ພິທີປາຖະກະຖາ ຫວນຄືນມູນເຊື້ອ 2 ວັນປະຫວັດສາດຂອງຊາດ ທີ່ມະຫາວິທະຍາໄລແຫ່ງຊາດ.


ໃນຕອນເຊົ້າຂອງວັນທີ 24 ພະຈິກ 2023 ອົງຄະນະພັກ ມະຫາວິທະຍາໄລແຫ່ງຊາດ (ມຊ) ໄດ້ຈັດພິທີປາຖະກະຖາວັນປະກາດເອກະລາດ ຄົບຮອບ 78 ປີ ແລະ ວັນການທູດລາວ ຄົບຮອບ 78 ປີ (12 ຕຸລາ 1945-12 ຕຸລາ 2023) ໃຫ້ກຽດປາຖະກະຖາໂດຍທ່ານ ນາງ ວິລະວອນ ພັນທະວົງ ຄະນະປະຈຳພັກ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ເຂົ້າຮ່ວມມີ: ບັນດາຄະນະພັກຮາກຖານ, ຄະນະໜ່ວຍພັກ, ຄູ-ອາຈານ, ນັກສຶກສາເຂົ້າຮ່ວມຢ່າງພ້ອມພຽງ.

ໃນພິທີທ່ານ ນາງ ວິລະວອນ ພັນທະວົງ ຄະນະປະຈໍາພັກ ຮອງຫົວຫນ້າຄະນະໂຄສະນາອົບຮົມສູນກາງພັກ ໄດ້ຍົກໃຫ້ເຫັນຄວາມໝາຍ ຄວາມສຳຄັນຂອງວັນປະ ກາດເອກະລາດ ຄົບຮອບ 78 ປີ ແລະ ວັນການທູດລາວ ຄົບຮອບ 78 ປີໂດຍສະເພາະບັນດາປັດໄຈສຳຄັນທີ່ສ້າງເງື່ອນໄຂໃຫ້ແກ່ການປະກາດເອກະລາດ 12 ຕຸລາ 1945 ແລະ ເສີມຂະຫຍາຍມູນເຊື້ອອັນໂດດເດັ່ນຂອງວັນປະກາດເອກະລາດ 12 ຕຸລາ ເພື່ອສືບຕໍ່ເສີມຂະຫຍາຍມູນເຊື້ອອັນພິລະອາດຫານຂອງປະຊາຊົນລາວບັນ ດາເຜົ່າຕໍ່ສູ້ບໍ່ຍອມໃຫ້ປະເທດອັນແສນຮັກຂອງຕົນຕົກຢູ່ພາຍໃຕ້ການປົກຄອງຂອງຈັກກະພັດຜູ້ຮຸກຮານຈຶ່ງພ້ອມກັນລຸກຂຶ້ນຕໍ່ສູ້ບໍ່ຍອມຈຳນົນ ຍອມຕາຍດີກວ່າເປັນຂ້ອຍຂ້າຂອງຊາດອື່ນ ໃນທີ່ສຸດກໍສາມາດປະກາດຄວາມເປັນເອກະລາດໃຫ້ໂລກໄດ້ຮັບຮູ້ຄວາມເປັນຊາດລາວຂອງພວກເຮົາ. ສຳລັບວັນການທູດລາວ ກໍເປັນວັນດຽວກັນກັບວັນປະກາດເອກະລາດ ຊຶ່ງເປັນວັນທີ່ມີຄວາມໝາຍຄວາມສຳຄັນທີ່ສຸດທາງປະຫວັດສາດຂອງຊາດລາວເຮົາ ເພາະເຮັດໃຫ້ປະຊາຄົມໂລກຮັບຮູ້ເຖິງຄວາມເປັນເອກະລາດ ອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນຂອງປະເທດລາວ.
ການປາຖະກະຖາຄັ້ງນີ້ແນ່ໃສ່ເພື່ອເຮັດໃຫ້ຄູ-ອາຈານ, ນັກສຶກສາ ໄດ້ຮັບຮູ້ເຂົ້າໃຈ ຄວາມໝາຍ ຄວາມສຳຄັນຂອງມູນເຊື້ອການຕໍ່ສູ້ອັນພິລະອາດຫານ, ຄວາມສາ ມັກຄີເປັນປຶກແຜ່ນຂອງກອງທັບ ແລະ ປະຊາຊົນບັນດາເຜົ່າຜູ້ທີ່ຮັກຊາດ ພາຍໃຕ້ການນໍາພາອັນສະຫຼາດສ່ອງໃສຂອງພັກ ເລີ່ມຈາກການນໍາພາຕໍ່ສູ້ປົດປ່ອຍຊາດ ຈົນສາມາດປະກາດຄວາມເປັນເອກະລາດຂອງຊາດລາວໃຫ້ຊາວໂລກໄດ້ຮັບຮູ້ເຖິງໄຊຊະນະອັນຍິ່ງໃຫຍ່ທີ່ກອບກູ້ມາໄດ້ນັ້ນບົ່ງບອກໃຫ້ເຫັນຄວາມພາກ ພູມໃຈຂອງປະຊາຊົນລາວບັນດາເຜົ່າ ພ້ອມທັງເປັນການໂຄສະນາເຜີຍແຜ່ແນວທາງນະໂຍບາຍຂອງພັກຕໍ່ວຽກງານການຕ່າງປະເທດ ໃນການພົວພັນກັບບັນດາປະເທດເພື່ອນມິດໃນພາກພື້ນ ແລະ ສາກົນ ບົນພື້ນຖານຫຼັກການສະເໝີພາບ ແລະ ຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ”. ນັບຈາກນັ້ນມາວຽກງານການຕ່າງປະເທດ ກໍເປັນຂະແໜງການໜຶ່ງທີ່ມີບົດບາດສຳຄັນທີ່ໄດ້ຕິດພັນກັບຂະບວນການຕໍ່ສູ້ກູ້ຊາດ, ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດຕະເລີນຮຸ່ງເຮືອງເທົ່າທຸກວັນນີ້.
ແຫຼ່ງຂ່າວຈາກ: ຫນັງສືພິມປະຊາຊົນ
ຂ່າວ ພູວັນ, ພາບ: ບຸນຕອມ