ແນວຄິດໄກສອນ ພົມວິຫານ ກ່ຽວກັບເສັ້ນທາງແຫ່ງການກ້າວຂຶ້ນສັງຄົມນິຍົມ ຢູ່ປະເທດເຮົາ.


ໃນວັນທີ 12 ທັນວາ 2023 ຄະນະຮັບຜິດຊອບການຄົ້ນຄວ້າແນວຄິດ ໄກສອນ ພົມວິຫານ ໄດ້ຈັດກອງປະຊຸມສຳມະນາວິທະຍາສາດລະດັບຊາດ ຂຶ້ນທີ່ສະໂມ ສອນ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ, ໂດຍພາຍໃຕ້ຫົວຂໍ້: “ແນວຄິດໄກສອນ ພົມວິຫານ ກ່ຽວກັບເສັ້ນທາງແຫ່ງການກ້າວຂຶ້ນສັງຄົມນິຍົມ ຢູ່ປະເທດເຮົາ” ໃຫ້ກຽດເປັນປະທານຊີ້ນໍາກອງປະຊຸມໂດຍສະຫາຍ ຄໍາພັນ ເຜີຍຍະວົງ ເລຂາທິການສູນກາງພັກ ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ປະທານສະພາທິດສະດີສູນກາງພັກ ຫົວໜ້າຄະນະຮັບຜິດ ຊອບການຄົ້ນຄວ້າແນວຄິດ ໄກສອນ ພົມວິຫານ ແລະ ໃຫ້ກຽດເປັນຄະນະປະທານຮ່ວມມີ ສະຫາຍ ສົມສະ ຫວາດ ເລັ່ງສະຫວັດ ທີ່ປຶກສາສະພາທິດສະດີສູນກາງພັກ ທີ່ປຶກສາຄະນະຮັບຜິດຊອບການຄົ້ນຄວ້າແນວຄິດ ໄກສອນ ພົມວິຫານ; ສະຫາຍ ສອນທະນູ ທໍາມະວົງ ກໍາມະການສູນກາງພັກ ຫົວໜ້າສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ ຮອງປະທານ ຜູ້ປະຈໍາການສະພາທິດສະດີສູນກາງພັກ; ສະຫາຍ ພູວົງ ອຸ່ນຄຳແສນ ກຳມະການສູນກາງພັກ ຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ຮອງປະທານສະພາທິດສະດີສູນກາງພັກ ຮອງຫົວໜ້າຄະນະຜູ້ປະຈຳການຄະນະຮັບຜິດຊອບການຄົ້ນຄວ້າແນວຄິດ ໄກສອນ ພົມວິຫານ, ມີພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ຈຸດປະສົງກອງປະຊຸມສໍາມະນາຄັ້ງນີ້, ເພື່ອສືບຕໍ່ຜັນຂະຫຍາຍມະຕິຂອງກົມການເມືອງສູນກາງພັກ ສະບັບເລກທີ 058/ກມສພ ລົງວັນທີ 13 ທັນວາ 2018 ວ່າດ້ວຍການຄົ້ນຄວ້າແນວຄິດ ໄກສອນ ພົມວິຫານ, ທັງເປັນການສ້າງຂະບວນການສະເຫຼີມສະຫຼອງວັນຊາດ ທີ 2 ທັນວາ ຄົບຮອບ 48 ປີ ແລະ ສະເຫຼີມສະຫຼອງວັນເກີດຂອງປະທານ ໄກສອນ ພົມວິຫານ ຄົບຮອບ 103 ປີ, ວັນເກີດປະທານ ຄຳໄຕ ສີພັນດອນ ຄົບຮອບ 100 ປີ ແລະ ວັນສໍາຄັນຕ່າງໆຂອງພັກ, ຂອງຊາດ.
ໃນກອງປະຊຸມສໍາມະນາ, ສະຫາຍ ຄໍາພັນ ເຜີຍຍະວົງ ເລຂາທິການສູນກາງພັກ ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ປະທານສະພາທິດສະດີສູນກາງພັກ ຫົວໜ້າຄະນະຮັບຜິດຊອບການຄົ້ນຄວ້າແນວຄິດ ໄກສອນ ພົມວິຫານ ໄດ້ເນັ້ນໜັກວ່າ: ກອງປະຊຸມສຳມະນາວິທະຍາສາດລະດັບຊາດ ພາຍໃຕ້ຫົວຂໍ້ “ແນວຄິດ ໄກສອນ ພົມວິຫານກ່ຽວກັບເສັ້ນທາງແຫ່ງການກ້າວຂຶ້ນສັງຄົມນິຍົມ ຢູ່ປະເທດເຮົາ” ໃນຄັ້ງນີ້ ແມ່ນມີຄວາມໝາຍສໍາຄັນທາງດ້ານທິດສະດີ ແລະ ພຶດຕິກໍາ, ເຊິ່ງເປັນການປະກອບສ່ວນເຂົ້າໃນວຽກງານສະຫຼຸບທິດສະດີ ແລະ ພຶດຕິກຳຂອງພັກເຮົາ ທັງເປັນພື້ນຖານຮັບໃຊ້ການປັບປຸງບູລະນະແນວທາງ, ແຜນນະໂຍບາຍຂອງພັກ, ນະໂຍບາຍ, ກົດໝາຍ ແລະ ລະບຽບການຕ່າງໆຂອງລັດ ແລະ ລວມທັງການສືບຕໍ່ສ້າງ ແລະ ເສີມຂະຫຍາຍລະບອບປະຊາທິປະໄຕປະຊາຊົນຕາມທິດກ້າວຂຶ້ນສັງຄົມນິຍົມ ຢູ່ປະເທດເຮົາເທື່ອລະກ້າວ.
ເນື້ອໃນບົດນໍາກອງປະຊຸມສໍາມະນາສະເໜີໂດຍ ສະຫາຍ ພູວົງ ອຸ່ນຄໍາແສນ ໄດ້ຍົກໃຫ້ເຫັນຈຸດປະສົງ ແລະ ທາດແທ້ສັງຄົມນິຍົມ ຢູ່ປະເທດເຮົາ ນັບທັງໃນໄລຍະການປະຕິວັດຊາດ-ປະຊາທິປະໄຕ ກໍຄືໃນໄລຍະປົກປັກຮັກສາ ແລະ ສ້າງສາປະເທດຊາດ ແມ່ນແນວຄິດແຫ່ງການຕໍ່ສູ້ປະຕິວັດອັນໜັກແໜ້ນ, ບໍ່ມີຍາມໃດຈະຫວັ່ນໄຫວຄອນແຄນ ເພື່ອບັນລຸຈຸດໝາຍ, ອຸດົມຄະຕິ ຄື: ສ້າງສັງຄົມໜຶ່ງທີ່ທຸກຄົນໄດ້ຮັບການປົດປ່ອຍ; ປະຊາຊົນຜູ້ອອກແຮງງານໄດ້ເປັນເຈົ້າປະເທດຊາດ; ມີເສດຖະກິດທີ່ຂະຫຍາຍຕົວສູງ, ມີວັດທະນະທໍາອັນກ້າວໜ້າ ແລະ ອຸດົມຮັ່ງມີດ້ວຍສີສັນຂອງຊາດ; ທຸກຄົນມີຄວາມຢູ່ດີ, ກິນດີ, ມີອິດສະຫຼະພາບ ມີຄວາມສຸກ ແລະ ມີເງື່ອນໄຂພັດທະນາຕົນເອງຢ່າງຮອບດ້ານ; ມີຄວາມຍຸຕິທໍາໃນສັງຄົມ ແລະ ປະຊາທິປະໄຕ.
ນອກນັ້ນ ບັນດາຜູ້ເຂົ້າຮ່ວມຍັງໄດ້ຮັບຟັງການນໍາສະເໜີ 8 ຫົວຂໍ້ຍ່ອຍ ເຊັ່ນ: ແນວຄິດໄກສອນ ພົມວິຫານ ກ່ຽວກັບທາດແທ້ ແລະ ຈຸດພິເສດຂອງສັງຄົມນິຍົມ ຢູ່ປະເທດເຮົາ; ແນວຄິດໄກສອນ ພົມວິຫານ ກ່ຽວກັບໄລຍະຂ້າມຜ່ານກ້າວຂຶ້ນສັງຄົມນິຍົມ ຢູ່ປະເທດເຮົາ; ແນວຄິດໄກສອນ ພົມວິຫານ ກ່ຽວກັບການນໍາພາຂອງພັກ ແມ່ນປັດໄຈຕັດສິນຂອງການປະຕິວັດສັງຄົມນິຍົມ ຢູ່ປະເທດເຮົາ; ແນວຄິດໄກສອນ ພົມວິຫານ ກ່ຽວກັບການສ້າງລັດຂອງປະຊາຊົນ, ໂດຍປະຊາຊົນ ແລະ ເພື່ອະຊາຊົນ; ແນວຄິດໄກສອນ ພົມວິຫານ ກ່ຽວກັບການປະຕິວັດສັງຄົມນິຍົມ ແມ່ນການດໍາເນີນການປະຕິວັດການພົວພັນການຜະລິດ, ວິທະຍາສາດ-ເຕັກນິກ ແລະ ແນວຄິດ-ວັດທະນະທໍາ; ແນວຄິດໄກສອນ ພົມວິຫານ ກ່ຽວກັບສ້າງຄົນໃໝ່ສັງຄົມນິຍົມ ຢູ່ປະເທດເຮົາ; ແນວຄິດໄກສອນ ພົມວິຫານ ກ່ຽວກັບເສີມຂະຫຍາຍກໍາລັງແຮງສັງລວມ ຂອງລະບອບໃໝ່ເຂົ້າໃນການປະຕິວັດສັງຄົມນິຍົມ ຢູ່ປະເທດເຮົາ; ແນວຄິດໄກສອນ ພົມວິຫານ ກ່ຽວກັບສົມທົບແໜ້ນນໍ້າໃຈຮັກຊາດອັນດູດດື່ມກັບນໍ້າໃຈສາກົນກໍາມາຊີບອັນແທ້ຈິງໃນການກ້າວຂຶ້ນສັງຄົມນິຍົມຢູ່ປະເທດເຮົາ.
ໃນຕອນທ້າຍ ກອງປະຊຸມໄດ້ຮັບຟັງການສະຫຼຸບລາຍງານຜົນ ຂອງກອງປະຊຸມໂດຍ ສະຫາຍ ສອນທະນູ ທໍາມະວົງ, ໄດ້ຕີລາຜົນໄດ້ຮັບໃນເບື້ອງຕົ້ນ ທີ່ນັກວິທະ ຍາສາດໄດ້ຄົ້ນຄວ້າຢ່າງເລິກເຊິ່ງ ແລະ ຈະແຈ້ງ ກ່ຽວກັບແນວຄິດໄກສອນ ພົມວິຫານ ກ່ຽວກັບເສັ້ນທາງແຫ່ງການກ້າວຂຶ້ນສັງຄົມນິຍົມ ຢູ່ປະເທດເຮົາ ແລະ ໄດ້ເນັ້ນໜັກວ່າ: ກ່ອນອື່ນໝົດ ແມ່ນຕ້ອງສືບຕໍ່ຢຶດໝັ້ນຈຸດໝາຍສັັງຄົມນິຍົມ ຂອງພັກປະຊາຊົນປະຕິວັດລາວ, ໂດຍການຄົ້ນຄວ້າ, ໝູນໃຊ້ ແລະ ເສີມຂະຫຍາຍລັດທິມາກ-ເລນິນ ກ່ຽວກັບໄລຍະຂ້າມຜ່ານກ້າວຂຶ້ນສັງຄົມນິຍົມ; ສ້າງບັນດາປະຖົມປັດໄຈເພື່ອກ້າວຂຶ້ນສັງຄົມນິຍົມເທື່ອລະກ້າວ ຕາມແນວຄິດໄກສອນ ພົມວິຫານ.
(ແຫຼ່ງຂ່າວຈາກ: ສູນຄົ້ນຄວ້າແນວຄິດໄກສອນ ພົມວິຫານ, ພາບ: ແສງຈັນ)