ກົມຂໍ້ມູນຂ່າວສານ ແລະ ຝຶກອົບຮົມ ຄະນະໂຄສະນາອົບຮົມສູນກາງພັກ ສົມທົບກັບ ຄະນະໂຄສະນາອົບຮົມແຂວງວຽງຈັນ ຈັດຝຶກອົບຮົມ ວຽກງານໄອທີ.

ກົມຂໍ້ມູນຂ່າວສານ ແລະ ຝຶກອົບຮົມ ຄະນະໂຄສະນາອົບຮົມສູນກາງພັກ ສົມທົບກັບ ຄະນະໂຄສະນາອົບຮົມແຂວງວຽງຈັນ ຈັດຝຶກອົບຮົມ ວຽກງານໄອທີ.
    ໃນວັນທີ 29-30 ເມສາ 202​4 ກົມຂໍ້ມູນຂ່າວສານ ແລະ ຝຶກອົບຮົມ ຄະນະໂຄສະນາອົບຮົມສູນກາງພັກ ສົມທົບ ກັບຄະນະໂຄສະນາອົບຮົມແຂວງວຽງຈັນ ໄດ້ຈັດຝຶກອົບຮົມວຽກງານໄອທີ ໃຫ້ແກ່ພະນັກງານຄະນະໂຄສະນາອົບຮົມແຂວງ ແລະ ເມືອງ ພາຍໃຕ້ການເປັນປະທານຮ່ວມ ແລະ ກ່າວເປີດຊຸດຝຶກອົບຮົມຂອງ ທ່ານ ສີທົນ ແສງພະຈັນ ກຳມະການພັກແຂວງ ຫົວໜ້າ​ຄະ​ນະ​ໂຄ​ສະ​ນາ​ອົບ​ຮົມ​ແຂວງວຽງຈັນ, ທ່ານ ວັນຕຸລາ ຣັກນຸດ  ກຳມະການພັກ, ຫົວຫນ້າກົມຂໍ້ມູນຂ່າວສານ ແລະ ຝຶກອົບຮົມ ຄະນະໂຄສະນາອົບຮົມສູນກາງພັກ., ມີນັກສໍາມະນາກອນຈາກຄະນະໂຄສະນາອົບຮົມແຂວງ, ຄະນະກວດກາແຂວງແລະ ເມືອງເຂົ້າຮ່ວມ ທັງໝົດ 20 ທ່ານ,ຍິງ 11 ທ່ານ.

   ໃນພິທີ ທ່ານ ສີທົນ ແສງພະຈັນ ກຳມະການພັກແຂວງ ຫົວໜ້າ​ຄະ​ນະ​ໂຄ​ສະ​ນາ​ອົບ​ຮົມ​ແຂວງວຽງຈັນ ໄດ້ກ່າວພິທີເປີດຝຶກອົບຮົມ​ໃນຄັ້ງນີ້ຢ່າງເປັນທາງການ ພ້ອມທັງຍົກໃຫ້ເຫັນຄວາມໝາຍຄວາມສຳຄັນໃນການຝຶກອົບຮົມ ແນ່ໃສ່ເພື່ອຍົກລະດັບຄວາມຮູ້ ຄວາມສາມາດໃຫ້ແກ່ພະນັກງານທີ່ເຮັດວຽກງານໂຄສະນາອົບຮົມ ໂດຍສະເພາະແມ່ນການນໍາໃຊ້ເຄື່ອງມືເຕັກໂນໂລຊີທີ່ທັນສະໄໝ ເຂົ້າໃນວຽກງານໂຄສະນາ ເພື່ອສ້າງບາດກ້າວຫັນປ່ຽນໃໝ່ຂອງວຽກງານການເມືອງ-ແນວຄິດ ຕາມທິດຍົກສູງຄຸນນະພາບ ແລະ ຫັນເປັນທັນສະໄໝເທື່ອລະກ້າວ ທັງເປັນການຍົກລະດັບຄວາມຮູ້ ຄວາມສາມາດທາງດ້ານວຽກງານໄອທີ ໃຫ້ແກ່ພະນັກງານໂຄສະນາອົບຮົມແຂວງ, ເມືອງ ໃຫ້ເຂົ້າໃຈເລິກເຊິ່ງເຖິງບົດບາດຂອງເຕັກໂນໂລຊີຂໍ້ມູນຂ່າວສານ, ການນໍາໃຊ້ລະບົບຄອມພິວເຕີ ແລະ ເຄື່ອງມືເອເລັກໂຕຣນິກເຂົ້າໃນການເຮັດວຽກງານວິຊາສະເພາະ ໃຫ້ມີຄວາມສະດວກ,ວ່ອງໄວ ສາມາດຕອບສະໜອງຕາມຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ວຽກງານໃນໄລຍະໃໝ່ ທັງສ້າງການຫັນປ່ຽນໃໝ່ໃນວຽກງານການເມືອງ-ແນວຄິດໃນຍຸກ 4.0;ເນື້ອໃນການຝຶກອົບຮົມປະກອບມີ 3 ບົດຄື:
1. ຄວາມຮູ້ພື້ນຖານຂອງອຸປະກອນຄອມພິວເຕີ (Hardware)
2. ການຕິດຕັ້ງ Windows ແລະ ລົງໂປຣແກຣມຕ່າງໆ
3. ວິທີການບໍາລຸງຮັກສາຄອມພິວເຕີ
4. ວຽກງານສື່ເອເລັກໂຕຼນິກ
 
   ທ້າຍພິທີ ປະທານ ຍັງໄດ້ເນັ້ນໜັກໃຫ້ນັກສໍາມະກອນທັງໝົດ ຈົ່ງພ້ອມກັນເອົາໃຈໃສ່ຄົ້ນຄວ້າ, ແລກປ່ຽນບົດຮຽນ, ເກັບກ່ຽວເອົາຄວາມຮູ້ໃນການເຂົ້າຮ່ວມຝຶກອົບຮົມຄັ້ງນີ້ໄປໝູນໃຊ້ເຂົ້າໃນການປະຕິບັດໜ້າທີ່ວຽກງານວິຊາສະເພາະຕົວຈິງ ແລະ ພັດທະນາວຽກງານການໂຄສະນາ ໃຫ້ສົມຄູ່ກັບ ໜ້າທີ່ການເມືອງໃນແຕ່ລະໄລຍະໃຫ້ມີຜົນສໍາເລັດໃໝ່ ໃຫຍ່ຫຼວງກວ່າເກົ່າ.
   ຊຸດຝຶກອົບຮົມ ໄດ້ດໍາເນີນເປັນໄລຍະເວລາ 2 ວັນ ແລະ ໃນໂອກາດດັ່ງກ່າວໃຫ້ກຽດມອບໃບຢັ້ງຢືນ ໂດຍທ່ານ ວັນຕຸລາ ຣັກນຸດ  ກຳມະການພັກ, ຫົວຫນ້າກົມຂໍ້ມູນຂ່າວສານ ແລະ ຝຶກອົບຮົມ ຄະນະໂຄສະນາອົບຮົມສູນກາງພັກ.