ພິທີປາຖະກະຖາວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 69 ປີ ( 22 ມີນາ 1955 – 22 ມີນາ 2024) ແລະ ວັນນັກຮົບເສຍອົງຄະ ແລະ ເສຍສະຫຼະຊີ ວິດເພື່ອປະເທດຊາດ ຄົບຮອບ 78ປີ.


ໃນຕອນບ່າຍຂອງ ວັນທີ 21 ມີນາ 2024 ທີ່ຫ້ອງປະຊຸມໃຫຍ່ ຄະນະໂຄສະນາອົບຮົມສູນກາງພັກ (ຫຼັກ6) ໄດ້ຈັດພິທີປາຖະ ກະຖາວັນສ້າງຕັ້ງພັກປະຊາຊົນປະຕິ ວັດລາວ ຄົບຮອບ 69ປີ ( 22 ມີນາ 1955 – 22 ມີນາ 2024) ແລະ ວັນເສຍອົງຄະ ແລະ ເສຍສະຫຼະຊີວິດເພື່ອປະເທດຊາດ ຄົບຮອບ 78 ປີ. ໂດຍໃຫ້ກຽດເປັນປະທານ ແລະ ປາຖະກະຖາໂດຍ ສະຫາຍ ລາວປາວຊົ່ງ ນະວົງໄຊ ຮອງເລຂາຄະນະພັກ ຮອງຫົວຫນ້າຄະນະໂຄສະນາອົບຮົມສູນກາງພັກ, ເຂົ້າຮ່ວມມີ: ທ່ານ ວັນໄຊ ຕະວິນຍານ ຄະນະພັກ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ບັນດາຄະນະພັກ, ຫົວໜ້າກົມ, ຮອງຫົວໜ້າກົມ, ຫົວໜ້າພະແນກ, ຮອງຫົວໜ້າພະ ແນກ, ພະນັກງານວິຊາການທັງໝົດພາຍໃນຄະນະໂຄສະນາອົບຮົມສູນກາງພັກ ເຂົ້າຮ່ວມຢ່າງພ້ອມພຽງ.

ຈຸດປະສົງໃນການປາຖະກະຖາຄັ້ງນີ້ ແມ່ນເພື່ອເຮັດໃຫ້ພະນັກງານ-ສະມາຊິກພັກ ພາຍໃນຄະນະໂຄສະນາອົບຮົມສູນກາງພັກ ໄດ້ຮັບຮູ້ ແລະ ເຂົ້າ ໃຈຢ່າງເລິກເຊິ່ງ ເຖິງປະຫວັດສາດທາດແທ້, ອຸດົມການ, ຕົ້ນກຳເນີດ ແລະ ການເຕີບໃຫຍ່ ຂະຫຍາຍຕົວຂອງພັກປະຊາຊົນປະຕິວັດລາວ, ພາລະ ກິດອັນພົ້ນເດັ່ນ ຕະຫຼອດໄລຍະ 69ປີ ທີ່ໄດ້ເສຍສະຫຼະຊີວິດ ແລະ ເລືອດເນື້ອຂອງນັກຮົບປະຕິວັດ ເພື່ອປົດປ່ອຍປະເທດຊາດອອກຈາກຂ້ອຍຄ່າຈັກກະພັດຕ່າງດ້າວ, ທັງເປັນການຍົກໃຫ້ເຫັນຄວາມສາມາດການນຳພາ ແລະ ລັກສະ ນະນຳໜ້າຂອງພັກ ເພື່ອເສີມຂະຫຍາຍມູນເຊື້ອອັນດີງາມ ແລະ ຜົນງານອັນຍິ່ງໃຫຍ່ ເຂົ້າໃນການຈັດຕັ້ງພາລະກິດປ່ຽນແປງໃໝ່ຂອງພັກໃຫ້ປະກົດຜົນເປັນຈິງ. ໃນໂອກາດທີ່ມີຄວາມໝາຍຄວາມສໍາຄັນດັ່ງກ່າວ ສະຫາຍ ລາວປາວຊົ່ງ ນະວົງໄຊ ຮອງເລຂາຄະ ນະພັກ ຮອງຫົວຫນ້າຄະນະໂຄສະນາອົບຮົມສູນກາງພັກ ໄດ້ຍົກໃຫ້ເຫັນເຖິງປະຫວັດສາດແຫ່ງການກໍາເນີດ ແລະ ການເຕີບໃຫຍ່ຂະຫຍາຍຕົວຂອງພັກປະຊາຊົນປະຕິວັດລາວຕະຫຼອດໄລຍະ 69ປີ, ມູນເຊື້ອອັນດີງາມຂອງພັກ ນັບແຕ່ມື້ສ້າງຕັ້ງເຖີງປັດຈຸບັນ, ມູນເຊື້ອອັນພິລະອາດຫານ, ນໍ້າໃຈເສຍສະຫຼະອັນສູງສົ່ງຂອງປະຊາຊົນລາວບັນດາເຜົ່າ ໃນການຕໍ່ສູ້ປົດປ່ອຍຊາດ ແລະ ສ້າງ ສາພັດທະນາປະເທດຊາດ ພັກເຮົາໄດ້ນຳພາການປະຕິວັດລາວ, ນຳພາປົກປັກຮັກສາ ແລະ ສ້າງສາລະບອບໃໝ່; ຢຶດໝັ້ນລັດທິມາກ-ເລນິນ, ແນວຄິດປະທານ ໄກສອນ ພົມວິຫານ ເປັນແນວຄິດຊີ້ນໍາຂອງພັກ ໂດຍຢຶດໝັ້ນລັດທິຮັກຊາດ ຢ່າງສະເໝີຕົ້ນສະເໝີປາຍ, ສົມທົບແໝ້ນກັບລັດທິສາກົນກໍາມະຊີບອັນຜ່ອງໃສ, ມີຄວາມຈົງຮັກພັກດີຕໍ່ອຸດົມການຂອງພັກ ແລະ ຜົນປະໂຫຍດຂອງປະຊາຊົນລາວບັນດາເຜົ່າ, ຖືເອົາການຫັດແໜ້ນຄວາມສາມັກຄີພາຍໃນເປັນຫຼັກ ເພື່ອເຕົ້າໂຮມຄວາມສາມັກຄີເປັນປຶກແຜ່ນພາຍໃນຊາດ, ເຊີດຊູຄວາມເປັນແບບຢ່າງນຳໜ້າ, ຮັກສາໄດ້ຄຸນທາດການເມືອງ, ຄຸນສົມບັດສິນທຳປະຕິວັດ ແລະ ໄດ້ຮັບຄວາມເຊື່ອໝັ້ນຈາກປະຊາຊົນລາວບັນດາເຜົ່າຕະຫຼອດມາ. ດັ່ງນັ້ນ, ພັກເຮົາສົມແລ້ວທີ່ເປັນກອງເສນາທິການທາງການເມືອງທີ່ສ່ອງໃສ, ເປັນກອງນຳໜ້າທີ່ແໜ້ນແກ່ນ, ເປັນຕົວແທນທີ່ຈົງຮັກພັກດີຕໍ່ສິດຜົນປະໂຫຍດຂອງຊົນຊັ້ນກຳມະ ກອນ, ຊາວຜູ້ອອກແຮງງານທີ່ຮັກຊາດ, ເປັນແກນນຳໃນລະບົບການເມືອງໃນລະບອບປະຊາທິປະໄຕປະຊາຊົນອັນເຂັ້ມແຂງ ແລະ ສ້າງໃຫ້ປະເທດ ຊາດມີຄວາມສະຖຽນລະພາບທາງດ້ານການເມືອງທີ່ໜັກແໜ້ນ, ສັງຄົມມີຄວາມສະຫງົບສຸກ, ເສດຖະກິດ, ວັດທະນະທຳ-ສັງຄົມ ໄດ້ຮັບການຂະ ຫຍາຍຕົວຢ່າງຕໍ່ເນື່ອງ ແລະຊີວິດການເປັນຢູ່ຂອງປະຊາຊົນນັບມື້ນັບໄດ້ຮັບການພັດທະນາດີຂຶ້ນເປັນກ້າວໆ ພ້ອມນັ້ນທ່ານ ຍັງໄດ້ຫວນຄືນເຖີງວັນຄຽດແຄ້ນຂອງປະຊາຊົນລາວ-ວັນນັກຮົບເສຍອົງຄະ ແລະ ເສຍສະຫຼະຊີວິດເພື່ອປະເທດຊາດ ໃນທາມກາງສະພາບການ ແລະ ການກະ ກຽມການຕໍ່ສູ້ຕ້ານພວກລ່າເມືອງຂຶ້ນຝຮັ່ງ ຂອງຫນ່ວຍພັກເມືອງທ່າແຂກ, ເຫດການ ແລະ ການຕໍ່ສູ້ຢ່າງພິລະອາດຫານຂອງທະ ຫານ ແລະ ປະຊາຊົນເມືອງທ່າແຂກ, ຄວາມຫມາຍ ຄວາມສໍາຄັນຂອງບັ້ນຮົບປ້ອງກັນຕົວເມືອງທ່າແຂກ ອີກດ້ວຍ.
ໃນຕອນທ້າຍພິທີ ສະຫາຍໄດ້ເນັ້ນໜັກບາງຕອນສໍາຄັນຕື່ມວ່າ ທັງໝົດທີ່ກ່າວມານັ້ນ ລ້ວນແລ້ວແຕ່ເປັນການປຸກລະດົມຈິດໃຈໃຫ້ສະມະຊິກພັກ, ພະນັກງານ-ລັດຖະກອນ ພ້ອມກັນຍົກສູງແນວຄິດຮັກຊາດ ນໍ້າໃຈເສຍສະຫຼະອັນສູງສົ່ງ ນໍາເອົາມູນເຊື້ອອັນດີງາມສະຫງ່າຜ່າເຜີຍຂອງພັກ ແລະ ນໍ້າໃຈເສຍສະຫຼະຂອງນັກຮົບປະຕິວັດເປັນແວ່ນແຍງໃນການຝຶກຝົນຫຼໍ່ຫຼອມຕົນເອງເວົ້າລວມ ເວົ້າສະເພາະກໍຄືການປະຕິບັດໜ້າທີ່ທາງດ້ານການເມືອງ ຕິດພັນກັບການເຮັດວຽກງານວິຊາສະເພາະຂອງຕົນ ໃຫ້ມີການຫັນປ່ຽນໃໝ່ ຢ່າງແຂງແຮງ ເລິກເຊິ່ງ ແລະ ຮອບດ້ານ.