິສັດຫວຽດເທວ ແລະ ວາລະສານອະລຸນໃໝ່ ໄດ້ຈັດພິທີຝຶກອົບຮົມທາງດ້ານເຕັກນິກເວັບໄຊ ໃຫ້ແກ່ວາລະສານອະລຸນໃໝ່ ເຊິ່ງໄດ້ຮັບກຽດເປັນປະທານຮ່ວມກ່າວເປີດ ໂດຍ ສະຫາຍ ວັນລາຕີ ຄຳວານວົງສາ ຄະນະພັກ ວ່າການ ບ.ກ ວາລະສານອະລຸນໃໝ່, ສະຫາຍ ເລຫ່າຍ ຄະນະບັນນາທິການ ຫົວໜ້າກົມວາລະສານເອເລັກໂຕຣນິກ ຂອງວາລະສານກົ້ງສານ ພ້ອມດ້ວຍຄະນະ, ຕາງໜ້າວິຊາການ ມາຈາກບໍລິສັດຫວຽດເທວ, ມີບັນດານັກສຳມະກອນມາຈາກແຕ່ລະພະແນກຂອງວາລະສານອະລຸນໃໝ່, ກົມໂຄສະນາ ແລະ ກົມຂໍ້ມູນຂ່າວສານ ແລະ ຝຶກອົບຮົມເຂົ້າຮ່ວມ.

    ຈຸດປະສົງຂອງການຝຶກອົບຮົມຄັ້ງນີ້ ແມ່ນເພື່ອສ້າງບາດກ້າວຫັນປ່ຽນໃໝ່ໃນການນຳໃຊ້ລະບົບໄອທີ ກໍຄື ລະບົບເວັບໄຊເອເລັກໂຕຼນິກ ເຂົ້າໃນການປະຕິບັດໜ້າທີ່ວຽກງານ ເພື່ອຍົກລະດັບຄວາມຮູ້, ຄວາມສາມາດໃຫ້ແກ່ພະນັກງານຜູ້ທີ່ຮັບຜິດຊອບທາງດ້ານເວັບໄຊ ໃຫ້ມີທັກສະໃນການນຳໃຊ້ລະບົບທັນສະໄໝ ສາມາດເຊື່ອມໂຍງກັບພາຍນອກໄດ້.

    ພາຍຫຼັງທີ່ໄດ້ດຳເນີນມາເປັນເວລາ 4 ວັນ ການຝຶກອົບຮົມກໍໄດ້ສຳເລັດ ເຊິ່ງໃນພິທີ ສະຫາຍ ເລຫ່າຍ ຄະນະບັນນາທິການ ຫົວໜ້າກົມວາລະສານເອເລັກໂຕຣນິກ ຂອງວາລະສານກົ້ງສານ ໄດ້ໃຫ້ກຽດໂອ້ລົມຕໍ່ຊຸດຝຶກອົບຮົມໃນຄັ້ງນີ້ ເຊິ່ງທ່ານໄດ້ເໜັ້ນໜັກວ່າ ບົດຮຽນທີ່ພວກຂ້າພະເຈົ້ານຳມາເຜີຍແຜ່ຝຶກອົບຮົມ ເປັນບົດຮຽນອັນໃໝ່ເພື່ອໃຫ້ສະຫາຍຝ່າຍລາວໄດ້ນໍາໃຊ້ລະບົບທີ່ທັນສະໄໝ ເຂົ້າໃນການປະຕິບັດໜ້າທີ່ວຽກງານ ໃຫ້ນັບມື້ນັບມີຄວາມທັນສະໄໝ ແລະ ໄດ້ເນັ້ນໜັກໃຫ້ບັນດານັກຝຶກອົບຮົມຈົ່ງນຳເອົາບົດຮຽນທີ່ໄດ້ຮຽນມານຳໄປໝູນໃຊ້ເຂົ້າໃນການປະຕິບັດຕົວຈິງ ໃນໜ້າທີ່ວຽກງານໃຫ້ມີປະສິດພາບ ແລະ ມີປະສິດທິຜົນສູງ ໃຫ້ປະກົດຜົນເປັນຈິງ ແລະ ໃຫ້ໄດ້ເປີດນຳໃຊ້ເວັບໄຊຂອງວາລະສານຂອງອະລຸນໃໝ່ໃນໄວໆນີ້.