ພິທີເປີດຊຸດຮຽນທິດສະດີການເມືອງຂັ້ນຕົ້ນ ຊຸດທີ II ໃຫ້ສະມາຊິກພັກ-ພະນັກງານ ຄະນະໂຄສະນາອົບຮົມສູນກາງພັກ

 

ພິທີເປີດຊຸດຮຽນທິດສະດີການເມືອງຂັ້ນຕົ້ນ ຊຸດທີ II ໃຫ້ສະມາຊິກພັກ-ພະນັກງານ ຄະນະໂຄສະນາອົບຮົມສູນກາງພັກ

    ໃນວັນທີ 26 ມີນາ 2024 ຄະນະໂຄສະນາອົບຮົມສູນກາງພັກ ໄດ້ສົມທົບກັບ ສະຖາບັນການເມືອງ-ການປົກຄອງແຫ່ງຊາດ ເປີດຊຸດຮຽນທິດສະດີການເມືອງ ຂັ້ນຕົ້ນ ລະບົບ 03 ເດືອນ ຊຸດທີ II ໃຫ້ແກ່ສະມາຊິກພັກ, ພະນັກງານພາຍໃນຄະນະໂຄສະນາອົບຮົມສູນກາງພັກ, ພາຍໃຕ້ການເປັນປະທານຮ່ວມກັບ ສມປຊ ໃຫ້ກຽດກ່າວເປີດໂດຍ  ສະຫາຍ ລາວປາວຊົ່ງ ນະວົງໄຊ ກຳມະການສູນກາງພັກ, ຮອງເລຂາຄະນະພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ເຂົ້າຮ່ວມມີ: ສະຫາຍ ດາວສະຫວັນ  ເຄືອມີໄຊ ກໍາມະການປະຈໍາພັກ, ຮອງຫົວໜ້າສະຖາບັນການເມືອງ-ການປົກຄອງແຫ່ງຊາດ, ສະຫາຍ ຄະນະບໍລິຫານງານພັກ, ບັນດາສະຫາຍຫົວໜ້າກົມ, ທຽບເທົ່າກົມ, ບັນດາສະຫາຍຄະນະຮັບຜິດຊອບຊຸດຝຶກອົບຮົມ ແລະ ນັກຝຶກອົບຮົມທັງໝົດ.

 

    ໃນພິທີ ສະຫາຍ ອານົງສັກ ອິນທະວົງ ກຳມະການຄະນະພັກ ຫົວຫນ້າກົມຈັດຕັ້ງພະນັກງານ ໄດ້ຂຶ້ນຜ່ານ 3 ເອກະສານຄື: ຂໍ້ຕົກລົງຂອງສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ວ່າດ້ວຍການອະນຸມັດເປີດຊຸດຮຽນທິດສະດີການເມືອງຂັ້ນຕົ້ນ ຊຸດທີ II ໃຫ້ແກ່ສະມາຊິກພັກ-ພະນັກງານ ຄະນະໂຄສະນາອົບຮົມສູນກາງພັກ; ແຜນການໂຄງການຫຼັກສູດ ແລະ ລະບຽບການຂອງຊຸດຮຽນ  ແລະ ຂໍ້ຕົກລົງວ່າດ້ວຍການອະນຸມັດໃຫ້ພະນັກງານເຂົ້າຮ່ວມຝຶກອົບຮົມທິດສະດີການຂັ້ນຕົ້ນ ຊຸດທີ II ລະບົບ 3 ເດືອນຢູ່ຄະນະໂຄສະນາອົບຮົມສູນກາງພັກ ເຊີ່ງມີທັງໝົດ 30ທ່ານ,ຍິງ 15ທ່ານ.
📍ຈຸດປະສົງຂອງການເປີດຊຸດຮຽນທິດສະດີການເມືອງຂັ້ນຕົ້ນ ຊຸດທີ II ໃຫ້ສະມາຊິກພັກ-ພະນັກງານ ຄະນະໂຄສະນາອົບຮົມສູນກາງພັກຄັ້ງນີ້ແມ່ນເພື່ອສ້າງບັນດາພະນັກງານສະມາຊິກໃນທົ່ວ ຄອສພໃຫ້ມີຄວາມຮູ້ພຶ້ນຖານທາງດ້ານທິດສະດີການເມືອງ, ແນວທາງນະໂຍບາຍ, ມະຕິ, ຄຳສັ່ງ  ມີທັດສະນະຫຼັກຫມັ້ນການເມືອງໜັກແໜ້ນ, ມີຄວາມເປັນເອກະພາບຕໍ່ແນວທາງນະໂຍບາຍຂອງພັກລັດທັງເປັນການຍົກສູງຄວາມສາມາດທາງດ້ານການເມືອງ-ວິທະຍາໃຫ້ມີຄວາມໜັກແໜ້ນເພື່ອສາມາດເພື່ອຕອບສະຫນອງຕາມຄວາມຮຽກຮ້ອງຕ້ອງການຂອງຫນ້າທີ່ວຽກງານໃນໄລຍະໃໝ່ຂອງພັກ.

    ໃນໂອກາດທີ່ມີຄວາມຫມາຍ ສໍາຄັນດັ່ງກ່າວ ສະຫາຍ ລາວປາວຊົ່ງ ນະວົງໄຊ ກຳມະການສູນກາງພັກ, ຮອງເລຂາຄະນະພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກໄດ້ໃຫ້ກຽດມີຄໍາເຫັນໂອ້ລົມຕໍ່ພິທີ ເຊິ່ງກ່ອນອື່ນທ່ານໄດ້ຍ້ອງຍໍຊົມເຊີຍບັນດາສະຫາຍ ຄະນະປະຈໍາພັກ, ຄະນະຮັບຜິດຊອບກະກຽມຊຸດຝຶກອົບຮົມທີ່ໄດ້ປະສານສົມທົບກັບ ກົມຄຸ້ມຄອງການຮຽນ-ການສອນ ຂອງສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ, ພ້ອມດ້ວຍຄູອາຈານ ທີ່ໄດ້ເປີດຊຸດຝຶກອົບຮົມທິດສະດີການເມືອງຂັ້ນຕົ້ນ ຊຸດທີ II ຂຶ້ນຢ່າງເປັນທາງການ. ພ້ອມນັ້ນການຮໍ່າຮຽນທິດສະດີການເມືອງຂັ້ນຕົ້ນຊຸດນີ້ ເປົ້າໝາຍເຂົ້າຮຽນເປັນພະນັກງານນຳພາຫຼັກແຫຼ່ງທີ່ນອນຢູ່ໃນແຜນກຳນົດພະນັກງານ-ຄຸ້ມຄອງ ຂອງຄະນະໂຄສະນາອົບຮົມສູນກາງພັກ ດັ່ງນັ້ນນັກຝຶກອົບຮົມຈະໄດ້ຄົ້ນຄວ້າກຳແໜ້ນ ທິດສະດີມາກ-ເລນິນ, ແນວຄິດໄກສອນພົມວິຫານ, ມູນເຊື້ອ ແລະ ປະຫວັດສາດຂອງພັກ, ຂອງຊາດ, ກົດລະບຽບພັກ, ແນວທາງນະໂຍບາຍຂອງພັກ ແລະ ບັນດານິຕິກຳຕ່າງໆ ຂອງສູນກາງພັກເປັນສຳຄັນ ແລະ ຕົ້ນຕໍ. ດ້ວຍໜ້າທີ່ອັນສໍາຄັນດັ່ງກ່າວນັ້ນ, ນັກຄົ້ນຄວ້າຕ້ອງເຊີດຊູຄວາມຮັບຜິດຊອບຂອງຕົນ, ສຸມສະຕິປັນຍາເຂົ້າໃນການຄົ້ນຄວ້າຮໍ່າຮຽນ, ວິເຄາະໄຈ້ແຍກບັນຫາຕ່າງໆ ຂອງຊຸດຝຶກອົບຮົມໃຫ້ເລິກເຊິ່ງ ເຮັດໃຫ້ຊຸດຝຶກອົບຮົມໃນຄັ້ງນີ້ບັນລຸຜົນສຳເລັດຕາມຄາດໝາຍທີ່ວາງໄວ້ທຸກປະການ ພ້ອມທັງກ່າວເປີດຊຸດຮຽນທິດສະດີຂັ້ນຕົ້ນຊຸດທີ II ຢ່າງເປັນທາງການ.