ກອງປະຊຸມສຳມະນາວິທະຍາສາດລະດັບຊາດ ເພື່ອລະນຶກວັນເກີດ ປະທານ ຄຳໄຕ ສີພັນດອນ ຄົບຮອບ 100 ປີ ( 8 ກຸມພາ 1924 – 8 ກຸມພາ 2024 ).


ກອງປະຊຸມສໍາມະນາວິທະຍາສາດລະດັບຊາດ ເພື່ອລະນຶກວັນເກີດ ປະທານ ຄໍາໄຕ ສີພັນດອນ ຄົບຮອບ 100 ປີ ໄດ້ຈັດຂຶ້ນໃນວັນທີ 7 ທັນວາ ນີ້ ທີ່ແຂວງຫົວພັນ ຖານທີ່ໝັ້ນຂອງການປະຕິວັດລາວ ພາຍໃຕ້ການເປັນປະທານຂອງ ທ່ານ ພົນເອກ ຈັນສະໝອນ ຈັນຍາລາດ ກຳມະການກົມການເມືອງສູນກາງພັກ ຮອງນາ ຍົກລັດຖະມົນຕີ ລັດຖະມົນຕີກະຊວງປ້ອງກັນປະເທດ, ທ່ານ ຄຳພັນ ເຜີຍຍະວົງ ເລຂາທິການສູນກາງພັກ ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ປະທານສະ ພາທິດສະດີສູນກາງພັກ ຫົວໜ້າຄະນະຮັບຜິດຊອບຊີ້ນຳການກະກຽມສະເຫຼີມສະຫຼອງວັນເກີດ ປະທານ ຄຳໄຕ ສີພັນດອນ ຄົບຮອບ 100 ປີ, ທ່ານ ຄຳແພງ ໄຊສົມແພງ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງຫົວພັນ, ທ່ານ ສອນທະນູ ທຳມະວົງ ກຳມະການສູນກາງພັກ ປະທານສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ, ມີບັນດາແຂກຖືກເຊີນ ແລະ ພະນັກງານວິຊາການເຂົ້າຮ່ວມ.


ໃນພິທີ ທ່ານ ຄໍາພັນ ເຜີຍຍະວົງ ເລຂາທິການສູນກາງພັກ, ເລຂາຄະນະພັກ, ຫົວຫນ້າຄະນະໂຄສະນາອົບຮົມສູນກາງພັກ ປະທານສະພາທິດສະດີສູນກາງພັກ ໄດ້ຂຶ້ນມີຄໍາເຫັນຕໍ່ກອງປະຊຸມສໍາມະນາວິທະຍາສາດ ກ່ຽວກັບຊີວິດ ແລະ ການເຄື່ອນໄຫວປະຕິວັດຂອງ ປະທານ ຄຳໄຕ ສີພັນດອນ ໃນຄັ້ງນີ້ເປັນຄັ້ງທີ 3 ຊຶ່ງຜ່ານມາພວກເຮົາໄດ້ຈັດຄັ້ງທີໜຶ່ງ ໃນໂອກາດວັນເກີດຂອງເພິ່ນ ຄົບຮອບ 80 ປີ ແລະ ຄັ້ງທີສອງ ໃນໂອກາດວັນເກີດຄົບຮອບ 90 ປີ, ການຈັດສໍາມະນາແຕ່ລະຄັ້ງ ແມ່ນໄດ້ລົງເລິກຄົ້ນຄວ້າສຶກສາບັນດາແນວຄິດຊີ້ນໍາໃນແຕ່ລະຂົງເຂດວຽກງານກໍຄືແບບແຜນຊີ້ນຳ-ນຳພາ, ການອຸທິດຕົນຢ່າງສຸດກົກສຸດປາຍ ເພື່ອປະເທດຊາດ, ເພື່ອປະຊາຊົນ ຂອງປະທານ ຄຳໄຕ ສີພັນດອນ, ທັງໝົດນີ້ແມ່ນ ເພື່ອສ້າງເປັນຂໍ້ມູນ ແລະ ເອກະສານທີ່ສຳຄັນທາງປະຫວັດສາດ ເພື່ອໂຄສະນາສຶກສາອົບຮົມແນວຄິດທີ່ຮັກຊາດ ແລະ ມູນເຊື້ອປະຕິວັດ ໃຫ້ພະນັກງານ-ສະມາຊິກພັກ, ທະຫານ, ຕຳຫຼວດ, ນັກຮຽນນັກສຶກສາ, ປະຊາຊົນຊັ້ນຄົນຕ່າງໆໃນສັງຄົມ ໂດຍເອົາແບບຢ່າງດ້ານການເຄື່ອນໄຫວ ແລະ ການອຸທິດຕົນຂອງ ປະທານ ຄຳໄຕ ສີພັນດອນ ເພື່ອຄວາມເປັນເອກະລາດ, ຄວາມມັ່ງຄັ່ງເຂັ້ມແຂງ ແລະ ຄວາມຈະເລີນວັດທະນາຂອງປະເທດຊາດ, ເພື່ອຄວາມຢູ່ດີກິນດີ ແລະ ຄວາມຮັ່ງມີຜາສຸກຂອງປະຊາຊົນລາວບັນດາເຜົ່າ.

ຈາກນັ້ນ ທ່ານ ຄໍາແພງ ໄຊສົມແພງ ໄດ້ກ່າວວ່າ: ກອງປະຊຸມຂອງພວກເຮົາໃນຄັ້ງນີ້ ໄດ້ສະແດງໃຫ້ເຫັນເຖິງຄວາມໝາຍຄວາມສໍາຄັນຢ່າງຍິ່ງແຫ່ງປະຫວັດສາດຂອງຊາດລາວ ໂດຍສະເພາະກໍແມ່ນຊີວິດການກໍາເນີດ ແລະ ການເຕີບໃຫຍ່ໃນແປວໄຟແຫ່ງການປະຕິວັດຂອງ ປະທານ ຄຳໄຕ ສີພັນດອນ ແມ່ນຜູ້ໜຶ່ງໃນບັນດາຜູ້ນຳຮຸ່ນທຳອິດຂອງພັກເຮົາ ທີ່ມີຄວາມປີຊາສາມາດ, ອົງອາດກ້າແກ່ນ, ມີຄວາມສຸຂຸມຮອບຄອບ ແລະ ໜັກແໜ້ນໃນທຸກດ້ານ; ເພິ່ນທັງແມ່ນນັກຍຸດທະສາດ ແລະ ນັກຍຸດໂທບາຍທີ່ເຫັນການໄກ, ວ່ອງໄວ, ຄວາມຄິດປະດິດສ້າງສູງ, ແມ່ນຜູ້ທີ່ມີແບບແຜນຊີ້ນຳ, ບັນຊາແທດກັບຕົວຈິງ, ຍາມໃດກໍມີຈົ່ງຮັກພັກດີ ບໍລິສຸດຜຸດຜ່ອງຕໍ່ພັກ, ຕໍ່ປະເທດຊາດ ແລະ ປະຊາຊົນ, ມີຄວາມເປັນຫວ່ງ ແລະ ເອົາໃຈໃສ່ຕິດຕາມຢ່າງໃກ້ຊິດຕໍ່ພາລາກິດ ປົກປັກຮັກສາ ແລະ ພັດທະນາປະເທດຊາດ ແລະ ແມ່ນຜູ້ນຳທີ່ແສນເຄົາລົບຮັກຂອງປະຊາຊົນລາວບັນດາເຜົ່າ.
ໃນຕອນທ້າຍພິທີ ທ່ານ ຈັນສະໝອນ ຈັນຍາລາດ ໄດ້ກ່າວສະຫຼຸບວ່າ: ປະທານ ຄໍາໄຕ ສີພັນດອນ ແມ່ນຜູ້ໜຶ່ງໃນບັນດາຜູ້ນໍາຮຸ່ນກໍໍ່ຕັັ້ງຂະບວນການ ແລະ ບຸກເບີກເສັ້ນທາງການປະຕິວັດ ຢູ່ປະເທດເຮົາ ຊຶ່ງຍາມໃດເພິ່ນກໍມີຄວາມໜັກແໜ້ນທາງດ້ານການເມືອງ, ມີສະຕິຕໍ່ການຈັດຕັັ້ງ, ມີຄວາມຮັບຜິດຊອບສູງຕໍ່ໜ້າທີີ່ມອບ ໝາຍ; ເລີີ່ມຈາກພະນັກງານທໍາມະດາກາຍເປັນຜູ້້ຊີ້ນໍາ-ບັນຊາ ແລະ ນໍາພາຂະບວນການຕໍ່ສູ້ປົດປ່ອຍຊາດ ຮ່ວມກັບປະທານ ໄກສອນ ພົມວິຫານ, ປະທານ ສຸພານຸວົງ ແລະ ທ່ານອື່ນໆ ຂອງແນວລາວສ້າງຊາດໄດ້ຮັບໄຊຊະນະ, ສະຖາປະນາ ສປປ ລາວ ຂຶ້ນຢ່າງສະຫງ່າຜ່າເຜີຍ ໃນວັນທີ 2 ທັນວາ ປີ 1975, ຫຼັງຈາກນັັ້ນ ກໍໄດ້ປະກອບສ່ວນຄົ້ນຄວ້າ ແລະ ກໍານົດທິດທາງໜ້າທີີ່ຍຸດທະສາດ ໃນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ລວມທັງແນວທາງປ່ຽນແປງໃໝ່ອອກຢ່າງຖືກຕ້ອງ, ສອດຄ່ອງ ທັງໄດ້ສືບຕໍ່ນໍາພາ-ຊີ້ນໍາການຈັດຕັັ້ງປະຕິບັດ ໃຫ້ໄດ້ຮັບຜົນສໍາເລັດອັນສໍາຄັນຫຼາຍດ້ານ. ປະທານ ຄໍາໄຕ ສີພັນດອນ ຍາມໃດກໍ່ມີຄວາມຈົງຮັກພັກດີ, ບໍລິສຸດຜຸດຜ່ອງຕໍ່ພັກ, ຕໍ່ປະເທດຊາດ ແລະ ຕໍ່ປະຊາຊົນ, ມີຄວາມເປັນຫ່ວງເປັນໃຍ ແລະ ເອົາໃຈໃສ່ຕິດຕາມຢ່າງຈົດຈໍ່ ຕໍ່ຊີບພະຈອນ ຂອງປະເທດ ຊາດ, ເພິ່ນສືບຕໍ່ເຄື່ອນໄຫວ ຢ່າງບໍ່ຮູ້ອິດຮູ້ເມື່ອຍ ເພື່ອປະກອບສ່ວນໃນການປັບປຸງ-ກໍ່ສ້າງພັກເຮົາ ໃຫ້ເຂັ້ມແຂງ, ສ້າງລັດໃຫ້ກາຍເປັນລັດທີີ່ປົກຄອງດ້ວຍກົດ ໝາຍ ແລະ ບໍລິຫານຮັບໃຊ້ປະຊາຊົນ ດ້ວຍຄວາມບໍລິສຸດໂປ່ງໃສ. ດ້ວຍຄວາມເປັນຫ່ວງເປັນໃຍ ແລະ ຢາກໃຫ້ແນວທາງທີີ່ພັກວາງອອກກາຍເປັນຈິງ ເພິ່ນຈຶ່ງໃຊ້ຊີວິດໃນຍາມພັກຜ່ອນ ຢູ່ໃກ້ຊິດຕິດແທດກັບຊີວິດຕົວຈິງ ຂອງປະຊາຊົນ, ຊອກຮູ້ບັນຫາ ແລະ ຄວາມຕ້ອງການຂອງປະຊາຊົນ, ຈາກນັັ້ນ ຈຶ່ງຄົ້ນຄວ້າຫາວິທີຊ່ວຍ ເຫຼືອເຂົາເຈົ້າ ແນະນໍາ ແລະ ພາປະຊາຊົນເຮັດຕົວຈິງ. ເພິ່ນໃຊ້ເວລາພັກຜ່ອນລົງຕິດແທດກັບປະຊາຊົນປຸກສ້າງສິ່ງສາທາລະນະປະໂຫຍດ ແລະ ສຶກສາອົບຮົມປະຊາ ຊົນ ໃຫ້ມີຄວາມຕື່ນຕົວເປັນເຈົ້າການທໍາມາຫາກິນ ແລະ ສ້າງສາບ້ານຊ່ອງ, ເພິ່ນທັງເຄື່ອນໄຫວເປັນແບບຢ່າງໃຫ້ປະຊາຊົນເຫັນ ທັງຊຸກຍູ້ປຸກລະດົມ ໃຫ້ປະຊາຊົນເຮັດນໍາ ແລະ ເຮັດເພື່ອໃຫ້ຊຸມຊົນມີສ່ວນຮ່ວມ. ເພິ່ນພັກຜ່ອນຕິດພັນກັບການອອກແຮງງານ ແລະ ເຮັດຕົວຈິງ ແນວນັັ້ນ ບໍ່ແມ່ນເພືື່ອຜົນປະໂຫຍດສ່ວນຕົວ ແລະ ຄອບຄົວຂອງເພິ່ນແຕ່ຢ່າງໃດ, ການກະທໍາດັ່ງກ່າວ ແມ່ນເພືື່ອຢາກໃຫ້ແນວທາງຂອງພັກ ປະກົດຜົນເປັນຈິງ, ທັງເປັນປະໂຫຍດສໍາລັບການສຶກສາຮຽນຮູ້ ຂອງປະ ຊາຊົນລາວບັນດາເຜົ່າ ເພືື່ອເສີມຂະຫຍາຍຕໍ່ໆໄປ. ການສຳມະນາວິທະຍາສາດຄັ້ງນີ້ ຈະຊ່ວຍໃຫ້ເຫັນບັນຫາທີ່ສໍາຄັນຕົ້ນຕໍ ແລະ ອັນພົ້ນເດັ່ນໃນແນວຄິດຊີ້ນໍາຂອງເພິ່ນ; ຊ່ວຍໃຫ້ຜູ້ເຂົ້າຮ່ວມສໍາມະນາເຫັນໄດ້ ແລະ ເຂົ້າໃຈເລິກເຊິ່ງ, ເປັນລະບົບກ່ຽວກັບເນື້ອໃນຄວາມໝາຍຂອງແຕ່ລະບັນຫາ. ພ້ອມກັນນັ້ນກໍໄດ້ຈຳແນກ ແລະ ຢືນຢັນໃຫ້ເຫັນວ່າແນວຄິດຊີ້ນຳດັ່ງກ່າວນັ້ນ ລ້ວນແຕ່ສອດຄ່ອງກັບເງື່ອນໄຂ ແລະ ສະພາບຄວາມເປັນຈິງຂອງປະເທດຊາດ; ສອດຄ່ອງກັບຄວາມມຸ່ງມາດປາຖະ ໜາ ແລະ ຜົນປະໂຫຍດຂອງປະຊາຊົນລາວບັນດາເຜົ່າ, ທັງສອດຄ່ອງກັບທ່າອ່ຽງລວມແຫ່ງການພົວພັນຮ່ວມມື ແລະ ການພັດທະນາໃນໂລກປັດຈຸບັນ ແລະ ອະນາຄົດ.
ສໍາລັບເອກະສານທີ່ນໍາມາສໍາມະນາໃນຄັ້ງນີ້ປະກອບມີ 6 ຂົງເຂດວຽກງານມີ 9 ຫົວຂໍ້ຄື: ແນວຄິດຊີ້ນໍາຂອງ ປະທານ ຄຳໄຕ ສີພັນດອນ ກ່ຽວກັບວຽກງານປ້ອງ ກັນຊາດ-ປ້ອງກັນຄວາມສະຫງົບ, ການນຳໃຊ້ 3 ບາດຄ້ອນຍຸດທະສາດ ເຂົ້າໃນການຢຶດອຳນາດ ໃນປີ 1975 ຂອງທ່ານປະທານ ຄໍາໄຕ ສີພັນດອນ, ແນວຄິດຊີ້ ນຳ ກ່ຽວກັບການກໍ່ສ້າງຮາກຖານການເມືອງ ຢູ່ແຂວງຈຳປາສັກ, ແນວຄິດຊີ້ນຳ ກ່ຽວກັບການພັດທະນາວຽກງານເສດຖະກິດ-ການເງິນ, ແນວຄິດຊີ້ນຳ ກ່ຽວກັບວຽກງານແນວໂຮມ ແລະ ອົງການຈັດຕັ້ງມະຫາຊົນ, ຊີວິດຄອບຄົວ ແລະ ການເຄື່ອນໄຫວປະຕິວັດຂອງ ປະທານ ຄຳໄຕ ສີພັນດອນ, ແນວຄິດຊີ້ນຳ ກ່ຽວກັບວຽກ ງານວັດທະນະທຳ, ແນວຄິດຊີ້ນຳ ກ່ຽວກັບການກໍ່ສ້າງພັກ-ພະນັກງານ ໃນໄລຍະໃໝ່ ແລະ ແນວຄິດຊີ້ນຳ ກ່ຽວກັບວຽກງານພົວພັນຕ່າງປະເທດ.
ຂ່າວ-ພາບ: ບຸນຕອມ.