ຝຶກອົບຮົມວຽກງານໂຄສະນາອົບຮົມ 6 ແຂວງພາກກາງ.


ພິທີເປີດຊຸດອົບຮົມວຽກງານໂຄສະນາອົບຮົມໃຫ້ແກ່ຄະນະໂຄສະນາອົບຮົມ 6 ແຂວງພາກກາງປະຈໍາປີ 2023 ຈັດຂຶ້ນໃນວັນທີ 27 ພະຈິກ 2023 ທີ່ແຂວງຄໍາມ່ວນ ໂດຍການເປັນປະທານຮ່ວມຂອງທ່ານ ສົມສະຫວາດ ເລັ່ງສະຫວັດ ທີ່ປຶກສາສະພາທິດສະດີສູນກາງພັກ, ທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງໆຄໍາມ່ວນ, ທ່ານ ນາງ ວິລະວອນ ພັນທະວົງ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ມີທ່ານຮອງລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ, ມີຮອງເລຂາພັກແຂວງ, ຄະນະປະຈຳພັກແຂວງ, ພະແນກການອ້ອມຂ້າງແຂວງ, ຫົວໜ້າຄະນະໂຄສະນາອົບຮົມ 6 ແຂວງ ຄື: ຊຽງຂວາງ, ໄຊສົມບູນ, ບໍລິຄຳໄຊ, ວຽງຈັນ, ນະຄອນຫຼວງວຽງຈັນ ແລະ ແຂວງຄຳມ່ວນ.


ຈຸດປະສົງຂອງການຈັດຊຸດອົບຮົມໃນຄັ້ງນີ້ ກໍເພື່ອເປັນການພັດທະນາ ແລະ ຍົກລະດັບຄວາມຮູ້, ຄວາມສາມາດໃຫ້ພະນັກງານໂຄສະນາອົບຮົມ 6 ແຂວງພາກກາງ ກໍາໄດ້ຄວາມຮູ້ກ່ຽວກັບວຽກງານໂຄສະນາປາຖະກະຖາ, ວຽກງານອົບຮົມ, ວິທີການຄົ້ນຄວ້າ-ສັງລວມ, ວຽກງານຫາງສຽງສັງຄົມ, ວຽກງານໂຄສະນາຜ່ານສື່, ວຽກງານເລຂານຸການ, ການນໍາໃຊ້ເຕັກໂນໂລຊີ ທີ່ທັນສະໄໝເຂົ້າໃນວຽກງານໂຄສະນາອົບຮົມ. ແນໃສ່ໃຫ້ຜູ້ເຂົ້າຮ່ວມຝຶກອົບຮົມສາມາດນຳໄປປັບປຸງ ແລະ ຍົກສູງຄຸນນະພາບຂອງວຽກງານໂຄສະນາອົບຮົມໃຫ້ດີຂຶ້ນກວ່າເກົ່າ ເພື່ອຕອບສະໜອງໜ້າທີ່ການເມືອງທີ່ນັບມື້ສູງຂຶ້ນ ເຊິ່ງບົດຮຽນທີ່ນຳມາຝຶກອົບຮົມປະກອບມີ ຄື: ວຽກງານໂຄສະນາອົບຮົມຂອງພັກໃນໄລຍະໃໝ່, ການນຳໃຊ້ເຕັກໂນໂລຊີ ທີ່ທັນສະໄໝເຂົ້າໃນວຽກງານໂຄສະນາອົບຮົມຂອງພັກ, ສິລະປະໃນການເວົ້າ ແລະ ການໂຄສະນາ-ປາຖະກະຖາ, ບັນຫາພື້ນຖານຂອງວຽກງານໂຄສະນາ-ປຸກລະດົມ, ວຽກງານໂຄສະນາຜ່ານສື່, ການຂຽນ ແລະ ບັນຍາຍເອກະສານອົບຮົມ, ວຽກ ງານຄົ້ນຄວ້າ-ສັງລວມ, ວຽກງານຫາງສຽງສັງຄົມ ແລະ ວິທີການເກັບກຳນຳໃຊ້ຫາງສຽງສັງຄົມເຂົ້າໃນວຽກງານໂຄສະນາອົບຮົມ ແລະ ວຽກງານເລຂານຸການ-ການນໍາ.
ຊຸດອົບຮົມວຽກງານໂຄສະນາອົບຮົມໃຫ້ແກ່ຄະນະໂຄສະນາອົບຮົມ 6 ແຂວງພາກກາງປະຈໍາປີ 2023 ໃນຄັ້ງນີ້ ຈະດໍາເນີນໄປເປັນເວລາ 05 ວັນ ຈົນຮອດວັນທີ 01 ທັນວາ 2023 ຈຶ່ງຈະສໍາເລັດ.


(ພາບ-ຂ່າວ: ໃຈແກ້ວ ສີບຸນເຮືອງ)