ກອງປະຊຸມຄົບຄະນະບໍລິຫານງານພັກ ຄັ້ງທີ 7 ສະໄໝທີ V ຂອງອົງຄະນະພັກ  ຄອສພ

ກອງປະຊຸມຄົບຄະນະບໍລິຫານງານພັກ ຄັ້ງທີ 7 ສະໄໝທີ V ຂອງອົງຄະນະພັກ  ຄອສພ

    ໃນຕອນເຊົ້າວັນທີ 25 ທັນວາ 2023 ກອງປະຊຸມຄົບຄະນະບໍລິຫານງານພັກ ຄະນະໂຄສະນາອົບຮົມສູນກາງພັກ ຄັ້ງທີ 7 ສະໄໝທີ V ໄດ້ຈັດຂຶ້ນ ຢູ່ທີ່ຫ້ອງປະຊຸມໃຫຍ່ ຄອສພ ພາຍໃຕ້ການເປັນປະທານຂອງ ສະຫາຍ ຄຳພັນ ເຜີຍຍະວົງ ເລຂາທິການສູນກາງພັກ, ເລຂາຄະນະພັກ, ຫົວໜ້າຄະນະຄະນະໂຄສະນາອົບຮົມສູນກາງພັກ, ມີສະຫາຍຮອງເລຂາ, ຄະນະປະຈຳພັກ ພ້ອມດ້ວຍບັນດາສະຫາຍຄະນະບໍລິຫານງານພັກຄະນະໂຄສະນາອົບຮົມສູນກາງພັກເຂົ້າຮ່ວມຢ່າງພ້ອມພຽງ.

    ໃນພິທີ ສະຫາຍ ລາວປາວຊົ່ງ ນະວົງໄຊ ກຳມະການສູນກາງພັກ, ຮອງເລຂາຄະນະພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ໄດ້ຂຶ້ນສະຫຼຸບລາຍງານຜົນສຳເລັດໃນ 1 ປີທີ່ຜ່ານມາ, ຄົ້ນຄວ້າປະກອບຄໍາຄິດຄໍຳເຫັນໃສ່ຮ່າງແຜນດໍາເນີນງານຂອງຄະນະພັກ ຄອສພ ສະໄໝທີ V, ພິຈາລະນາການແບ່ງງານ, ແບ່ງຄວາມຮັບຜິດຊອບ ແລະ ລະບອບແບບແຜນວິທີເຮັດວຽກຂອງ ຄະນະບໍລິຫານງານພັກ ຄອສພ ສະໄໝທີ V ແລະ ຄົ້ນຄວ້າປຶກສາຫາລືວຽກງານຈຳນວນໜຶ່ງ.

    ຫຼັງຈາກນັ້ນປະທານກອງປະຊຸມໄດ້ໃຫ້ຄຳຖາມເຈາະຈີ້ມໃນແຕ່ລະບັນຫາຢ່າງລະອຽດເພື່ອສາມາດນໍາພາ-ຊີ້ນຳການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ສະມາຊິກພັກອົງຄະນະພັກ ຄອສພ ຄັ້ງທີ V ເຂົ້າສູ່ວຽກງານຂອງແຕ່ລະໜ່ວຍພັກໃຫ້ຖືກຕ້ອງ, ສອດຄ່ອງ ແລະ ນຳພາຈັດຕັ້ງປະຕິບັດໃຫ້ໄດ້ຮັບຜົນສຳເລັດຕາມລະດັບຄາດໝາຍ. ຈາກນັ້ນບັນດາສະຫາຍຄະນະບໍລິຫານງານພັກ ໄດ້ປະກອບຄຳເຫັນໃສ່ຮ່າງເອກະສານດັ່ງກ່າວຢ່າງກົງໄປກົງມາດ້ວຍຄວາມຮັບຜິດຊອບສູງ.

    ໃນຕອນທ້າຍກອງປະຊຸມ ສະຫາຍ ຄຳພັນ ເຜີຍຍະວົງ ເລຂາທິການສູນກາງພັກ, ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ໄດ້ມີທິດຊີ້ນຳໃຫ້ຄະນະບໍລິຫານງານແຕ່ລະສະຫາຍສືບຕໍ່ສຶກສາອົບຮົມການເມືອງ-ນຳພາແນວຄິດສະມາຊິກພັກ-ພະນັກງານລັດຖະກອນ, ຕັ້ງໜ້າປະຕິບັດໜ້າທີ່ວຽກງານຂອງຕົນ, ເປັນເຈົ້າການຝຶກຝົນຫລໍ່ຫລອມຕົນເອງໃຫ້ມີຄຸນທາດການເມືອງ, ຄຸນສົມບັດສິນທຳປະຕິວັດໜັກແໜ້ນ ແລະ ພ້ອມກັນປັບປຸງແກ້ໄຂກົນໄກ, ລະບອບແບບແຜນວິທີເຮັດວຽກດ້ວຍບາດກ້າວບຸກທະລຸຢ່າງແຂງແຮງ ໃຫ້ສົມກັບຄຳຂັວນທີວ່າ: “ຍົກສູງຄວາມສາມາດນຳພາ ແລະ ຄວາມເປັນແບບຢ່າງນຳໜ້າຂອງຄະນະພັກ ແລະ ສະມາຊິກພັກ, ເພີ່ມທະວິຄວາມສາມັກຄີເປັນເອກະພາບພາຍໃນອົງຄະນະພັກ, ຄະນະໂຄສະນາອົບຮົມສູນກາງພັກ, ສ້າງການຫັນປ່ຽນຢ່າງແຂງແຮງໃນວຽກງານໂຄສະນາອົບຮົມໃຫ້ມີຄຸນນະພາບໃໝ່”