ກອງປະຊຸມສຳມະນາເຜີຍແຜ່ລະບົບບໍລິການພາກລັດປະຕູດຽວ (GOV-X).

ກອງປະຊຸມສຳມະນາເຜີຍແຜ່ລະບົບບໍລິການພາກລັດປະຕູດຽວ (GOV-X).

ໃນຕອນເຊົ້າວັນທີ 22 ມີນາ 2024 ສູນບໍລິຫານລັດດິຈິຕ໋ອນ ກະຊວງເຕັກໂນໂລຊີ ແລະ ການສື່ສານໄດ້ຈັດກອງປະຊຸມສຳມະນາເຜີຍແຜ່ລະບົບບໍລິການພາກລັດປະຕູດຽວ (GOV-X) ໃຫ້ແກ່ນັກພະນັກງານບັນດາກະຊວງ/ອົງການທຽບເທົ່າ ໃນນັ້ນ, ກໍມີຕາງໜ້າໃຫ້ຄະນະນຳ ໂຄສະນາອົບຮົມສູນກາງພັກເຂົ້າຮ່ວມແນ່ໃສ່ເຮັດໃຫ້ບັນດາກະຊວງອົງການ ໄດ້ຮັບຮູ້ ແລະ ເຂົ້າໃຈກ່ຽວກັບການນຳໃຊ້ລະບົບດັ່ງກ່າວຢ່າງເລິກເຊິ່ງ.

ໃນກອງປະຊຸມ ໄດ້ຮັບກຽດເປັນປະທານໂດຍ ທ່ານ ປອ ທະວີສັກ ມະໂນທັມ ຫົວໜ້າສູນບໍລິຫານລັດດິຈິຕອນ ແລະກ່າວເປີດເຊິ່ງທ່ານໄດ້ ເຜີຍແຜ່ການນຳໃຊ້ລະບົບບໍລິການພາກລັດຜ່ານປະຕູດຽວ (GOV-X) ໝາຍຄວາມວ່າຮວບຮວມເອົາລະບົບຕ່າງໆຂອງພາກລັດມາບໍລິຫານຜ່ານປະຕູດຽວແນ່ໃສ່ເຮັດໃຫ້ປະຊາຊົນສາມາດເຂົ້າເຖິງບໍລິການຕ່າງໆໄດ້ງ່າຍດ້ວຍແອັບດຽວ ພ້ອມນັ້ນ, ທ່ານຍັງໄດ້ຊີ້ໃຫ້ເຫັນສະຖານະປັດຈຸບັນ ການຫັນເປັນດິຈິຕອນ ຢູູ່ ສປປ ລາວ;  ການພັດທະນາລະບົບບໍລິຫານ ແລະ ບໍລິການດິຈິຕອນ ຂອງ ສປປ ລາວ ໂດຍສະເພາະຜົນການປະເມີນ UN E-Government Index 2022 ສໍາລັບ ສປປ ລາວ, ການພັດທະນາລະບົບບໍລິຫານລັດດິຈິຕອນ ສູ່ປະຊາຊົນ.

ຈາກນັ້ນ, ໄດ້ຮັບຟັງການສະເໜີພາບລວມຂອງການນຳໃຊ້ໃຊ້ລະບົບບໍລິການພາກລັດປະຕູດຽວ (GOV-X) ພ້ອມທັງຮັບຟັງການແນະນຳວິທີເຂົ້າດາວໂຫຼດແອັບ ແລະ ນຳໃຊ້ຜ່ານໂທລະສັບມືຖື ການນຳສະເໜີບັນດາລະບົບຂອງແຕ່ລະພາກສ່ວນທີ່ໃຫ້ບໍລິການມາຮວບຮວມຢູ່ໃນແອັບ(GOV-X) ເປັນຕົ້ນ ລະບົບກວດສອບສິດປະກັນສັງຄົມ LSSO,ລະບົບຄັງປັນຍາລາວ Khang Panya Lao,  ລະບົບລວມສູນແບບຟອມ ແລະ ເອກະສານທາງການ G-Form,ລະບົບຕິດຕາມລົດເມ Lao-BusNavi ແລະອື່ນໆ ຈາກພະແນກກ່ຽວຂ້ອງ, ໃນຕອນທ້າຍ ຜູ້ເຂົ້າຮ່ວມກອງປະຊຸມໄດ້ແລກປ່ຽນແລະ ສະເໜີຄຳຄິດເຫັນ ໃນການຮວບຮວມເອົາລະບົບບໍລິການຂອງພາກສວ່ນທີ່ໃຫ້ບໍລິການປະຊາຊົນມາຢູ່ໃນລະບົບດັ່ງກ່າວໃຫ້ຫຼາຍຂື້ນ ເພື່ອໃຫ້ປະຊາຊົນສາມາດເຂົ້າເຖິງບໍລິການຕ່າງໆໄດ້ງ່າຍດ້ວຍແອັບດຽວ ແລະ ຫວັງວ່າຈະມີອີກຫຼາຍການບໍລິການຂອງພາກລັດທີ່ຈະເຊື່ອມໂຍ່ງຕື່ມໃນອະນາຄົດ.

ຂ່າວ: ກົມຂໍ້ມູນຂ່າວສານ ແລະ ຝຶກອົບຮົມ, ຄອສພ.

ຮູບພາບ: ຫ້ອງການ ກະຊວງ ເຕັກໂນໂລຊີຂໍ້ມູນຂ່າວ ແລະ ການສື່ສານ.