ຄະນະສະຫະພັນແມ່ຍິງ ຄະນະໂຄສະນາອົບຮົມສູນກາງພັກ ຈັດພິທີສະເຫຼີມສະຫຼອງວັນສ້າງຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 68 ປີ (20 ກໍລະກົດ 1955 – 20 ກໍລະກົດ 2023).


ຄະນະສະຫະພັນແມ່ຍິງ ຄະນະໂຄສະນາອົບຮົມສູນກາງພັກ ຈັດພິທີສະເຫຼີມສະຫຼອງວັນສ້າງຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 68 ປີ (20 ກໍລະກົດ 1955 – 20 ກໍລະກົດ 2023).
ໃນຕອນເຊົ້າຂອງວັນທີ 21 ກໍລະກົດ 2023, ຄະນະສະຫະພັນແມ່ຍິງ ຄະນະໂຄສະນາອົບຮົມສູນກາງພັກ ໄດ້ຈັດພິທີສະເຫຼີມສະຫຼອງວັນສ້າງຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 68 ປີ ຂຶ້ນທີ່ ຫ້ອງປະຊຸມໃຫຍ່ ຄອສພ (ຫຼັກ6), ພາຍໃຕ້ການເປັນປະທານ ແລະ ກ່າວເປີດໂດຍ ທ່ານ ນາງ ວິລະວອນ ພັນທະວົງ ຄະນະປະຈໍາພັກ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ຜູ້ຊີ້ນໍາອົງການຈັດຕັ້ງມະຫາຊົນ; ເຂົ້າຮ່ວມມີ: ທ່ານ ນາງ ພວງມະລີ ອັກຄະມຸນຕີ ຄະນະບໍລິຫານງານສູນກາງສະ ຫະພັນແມ່ຍິງລາວ ປະທານສະຫະພັນແມ່ຍິິິິິິິິິິິິິິິິິິິິິິິິິິິິິງ ຄອສພ, ຕາງໜ້າບັນດາກົມ, ອົງການຈັດຕັ້ງມະຫາຊົົົນ, ຄະນະສະຫະພັນແມ່ຍິງ, ຫົວໜ້າໜ່ວຍແມ່ຍິງ, ຮອງໜ່ວຍແມ່ຍິງ ພ້ອມດ້ວຍສະມາຊິກສະຫະພັນແມ່ຍິງທັງໝົດ ເຂົ້າຮ່ວມຢ່າງພ້ອມພຽງ.

ເນື່ອງໃນໂອກາດ ຄໍານັບຮັບຕ້ອນ ແລະ ສະເຫຼີມສະຫຼອງວັນສ້າງຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 68 ປີ (20 ກໍລະກົດ 1955 – 20 ກໍລະກົດ 2023) ໃຫ້ມີຄວາມໝາຍສໍາຄັນ ແລະ ມີເນື້ອໃນເລິກເຊິ່ງ ສະຫະພັນແມ່ຍິງ ຄອສພ ຈຶ່ງໄດ້ຈັດກິດຈະກໍາການຝຶກອົບຮົມສືມືໃຫ້ເອື້ອຍນ້ອງແມ່ຍິງພາຍໃນ ຄອສພ ເຊັ່ນ: ວິທີການຫຍິບໝາກເບັງ ແລະ ວິທີການການເຮັດເຂົ້າໜົມເຄັກກ້ວຍ, ເຂົ້າໜົມໄຂ່ນົກກະທາ, ເຂົ້າໜົມມັນຕົ້ນ, ເຂົ້າໜົມຊັ້ນ ໂດຍການສາທິດຂອງຜູ້ປະກອບການທີ່ມີປະສົບການ ແລະ ສີມືເປັນເລີດຈາກແມ່ຍິງ ຄອສພ ເອງ ແລະ ໃຫ້ເອື້ອຍນ້ອງແມ່ຍິງທົດລອງເຮັດຕົວຈິງໄປພ້ອມ. ເພື່ອເປັນການປຸກລະດົມສະມາຊິກເອື້ອຍນ້ອງແມ່ຍິງໃຫ້ເປັນເຈົ້າການເຂົ້າຮ່ວມປະຕິ ບັດ 2 ໜ້າທີ່ຍຸດທະສາດໃນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດເວົ້າລວມ, ເວົ້າສະເພາະ ກໍ່ແມ່ນການປະຕິບັດວິໄສທັດພັດທະນາແມ່ຍິງລາວຮອດປີ 2030 ແລະ ແຜນຍຸດທະສາດພັດທະນາແມ່ຍິງລາວ ຮອດປີ 2025.

ໃນໂອກາດດັ່ງກ່າວ ທ່ານ ນາງ ວິລະວອນ ພັນທະວົງ ຄະນະປະຈໍາພັກ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ຜູ້ຊີ້ນໍາອົງການຈັດຕັ້ງມະຫາຊົນ ໄດ້ມອບລໍາໂພງໜຶ່ງໜ່ວຍໃຫ້ແກ່ຄະນະສະຫະພັນແມ່ຍິງ ຄອສພ ເພື່ອຮັບໃຊ້ເຂົ້າໃນການເຄື່ອນໄຫວວຽກງານຂອງສະຫະພັນແມ່ຍິງ ຄອສພ.