ພິທີປະກາດການຈັດຕັ້ງ ຂອງຄະນະໂຄສະນາອົບຮົມສູນກາງພັກ.

ໃນຕອນເຊົ້າຂອງວັນທີ 18 ທັນວາ 2023 ຄະນະໂຄສະນາອົບຮົມສູນກາງພັກ ໄດ້ຈັດພິທີປະກາດການຈັດຕັ້ງຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ຂຶ້ນທີ່ຫ້ອງປະຊຸມໃຫຍ່ຄະນະໂຄສະນາອົບຮົມສູນກາງພັກ ໃຫ້ກຽດເປັນປະທານໂດຍ ທ່ານ ຄຳພັນ ເຜີຍຍະວົງ ເລຂາທິການສູນກາງພັກ, ເລຂາຄະນະພັກ ຫົວໜ້າຄະ ນະໂຄສະນາອົບຮົມສູນກາງພັກ ປະທານສະພາທິດສະດີສູນກາງພັກ; ເຂົ້າຮ່ວມມີ: ທ່ານ ພູວົງ ອຸ່ນຄໍາແສນ ຫົວໜ້າສະຖາບັນການເມືອງການປົກຄອງແຫ່ງຊາດ, ຕາງໜ້າຄະນະຈັດຕັ້ງສູນກາງພັກ, ຄະນະພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ບັນດາຫົວໜ້າກົມ, ຮອງຫົວໜ້າກົມ, ຫົວໜ້າພະແນກ, ຮອງຫົວໜ້າພະແນກ ແລະ ພະນັກງານ ທົ່ວຄອສພ ເຂົ້າຮ່ວມຢ່າງພ້ອມພຽງ.


ໃນພິທີດັ່ງກ່າວ ທ່ານ ດອນ ໄພວົງ ຫົວໜ້າກົມຄຸ້ມຄອງພະນັກງານ ຄະນະຈັດຕັ້ງສູນກາງພັກ ຂື້ນຜ່ານ ຄໍາສັ່ງເລກທີ 503/ຄລສພ ລົງວັນທີ 13/12/2023 ວ່າດ້ວຍການຍົກຍ້າຍ ພະນັກງານໄປຮັບໜ້າທີ່ໃໝ່ ແລະ ມະຕິຕົກລົງຂອງຄະນະເລຂາທິການສູນກາງພັກ ສະບັບເລກທີ 504/ຄລສພ, ລົງວັນທີ 13/12/2023 ວ່າດ້ວຍການແຕ່ງຕັ້ງ ທ່ານ ຄໍາມອນ ຈັນທະຈິດ ເປັນຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ຮອງປະທານສະພາທິດສະດີສູນກາງພັກ ແລະ ເປັນຜູ້ປະຈໍາການ.


ຫຼັງຈາກນັ້ນ ທ່ານ ຄໍາມອນ ຈັນທະຈິດ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ຮອງປະທານສະພາທິດສະດີສູນກາງພັກ ຜູ້ໃໝ່ໄດ້ຂື້ນມີຄໍາເຫັນ ແລະ ກ່າວຮັບໜ້າທີ່ໃໝ່ ເຊິ່ງກ່ອນອື່ນທ່ານໄດ້ສະແດງຄວາມຂອບໃຈມາຍັງການນໍາພັກ-ລັດ ແລະ ຕີລາຄາສູງຕໍ່ການຈັດຕັ້ງພັກ-ລັດ ທີ່ໄດ້ໃຫ້ຄວາມໄວ້ວາງໃຈ ແລະ ມອບໜ້າທີ່ອັນມີກຽດ ພ້ອມນັ້ນທ່ານໄດ້ໃຫ້ຄໍາໝັ້ນສັນຍາວ່າຈະສືບຕໍ່ຊີ້ນຳ-ນຳພາວຽກໂຄສະນາອົບຮົມໃຫ້ມີບາດກ້າວອັນໃໝ່ໃຫຍ່ຫຼວງກວ່າເກົ່າ, ເອົາໃຈໃສ່ປະຕິບັດໜ້າທີ່ວຽກງານຕາມການຈັດຕັ້ງມອບໝາຍໃຫ້ດ້ວຍຄວາມເອົາໃຈໃສ່ສູງ, ແລກປ່ຽນປະສົບການ, ແບບແຜນວິທີການນໍາພາ-ວິທີເຮັດວຽກໃຫ້ປະສົບຜົນສໍາເລັດ ແລະ ມີປະສິດທິພາບສູງ.
ໃນຕອນທ້າຍພິທີ ທ່ານ ຄໍາພັນ ເຜີຍຍະວົງ ເລຂາທິການສູນກາງພັກ, ເລຂາຄະນະພັກ ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ປະທານສະພາທິດສະດີສູນກາງພັກ ໄດ້ໃຫ້ກຽດມີຄໍາເຫັນໂອ້ລົມຕໍ່ສະມາຊິກພັກ-ພະນັກງານ ກ່ອນອື່ນທ່ານໄດ້ຍ້ອງຍໍຊົມເຊີຍຕໍ່ຜົນງານການເຄື່ອນໄຫວຂອງ ສະຫາຍ ຄໍາມອນ ຈັນທະຈິດ ໃນໄລຍະຜ່ານມາ ແລະ ເນັ້ນໜັກໃຫ້ຮອງຫົວ ໜ້າຄະນະໂຄສະນາອົບຮົມສູນກາງພັກຜູ້ໃໝ່ ຈົ່ງສືບຕໍ່ຮັກສາມູນເຊື້ອໃນການເຮັດວຽກງານການເມືອງ-ແນວຄິດ ໃຫ້ມີຄວາມແຫຼມຄົມ ແລະ ກວ້າງຂວາງນໍາພາວຽກງານໂຄສະນາອົບຮົມໄປສູ່ຄຸນນະພາບໃໝ່, ພ້ອມນັ້ນຮຽກຮ້ອງໃຫ້ ສະມາຊິກພັກ, ພະນັກງານ-ລັດຖະກອນ ທັງໝົດໃນທົ່ວ ຄອສພ ຈົ່ງພ້ອມກັນສືບຕໍ່ເພີ່ມທະວີຄວາມສາມັກຄີ, ມີຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງ, ແລກປ່ຽນຊ່ວຍເຫຼືອເຊິ່ງກັນ ແລະ ກັນເປັນຈິດໜຶ່ງໃຈດຽວໃນການປະຕິບັດໜ້າທີ່ວຽກງານ ກໍຄືຕັ້ງໜ້າປະຕິບັດໜ້າທີ່ວຽກງານວິຊາສະເພາະທີ່ການຈັດຕັ້ງມອບໝາຍໃຫ້ດ້ວຍຄວາມຮັບຜິດຊອບສູງ ແລະ ປະສົບຜົນສໍາເລັດຕາມເປົ້າໝາຍທີ່ວາງໄວ້.