ຄະນະໂຄສະນາອົບຮົມສູນກາງພັກ ຈັດກອງປະຊຸມເຊື່ອມຊືມຄໍາສັ່ງ, ຄໍາແນະນໍາ ກ່ຽວກັບການກະກຽມດຳເນີນກອງປະຊຸມໃຫຍ່ 3 ຂັ້ນຂອງພັກ.


ໃນວັນທີ 22-23 ພະຈິກ 2023 . ຄະນະໂຄສະນາອົບຮົມສູນກາງພັກ ຈັດກອງປະຊຸມເຊື່ອມຊຶມຄໍາສັ່ງ, ຄໍາແນະນໍາ ກ່ຽວກັບການກະກຽມດຳເນີນກອງປະຊຸມໃຫຍ່ 3 ຂັ້ນຂອງພັກ ຂຶ້ນທີ່ ຫ້ອງປະຊຸມໃຫຍ່ ຄອສພ ໂດຍການເປັນປະທານຂອງ ສະຫາຍ ຄໍາພັນ ເຜີຍຍະວົງ ເລຂາທິການສູນກາງພັກ, ເລຂາຄະນະພັກ, ຫົວ   ຫນ້າຄະນະໂຄສະນາອົບຮົມສູນກາງພັກ ປະທານສະພາທິດສະດີສູນກາງພັກ ;ເຂົ້າຮ່ວມມີ: ຄະນະພັກ, ຮອງຫົວຫນ້າຄະນະໂຄສະນາອົບຮົມສູນກາງພັກ, ບັນດາຫົວ ຫນ້າກົມ, ຮອງຫົວຫນ້າກົມ, ຫົວຫນ້າພະແນກ, ຮອງຫົວຫນ້າພະແນກ ແລະ ພະນັກງານວິຊາການທົ່ວ ຄອສພ ເຂົ້າຮ່ວມຢ່າງພ້ອມພຽງ.

ໃນພິທີ ສະຫາຍ ຄໍາພັນ ເຜີຍຍະວົງ ເລຂາທິການສູນກາງພັກ, ເລຂາຄະນະພັກ, ຫົວຫນ້າຄະນະໂຄສະນາອົບຮົມສູນກາງພັກ ປະທານສະພາທິດສະດີສູນກາງພັກ ໄດ້ໃຫ້ກຽດເຜີຍແຜ່ເຊື່ອມຊຶມຄໍາສັ່ງຂອງຄະນະເລຂາທິການສູນກາງພັກ ເລກທີ 411/ຄລສພ,ລົງວັນທີ 08/08/2023 ວ່າດ້ວຍການກະກຽມ ແລະ ດໍາເນີນກອງປະຊຸມໃຫຍ່ 3 ຂັ້ນຂອງພັກ, ບົດແນະນໍາຂອງຫ້ອງວ່າການສູນກາງພັກ ສະບັບເລກທີ 05/ຫສພ,ລົງວັນທີ 31/10/23 ກ່ຽວກັບການກະກຽມເນື້ອໃນຮ່າງລາຍ ງານການເມືອງຂອງອົງຄະນະພັກແຕ່ລະຂັ້ນ ແລະ ແນະນໍາໂຄງຮ່າງການສ້າງແຜນພັດທະນາເສດຖະກິດ-ສັງຄົມ, ມະຕິກອງປະຊຸມຄົບຄະນະ ຄັ້ງທີ 7 ຂອງຄະນະບໍລິຫານງານສູນກາງພັກ ສະໄຫມທີ XI

ຫລັງຈາກ ສະຫາຍ ນາງ ວິລະວອນ ພັນທະວົງ ຄະນະປະຈໍາພັກ ຮອງຫົວຫນ້າຄະນະໂຄສະນາອົບຮົມສູນກາງພັກ ໃຫ້ກຽດເຜີຍແຜ່ເຊື່ອມຊຶມຄໍາແນະນໍາຂອງຄະນະກວດກາສູນກາງພັກ ສະບັບເລກທີ 285/ຄກສພ, ລົງວັນທີ 15/09/2023 ວ່າດ້ວຍການກະກຽມ ແລະ ດໍາເນີນກອງປະຊຸມໃຫຍ່ 3 ຂັ້ນຂອງພັກ.

ໃນຕອນບ່າຍຂອງວັນດຽວກັນນັ້ນ ສະຫາຍ ລາວປາວຊົ່ງ ນະວົງໄຊ ຮອງເລຂາຄະນະພັກ ຮອງຫົວຫນ້າຄະນະໂຄສະນາອົບຮົມສູນກາງພັກ ໄດ້ຂຶ້ນຜ່ານຂໍ້ກຳນົດຂອງຄະນະເລຂາທິການສູນກາງພັກ ເລກທີ 416/ຄລສພ ລົງວັນທີ 25/8/2023 ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງຄະນະພັກຮາກຖານກຸ່ມບ້ານ ຫລື ບ້ານໃຫຍ່.

ນອກຈາກນັ້ນກອງປະຊຸມຍັງໄດ້ຮັບຟັງການເຜີຍແຜ່ຄໍາແນະນໍາຂອງຄະນະຈັດຕັ້ງສູນກາງພັກ ເລກທີ 211/ຄຈສພ,ລົງວັນທີ 16/08/2023 ການຈັດຕັ້ງປະຕິບັດຄໍາສັ່ງຂອງຄະນະເລຂາທິການສູນກາງພັກ ວ່າດ້ວຍການກະກຽມ ແລະ ດຳເນີນກອງປະຊຸມໃຫຍ່ 3 ຂັ້ນຂອງພັກ ເຊີ່ງເຜີຍແຜ່ໂດຍ ສະຫາຍ ອານົງສັກ ອິນທະວົງ ກໍາມະການຄະນະພັກ ຫົວຫນ້າກົມຈັດຕັ້ງ-ພະນັກງານ.
ວັນທີ 23 ພະຈິກ 2023 ກອງປະຊຸມ ໄດ້ສືບຕໍ່ຮັບຟັງການເຜີຍແຜ່ຄໍາແນະນໍາຂອງຄະນະໂຄສະນາອົບຮົມສູນກາງພັກ ເລກທີ 34/ຄອສພ, ລົງວັນທີ 14/09/2023 ກ່ຽວກັບການນໍາໃຊ້ເອກະສານສຶກສາອົບຮົມການເມືອງ-ແນວຄິດ ສໍາລັບສະມາຊິກພັກ, ພະນັກງານຫລັກແຫຼ່ງ ເພື່ອດໍາເນີນກອງປະຊຸມໃຫຍ່ 3 ຂັ້ນຂອງພັກ ແລະ ເຜີຍແຜ່ເອກະສານອົບຮົມການເມືອງ-ແນວຄິດສໍາລັບສະມາຊິກພັກ, ພະນັກງານຫຼັກແຫຼ່ງເພື່ອດໍາເນີນກອງປະຊຸມໃຫຍ່ 3 ຂັນຂອງພັກ ຈໍານວນ 4 ບົດ ແລະ ຄໍາແນະນໍາຂອງຄະນະໂຄສະນາອົບຮົມສູນກາງພັກ ເລກທີ 264/ຄອສພ, ລົງວັນທີ 06/11/2023 ກ່ຽວກັບການສ້າງຂະບວນການ ເພື່ອກະ ກຽມ ແລະ ດຳເນີນກອງປະຊຸມໃຫຍ່ 3 ຂັ້ນຂອງພັກ, ເຜີຍແຜ່ໂດຍ ສະຫາຍ ນາງ ວິລະວອນ ພັນທະວົງ ຄະນະປະຈໍາພັກ ຮອງຫົວຫນ້າຄະນະໂຄສະນາອົບຮົມສູນກາງພັກ.
ກອງປະຊຸມຄົນຄວ້າເຊື່ອມຊຶມຄໍາສັ່ງ, ຄໍາແນະນໍາດັ່ງກ່າວ ໄດ້ສິ້ນສຸດລົງໃນຕອນບ່າຍຂອງວັນທີ 23/11/23.
ໃນພິທີທີ່ມີຄວາມຫມາຍສໍາຄັນ ດັ່ງກ່າວ ສະຫາຍ ຄໍາພັນ ເຜີຍຍະວົງ ເລຂາທິການສູນກາງພັກ, ເລຂາຄະນະພັກ, ຫົວຫນ້າຄະນະໂຄສະນາອົບຮົມສູນກາງພັກ ໄດ້ໃຫ້ກຽດໂອ້ລົມ ແລະ ໃຫ້ທິດຊີ້ນໍາຕໍ່ກອງປະຊຸມເຊິ່ງທ່ານໄດ້ເນັ້ນໜັກໃຫ້ສະມາຊິກພັກ-ພະນັກງານ ທັງໝົດ ພ້ອມກັນເປັນເຈົ້າການຄົ້ນຄວ້າໃຫ້ເລິກເຊິ່ງຕື່ມ ເພື່ອນໍາເອົາບັນດາເອກະສານດັ່ງກ່າວໄປໂຄສະນາເຜີຍແຜ່ໃນທາງກວ້າງ ແລະ ທາງເລິກ ທັງຫັນມາຜັນຂະຫຍາຍເປັນວຽກລະອຽດຂອງແຕ່ລະກົມ ເພື່ອມາຈັດຕັ້ງປະຕິບັດໃນແຕ່ລະໄລຍະໃຫ້ມີຜົນສໍາເລັດ, ເປັນເຈົ້າການນໍາເອົາບັນດາເນື້ອໃນຈິດໃຈເອກະສານທີ່ໄດ້ເຊື່ອມຊຶມມານັ້ນມາວິເຄາະ, ວິໃຈ ໄຈ້ແຍກ ເພື່ອລົງເຜີຍແຜ່ໂຄສະນາໃຫ້ເລິກເຊິ່ງ ທົ່ວເຖີງ ທຸກເປົ້າໝາຍ ດ້ວຍຫຼາຍຮູບການ ຫຼາຍສີສັນ ລົງໃນບັນດາສື່ສັງຄົມອອນລາຍ, ສື່ວິທະຍຸ, ເວັບໄຊ ເປັນແຕ່ລະໄລຍະຢ່າງຕໍ່ເນື່ອງ ໄປຄຽງຄູ່ກັບການເຄື່ອນໄຫວສ້າງຂະບວນການຂອງ 3 ອົງການຈັດຕັ້ງມະຫາຊົນໃນແຕ່ລະເດືອນໃຫ້ມີບັນຍາກາດຟົດຟື້ນ, ພ້ອມກັນບຸກບືນສູ້ຊົນປະກອບສ່ວນໃນການເຄື່ອນໄຫວວຽກງານໂຄສະນາອົບຮົມໃຫ້ມີບາດກ້າວໃໝ່ເພື່ອກະກຽມດໍາເນີນກອງປະຊຸມໃຫຍ່ຂອງ ຄອສພ ຄັ້ງທີ VI ໃຫ້ສໍາເລັດຜົນຕາມຄາດໝາຍທີ່ວາງໄວ້.