ພິທີປິດຊຸດຝຶກອົບຮົມການແກ້ໄຂບັນຫາຄອມພິວເຕີຂັ້ນພຶ້ນຖານ ແລະ ວິທີການເຮັດວຽກຜ່ານລະບົບອອນລາຍ ໃຫ້ແກ່ພະນັກງານພາຍໃນ ຄະນະໂຄສະນາອົບຮົມສູນກາງພັກ.


ພິທີປິດຊຸດຝຶກອົບຮົມການແກ້ໄຂບັນຫາຄອມພິວເຕີຂັ້ນພຶ້ນຖານ ແລະ ວິທີການເຮັດວຽກຜ່ານລະບົບອອນລາຍ ໃຫ້ແກ່ພະນັກງານພາຍໃນ ຄະນະໂຄສະນາອົບ ຮົມສູນກາງພັກ.
ໃນຕອນເຊົ້າຂອງວັນທີ 11 ກໍລະກົດ 2023, ກົມຂໍ້ມູນຂ່າວສານ ແລະ ຝຶກອົບຮົມ ຄອສພ ໄດ້ສໍາເລັດການ ຝຶກອົບຮົມການແກ້ໄຂບັນຫາຄອມພິວເຕີຂັ້ນພຶ້ນຖານ ແລະ ວິທີການເຮັດວຽກຜ່ານລະບົບອອນລາຍໃຫ້ແກ່ພະນັກງານພາຍໃນຄະນະໂຄສະນາອົບຮົມສູນກາງພັກ; ເຊິ່ງພິທີປິດດັ່ງກ່າວໄດ້ຈັດຂຶ້ນທີ່ ຫ້ອງປະຊຸມ ຊັ້ນ 5 ຄະນະໂຄສະນາອົບຮົມສູນກາງພັກ, ໂດຍການເປັນປະທານ ຂອງທ່ານ ວັນຕຸລາ ຣັກນຸດ ກໍາມະການພັກ ຫົວໜ້າກົມຂໍ້ມູນຂ່າວສານ ແລະ ຝຶກອົບຮົມ; ໃຫ້ກຽດເຂົ້້າຮ່ວມມີ ທ່ານ ສີສຸພັນ ທັນສະໄໝ ອະດີດຜູ້ທີ່ເຄີຍມີປະສົບການໃນການພັດທະນາວຽກງານໄອທີ ທັງເປັນຜູ້ເຮັດຕົວຈິງ, ມີ ຄະນະກົມ, ຫົວໜ້າພະແນກ, ຮອງຫົວໜ້າພະແນກ, ພະນັກງານກົມຂໍ້ມູນຂ່າວສານ ແລະ ຝຶກອົບຮົມ ພ້ອມດ້ວຍນັກສໍາມະກອນ ຈາກບັນດາກົມພາຍໃນ ຄະນະໂຄສະນາອົບຮົມສູນກາງພັກ ທັງໝົດ 16 ສະຫາຍ.

ໃນພິທີໄດ້ຮັບຟັງການລາຍງານຜົນສໍາເລັດໃນການຝຶກອົບຮົມຄັ້ງນີ້ ພ້ອມທັງຕີລາຄາດ້ານດີ-ດ້ານອ່ອນ ຂໍ້ຄົງຄ້າງທີ່ຈະຕ້ອງໄດ້ສືບຕໍ່ແກ້ໄຂ, ຂໍ້ສະເໜີຂອງນັກຝຶກອົບຮົມ ແລະ ບາງບົດຮຽນທີ່ຖອດຖອນໄດ້.
ໃນໂອກາດທີ່ມີຄວາມໝາຍສໍາຄັນດັ່ງກ່າວ ທ່ານ ວັນຕຸລາ ຣັກນຸດ ກໍາມະການພັກ ຫົວໜ້າກົມຂໍ້ມູນຂ່າວສານ ແລະ ຝຶກອົບຮົມ ໄດ້ໃຫ້ກຽດມອບໃບຢັ້ງຢືນໃຫ້ແກ່ນັກສໍາມະນາກອນ ພ້ອມທັງມີຄໍາເຫັນໂອ້ລົມ ແລະ ກ່າວປິດຊຸດຝຶກອົບຮົມ ເຊິ່ງກ່ອນອື່ນທ່ານໄດ້ຍ້ອງຍໍຊົມເຊີຍຕໍ່ຜົນສໍາເລັດຂອງນັກສໍາມະນາກອນທີ່ໄດ້ທຸ້ມເທ່ເຫື່ອແຮງ, ຄວາມເສຍສະຫຼະເວລາອັນມີຄ່າໃນການເຂົ້າຮ່ວມຊຸດຝຶກອົບຮົມດ້ວຍຄວາມຕັ້ງໃຈ, ອົດທົນ ໃນການຄົ້ນຄວ້າຮໍ່າຮຽນ ແລກປ່ຽນຄວາມຮູ້ນໍາບັນດາອາຈານສອນຢ່າງກົງໄປກົງມາ; ພ້ອມນັ້ນ ທ່ານໄດ້ເນັ້ນໜັກໃຫ້ນັກສໍາມະນາກອນທັງໝົດ ຈົ່ງພ້ອມກັນສືບຕໍ່ຄົ້ນຄວ້າ ແລະ ນໍາເອົາຄວາມຮູ້ ທີ່ໄດ້ຖອດຖອນມານັ້ນໝູນໃຊ້ເຂົ້າໃນການປະຕິບັດໜ້າທີ່ວຽກງານຕົວຈິງໃນແຕ່ລະໄລຍະໃຫ້ມີປະສິດທິພາບສູງສຸດ.