ກອງປະຊຸມເຊື່ອມຊຶມມະຕິກອງປະຊຸມຄົບຄະນະກາງສະໄຫມຂອງ ຄະນະບໍລິຫານງານສູນກາງພັກສະໄຫມທີ XI.


ໃນວັນທີ 8 ພະຈິກ 2023 ຄະນະໂຄສະນາອົບຮົມສູນກາງພັກ ໄດ້ຈັດກອງປະຊຸມເຊື່ອມຊຶມມະຕິກອງປະຊຸມຄົບຄະນະກາງສະໄຫມຂອງຄະນະບໍລິຫານງານສູນກາງພັກສະໄຫມທີ XI ໃຫ້ແກ່ພະນັກງານຫຼັກແຫຼ່ງ ທົ່ວຄອສພ ຢູ່ທີ່ ຫ້ອງປະຊຸມໃຫຍ່ ຫຼັກ6 ໂດຍໃຫ້ກຽດເປັນປະທານຂອງ ທ່ານ ປອ ຄໍາພັນ ເຜີຍຍະວົງ ເລຂາທິການສູນກາງພັກ ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ປະທານສະພາທິດສະດີສູນກາງພັກ ຊຶ່ງກອງປະຊຸມຄັ້ງນີ້ໄດ້ເຊື່ອມຊຶມ 4 ເອກະສານສໍາຄັນເປັນຕົ້ນເອກະສານມະຕິກອງປະຊຸມຄົບຄະນະກາງສະໄຫມຂອງຄະນະບໍລິຫານງານສູນກາງພັກ ສະໄຫມທີ XI, ເອກະສານແຜນພັດທະນາ-ເສດຖະກິດສັງຄົມແຫ່ງຊາດ 5 ປີຄັ້ງທີ IX ໄລຍະເຄິ່ງສະໄຫມ ຕິດພັນກັບການປະຕິບັດສອງວາລະແຫ່ງຊາດ, ເອກະສານບົດໂອ້ລົມຂອງສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຕໍ່ກອງປະຊຸມຄົບຄະນະກາງສະໄຫມຂອງຄະນະບໍລິຫານງານສູນກາງພັກ ສະໄຫມທີ XI, ການຜັນຂະຫຍາຍແນວທາງປ່ຽນແປງໃໝ່ສູ່ລວງເລິກ ສ້າງການຫັນປ່ຽນທີ່ແຂງແຮງ, ເລິກເຊິ່ງ ແລະ ຮອບດ້ານໃນການນໍາພາຂອງພັກ ແລະ ເອກະສານແຜນກະກຽມກອງປະຊຸມໃຫຍ່ ຄັ້ງທີ VI ຂອງອົງຄະນະພັກ ຄະນະໂຄສະນາອົບຮົມສູນກາງພັກ.

ໃນພິທີ ທ່ານ ຄໍາພັນ ເຜີຍຍະວົງ ເລຂາທິການສູນກາງພັກ, ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ປະທານສະພາທິດສະດີສູນກາງພັກ ໄດ້ໃຫ້ກຽດເຜີຍແຜ່ມະຕິກອງປະຊຸມຄົບຄະນະກາງສະໄຫມຂອງຄະນະບໍລິຫານງານສູນກາງພັກ ສະໄຫມທີ XI ທ່ານປະທານໄດ້ສະເໜີ 4 ເນື້ອໃນສໍາຄັນຂອງມະຕິຄື:
1.ຕີລາຄາຜົນການຊີ້ນໍາຈັດຕັ້ງປະຕິບັດ ມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ໃນໄລຍະເຄິ່ງສະໄຫມ
2.ຕີລາຄາການຈັດຕັ້ງປະຕິບັດແຜນພັດທະນາ-ເສດຖະກິດສັງຄົມແຫ່ງຊາດ 5 ປີຄັ້ງທີ IX ໄລຍະເຄິ່ງສະໄຫມ ຕິດພັນກັບການປະຕິບັດສອງວາລະແຫ່ງຊາດ
3. ຮ່າງມະຕິວ່າດ້ວຍສືບຕໍ່ຍູ້ແຮງການຜັນຂະຫຍາຍແນວທາງປ່ຽນແປງໃຫມ່ສູ່ລວງເລິກ,ສ້າງການຫັນປ່ຽນທີ່ແຂງແຮງ ເລິກເຊິ່ງ ແລະ ຮອບດ້ານໃນການນໍາພາຂອງພັກ.
4. ດໍາເນີນຊີວິດການເມືອງພາຍໃນຄະນະບໍລິຫານງານສູນກາງພັກ ໄລຍະເຄິ່ງສະໄຫມ

ຫລັງຈາກນັ້ນ ທ່ານ ລາວປາວຊົງ ນະວົງໄຊ ກໍາມະການສູນກາງພັກ ຮອງເລຂາຄະນະພັກ ຮອງຫົວຫນ້າ ຄອສພ ໄດ້ຂື້ນຜ່ານ ບົດຄໍາເຫັນໂອ້ລົມຂອງສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປະທານປະເທດແຫ່ງ ສປປ ລາວ ທີ່ໄດ້ກ່າວສະຫຼຸບຜົນການດໍາເນີນຊີວິດການເມືອງ ແລະ ກ່າວປິດກອງປະຊຸມຄົບຄະນະກາງສະໄຫມຂອງຄະນະບໍລິຫານງານສູນກາງພັກ ສະໄຫມທີ XI ແລະ ເຜີຍແຜ່ມະຕິວ່າດ້ວຍສືບຕໍ່ການຜັນຂະຫຍາຍແນວທາງການປ່ຽນແປງໃຫມ່ສູ່ລວງເລິກສ້າງການຫັນປ່ຽນທີ່ແຂງແຮງ ເລິກເຊິ່ງ ແລະ ຮອບດ້ານໃນການນໍາຂອງພັກ ແລະ ທ່ານ ນາງ ວິລະວອນ ພັນທະວົງ ຄະນະປະຈໍາພັກ ຮອງຫົວ   ຫນ້າ ຄະນະໂຄສະນາອົບຮົມສູນກາງພັກ ໄດ້ຂຶ້ນເຜີຍແຜ່ເນື້ອໃນເອກະສານແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດຄັ້ງທີ IX ຕິດພັນກັບ 2 ວາລະແຫ່ງຊາດ.


ໃນຕອນບ່າຍຂອງວັນດຽວກັນນັ້ນ, ທ່ານ ອານົງສັກ ອິນທະວົງ ຄະນະພັກ ຫົວຫນ້າກົມຈັດຕັ້ງ-ພະນັກງານ ໄດ້ຂຶ້ນຜ່ານແຜນການກະກຽມກອງປະຊຸມໃຫຍ່ ຄັ້ງທີ IV ຂອງອົງຄະນະພັກ ຄະນະໂຄສະນາອົບຮົມສູນກາງພັກອີກດ້ວຍ.
ໃນໂອກາດທີ່ມີຄວາມໝາຍສໍາຄັນດັ່ງກ່າວ ທ່ານ ປອ ຄໍາພັນ ເຜີຍຍະວົງ ເລຂາທິການສູນກາງພັກ ຫົວໜ້າຄະ ນະໂຄສະນາອົບຮົມສູນກາງພັກ ປະທານສະພາທິດ ສະດີສູນກາງພັກ ຍັງໄດ້ເນັ້ນໜັກໃຫ້ພະນັກງານໃນທົ່ວ ຄອສພ ເອົາໃຈໃສ່ຢ່າງເປັນເຈົ້າໃນການຈັດຕັ້ງຜັນຂະຫຍາຍເນື້ອໃນມະຕິກອງປະຊຸມຄົບຄະນະກາງສະໄຫມຂອງຄະນະບໍລິຫານງານສູນກາງພັກສະໄໝ XI ອັນທີ່ກ່ຽວພັນ ແລະ ເປັນພັນທະຂອງ ຄອສພ ຕ້ອງໄດ້ສືບຕໍ່ຈັດຕັ້ງປະຕິບັດຫນ້າທີ່ວຽກງານຈຸດສຸມແຕ່ນີ້ຮອດທ້າຍສະໄຫມ ໃຫ້ມີຜົນສໍາເລັດໃໝ່ ໃຫຍ່ຫຼວງກວ່າເກົ່າ ພ້ອມທັງຫັນເອົາບັນດາເນື້ອໃນມະຕິທີ່ໄດ້ເຊື່ອມຊຶມຄັ້ງນີ້ໃຫ້ມີຄວາມຮັບຮູ້ເຂົ້າໃຈຢ່າງເລິກເຊິ່ງ ແລະ ນໍາໄປຄົ້ນຄວ້າ, ເຜີຍແຜ່ຜັນຂະຫຍາຍເປັນໂຄງການແຜນງານອັນລະອຽດເຂົ້າໃນການປະຕິບັດໜ້າທີ່ວຽກງານຕົວຈິງຂອງບັນດາກົມໃຫ້ປະກົດຜົນເປັນຈິງ ແລະ ເຮັດສໍາເລັດຕາມການມອບໝາຍຈາກຂັ້ນເທິງ.