ພິທີສະຫຼຸບຕີລາຄາໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ແລະ ຍ້ອງຍໍ ປະຈໍາປີ 2023

ພິທີສະຫຼຸບຕີລາຄາໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ແລະ ຍ້ອງຍໍ ປະຈໍາປີ 2023

ໃນຕອນບ່າຍຂອງວັນທີ 02 ເມສາ 2024, ຄະນະໂຄສະນາອົບຮົມສູນກາງພັກ ໄດ້ຈັດພິທີສະຫຼຸບຕີລາຄາໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ແລະ ຍ້ອງຍໍ ປະຈໍາປີ 2023 ຢູ່ທີ່ ຫ້ອງປະຊຸມໃຫຍ່ຂອງ ຄະນະໂຄສະນາອົບຮົມສູນກາງພັກ; ໂດຍການເປັນປະທານຂອງ ສະຫາຍ ຄໍາພັນ ເຜີຍຍະວົງ ເລຂາທິການສູນກາງພັກ, ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ເຂົ້າຮ່ວມມີ: ກໍາມະການປະຈໍາພັກ, ກໍາມະການພັກ, ເລຂາ, ຮອງເລຂາໜ່ວຍພັກ, ຫົວໜ້າກົມ, ຮອງຫົວໜ້າກົມ, ຫົວໜ້າພະແນກ, ຮອງຫົວໜ້າພະແນກ ພ້ອມດ້ວຍພະນັກງານວິຊາການເຂົ້າຮ່ວມຢ່າງພ້ອມພຽງ.

ໃນພິທີ ທ່ານ ອານົງສັກ ອິນທະວົງ ກໍາມະການພັກ ຫົວໜ້າກົມຈັດຕັ້ງ-ພະນັກງານ ໄດ້ຂຶ້ນຜ່ານບົດສະຫຼຸບຕີລາຄາການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈໍາປີ 2023 ແລະ ທິດທາງແຜນການໆກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈໍາປີ 2024 ຊຶ່ງທ່ານໄດ້ຍົກໃຫ້ເຫັນຜົນງານດ້ານດີ, ດ້ານອ່ອນ-ຂໍ້ຄົງຄ້າງ ແລະ ບົດຮຽນທີ່ຖອດຖອນໄດ້ ຕະຫຼອດໄລຍະ 1 ປີທີ່ຜ່ານມາ. ສຳລັບປີ 2023 ມີໜ່ວຍພັກໄດ້ຮັບນາມມະຍົດເປັນໜ່ວຍພັກປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນຈຳນວນ 5 ໜ່ວຍ ຫຼັງຈາກນັ້ນກໍໄດ້ສະຫຼຸບຕິລາຄາດ້ານດີ, ດ້ານອ່ອນພ້ອມທັງຍ້ອງຍໍ ພະນັກນັກງານ-ລັດຖະກອນຂອງ ຄອສພ ປະຈຳປີ 2023 ຈຳນວນ 188 ທ່ານ ຍິງ 96 ທ່ານ. ໃນນັ້ນພະນັກງານທີ່ບໍ່ໄດ້ຮັບການຍ້ອງຍໍ 21 ທ່ານ ຍິງ 7 ທ່ານ (ເຫດຜົນຍ້ອນໄປສຶກສາຕໍ່ຢູ່ພາຍໃນ ແລະ ຕ່າງປະເທດ). ສຳ​ລັບ​ພະ​ນັກ​ງານ-ລັດ​ຖະ​ກອນ​ທີ່​ໄດ້​ຮັບ​ການ​ຍ້ອງ​ຍໍ ຄັ້ງ​ນີ້ ປະເພດ 1 ມີຈໍານວນ 104 ທ່ານ ຍິງ 51 ທ່ານ; ປະເພດ 2 ມີຈໍານວນ 82 ທ່ານ ຍິງ 44 ທ່ານ ແລະ ປະເພດ 3 ມີຈໍານວນ 2 ທ່ານ ຍິງ  1 ທ່ານ.

ໂອກາດດັ່ງກ່າວ, ສະຫາຍ ຄໍາພັນ ເຜີຍຍະວົງ ເລຂາທິການສູນກາງພັກ, ເລຂາຄະນະພັກ, ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກໄດ້ໃຫ້ກຽດມອບໃບຢັ້ງຢືນໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ໃຫ້ຈໍານວນ 5 ໜ່ວຍພັກ; ສະຫາຍ ລາວປາວຊົ່ງ ນະວົງໄຊ ກຳມະການສູນກາງພັກ, ຮອງເລຂາຄະນະພັກ, ຮອງຫົວໜ້າ ຄອສພ ໄດ້ໃຫ້ກຽດມອບໃບຍ້ອງຍໍປະເພດທີ 1, ສະຫາຍ ນ. ວິລະວອນ ພັນທະວົງ ຄະນະປະຈຳພັກ, ຮອງຫົວໜ້າ ຄອສພ ໃຫ້ກຽດມອບ ຍ້ອງຍໍປະເພດ 2.

ໃນຕອນທ້າຍພິທີ ສະຫາຍ ຄໍາພັນ ເຜີຍຍະວົງ ເລຂາທິການສູນກາງພັກ, ເລຂາຄະນະພັກ, ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ໄດ້ໃຫ້ກຽດໂອ້ລົມຕໍ່ທີ່ປະຊຸມ ຊຶ່ງກ່ອນອື່ນສະຫາຍໄດ້ສະແດງຄວາມຍ້ອງຍໍ,ຊົມເຊີຍຕໍ່ຜົນງານທີ່ພະນັກງານ-ລັດຖະກອນທົ່ວ ຄອສພ ຍາດມາໄດ້ ແລະ ເພື່ອເຮັດໃຫ້ການເຄື່ອນໄຫວປະຕິບັດວຽກງານຂອງແຕ່ລະກົມນັບມື້ດີຂຶ້ນ ໃນຕໍ່ໜ້າ ແຕ່ລະໜ່ວຍພັກຕ້ອງສືບຕໍ່ສ້າງໜ່ວຍພັກປອດໃສເຂັ້ມແຂງໜັກແໜ້ນຂອງຕົນໃຫ້ມີຄຸນນະພາບສູງຂຶ້ນກວ່າເກົ່າ, ຍົກສູງປະສິດທິພາບຂອງໜ້າທີ່ວຽກງານທີ່ຕົນຮັບຜິດຊອບໃຫ້ສູງ, ເພີ່ມທະວີຄວາມສາມັກຄີພາຍໃນໃຫ້ແໜ້ນແຟ້ນ ເພື່ອເປັນກຳລັງແຮງໃນການຈັດຕັ້ງປະຕິບັດໜ້າທີ່ວຽກງານຫັນໄປສູ່ຄຸນນະພາບໃໝ່, ສືບຕໍ່ພົວພັນວຽກງານກັບກົມຕ່າງໆຢ່າງກົມກຽວ, ຍົກສູງຄວາມຮູ້, ຄວາມສາມາດໃຫ້ສູງຂຶ້ນ ໂດຍສະເພາະ ເອົາໃຈໃສ່ຄົ້ນຄວ້າ ຮ່ຳຮຽນຍົກລະດັບດ້ານພາສາຕ່າງປະເທດໃຫ້ມີຄວາມພ້ອມຕໍ່ໜ້າທີ່ວຽກງານ ແລະ ໃນສະພາບເສດຖະກິດທີ່ມີຄວາມຫຍຸ້ງຍາກ ໃນປັດຈຸບັນຮຽກຮ້ອງໃຫ້ພະນັກງານລັດຖະກອນ ພະຍາຍາມຄົ້ນຄວ້າຊອກຫາວິທີແກ້ໄຂຊີວິດການເປັນຢູ່ຂອງຕົນຕາມເງື່ອນໄຂ ແລະ ຄວາມສາມາດຕົວຈິງ, ຕັ້ງໜ້າຍົກລະດັບຄວາມຮູ້, ຄວາມສາມາດໃຫ້ສູງຂຶ້ນກາຍເປັນຜູ້ຊ່ຽວຊານສະເພາະດ້ານ ເພື່ອພັດທະນາຕົນເອງ ແລະ ການຈັດຕັ້ງກ້າວຂຶ້ນຢ່າງບໍ່ຢຸດຢັ້ງ.