ຄະນະໂຄສະນາອົບຮົມສູນກາງພັກ ຈັດກອງປະຊຸມການສ້າງແຜນກໍານົດພະນັກງານນໍາພາ-ຄຸ້ມຄອງ ຂັ້ນຄະນະໂຄສະນາອົບຮົມສູນ ກາງພັກ ຄຸ້ມຄອງ ຮອບ II.


ຄະນະໂຄສະນາອົບຮົມສູນກາງພັກ ຈັດກອງປະຊຸມການສ້າງແຜນກໍານົດພະນັກງານນໍາພາ-ຄຸ້ມຄອງ ຂັ້ນຄະນະໂຄສະນາອົບຮົມສູນກາງພັກ ຄຸ້ມຄອງ ຮອບ II.
ໃນວັນທີ 19 ກໍລະກົດ 2023 ຄະນະໂຄສະນາອົບຮົມສູນກາງພັກ ຈັດກອງປະຊຸມການສ້າງແຜນກໍານົດພະນັກງານນໍາພາ-ຄຸ້ມຄອງ ຂັ້ນຄະນະໂຄສະນາອົບຮົມສູນກາງພັກ ຄຸ້ມຄອງຮອບ II. ໃຫ້ກຽດເປັນປະທານກອງປະຊຸມໂດຍ ທ່ານ ປອ. ຄໍາພັນ ເຜີຍຍະວົງ ເລຂາທິການສູນກາງພັກ ເລຂາຄະນະພັກ ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ເຂົ້້າຮ່ວມມີ: ຄະນະປະຈໍາພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ມີບັນດາຄະນະພັກ ຫົວໜ້າກົມ, ຮອງຫົວໜ້າກົມ ເຂົ້າ ຮ່ວມຢ່າງພ້ອມພຽງ.

ການສ້າງແຜນກໍານົດພະນັກງານນໍາພາ-ຄຸ້ມຄອງ ໃນຄັ້ງນີ້ແມ່ນໄດ້ດໍາເນີນຕາມລະບຽບການ, ຂັ້ນຕອນ, ວິທີການຢ່າງເຂັ້ມງວດ, ຮັບປະກັນຄວາມໂປ່ງໃສ່, ເປີດເຜີຍ, ຖືກຕ້ອງຕາມລະບຽບການ ທີ່ໄດ້ກໍານົດໄວ້, ເພື່ອເຮັດໃຫ້ການສ້າງແຜນກຳນົດພະນັກງານນໍາພາ-ຄູ້ມຄອງ ຂັ້ນຄະນະໂຄສະນາອົບຮົມສູນກາງພັກຄຸ້ມ ຄອງຮັບປະກັນລັກສະນະສືບທອດປ່ຽນແທນຕໍ່ເນື່ອງໃນສະເພາະໜ້າ ແລະ ຍາວນານ , ເລືອກໄດ້ພະນັກງານທີ່ມີຄຸນສົມບັດສິນທໍາປະຕິວັດ, ມີທັດສະນະຫຼັກໝັ້ນການເມືອງໜັກແໜ້ນ, ມີຄວາມຮູ້ ຄວາມສາມາດ, ເປັນແບບຢ່າງທີ່ດີ ໃຫ້ແກ່ມະຫາຊົນເພື່ອກາຍເປັນພະນັກງານສືບທອດປຽ່ນແທນທີ່ມີຄຸນນະພາບສູງ.