ກອງປະຊຸມລະດົມຄວາມຄິດເຫັນໃສ່ເນື້ອໃນໂຄງການ ການເມືອງຂອງພັກປະຊາຊົນປະຕິວັດລາວ

ກອງປະຊຸມລະດົມຄວາມຄິດເຫັນໃສ່ເນື້ອໃນໂຄງການ ການເມືອງຂອງພັກປະຊາຊົນປະຕິວັດລາວ

    ໃນຕອນເຊົ້າວັນ 21 ພຶດສະພາ 2024 ຢູ່ທີ່ຄະນະໂຄສະນາອົບຮົມສູນກາງພັກໄດ້ຈັດກອງປະຊຸມລະດົມຄວາມຄິດເຫັນໃສ່ເນື້ອໃນໂຄງການ ການເມືອງຂອງພັກປະຊາຊົນປະຕິວັດລາວ ໂດຍການເປັນປະທານ ຂອງສະຫາຍ ສຈ ປອ ກິແກ້ວ ໄຂຄຳພິທູນ ກຳມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ ເຂົ້າຮ່ວມມີ: ສະຫາຍ ຄຳພັນ ເຜີຍຍະວົງ ເລຂາທິການສູນກາງພັກ, ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ປະທານສະພາທິດສະດີສູນກາງພັກ ເຂົ້າຮ່ວມມີ: ອະດິດການນຳຂັ້ນສູງພັກ-ລັດ ແລະ ບັນດາເລຂາ-ຮອງເລຂາ, ກະຊວງ-ອົງການອ້ອມຂ້າງສູນກາງ.

ໃນພິທີ ສະຫາຍ ສຈ ປອ ກິແກ້ວ ໄຂຄຳພິທູນ ກຳມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີໄດ້ໃຫ້ກຽດກ່າວຈຸດປະສົງພ້ອມທັງກ່າວເປີດກອງປະຊຸມທີ່ມີຄວາມໝາຍຄວາມສຳຄັນ ເພາະວ່າເປັນການຄົ້ນຄວ້າປະກອບສ່ວນຄຳຄິດຄຳເຫັນໃສ່ບັນດາເນື້ອໃນຕ່າງໆໂຄງຂອງໂຄງການການເມືອງທາງທິດສະດີ ແລະ ສະຫຼຸບພຶດຕິກຳໃນການປັບປຸງ, ກໍ່ສ້າງພັກເຮົາໃຫ້ເຂັ້ມແຂງທັງເປັນບ່ອນອີງທາງດ້ານທິດສະດີວິທະຍາສາດ ແລະ ພຶດຕິກຳໃຫ້ແກ່ການກຳນົດທັດສະນະ, ແນວທາງ, ແຜນນະໂຍບາຍຂອງພັກເຮົາໃນເງື່ອນໄຂໃໝ່ ແລະ ເປັນພື້ນຖານໃຫ້ແກ່ການຮ່າງໂຄງການການເມືອງຂອງພັກເຮົາ ແຕ່ນີ້ຮອດປີ 2055 ເຊິ່ງຈະນຳສະເໜີຮັບຮອງເອົາໃນກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ.

ຫຼັງຈາກນັ້ນສະຫາຍ ຄຳພັນ ເຜີຍຍະວົງ ເລຂາທິການສູນກາງພັກ, ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ປະທານສະພາທິດສະດີສູນກາງພັກ ຜ່ານບົດລາຍງານໂດຍສັງເຂບກ່ຽວກັບໂຄງການການເມືອງດັ່ງກ່າວໂດຍຍົກ​ໃຫ້​ເຫັນພື້ນ​ຖານທາງດ້ານ​ທິດ​ສະ​ດີ ແລະ​ ພຶດ​ຕິ​ກຳຂອງພັກປະຊາຊົນປະຕິວັດລາວ​ກ່ຽວ​ກັບ​ການ​ສ້າງ​ບັນ​ດາ​ປັດ​ໄຈ​ເພື່ອ​ກ້າວ​ເດີນ​ສູ່​ຈຸດ​ໝາຍ​ສັງ​ຄົມ​ນິ​ຍົມ​; ຂະ​ບວນ​ວິ​ວັດ​ແຫ່ງ​ການ​ກຳ​ເນີດ ແລະ​ສ້າງ​ບັນ​ດາ​ປັດ​ໄຈ ເພື່ອ​ກ້າວ​ເດີນ​ສູ່​ຈຸດ​ໝາຍ​ສັງ​ຄົມ​ນິ​ຍົມ.

ພ້ອມ​ດຽວ​ກັນ​ນັ້ນ, ປະທານກອງປະຊຸມໄດ້ມີຄໍາຖາມເຈາະຈີ້ມໃນ 5 ບັນດາບັນຫາທີ່ຍັງບໍ່ທັນຈະ​ແຈ້ງ ເພື່ອໃຫ້ຜູ້ເຂົ້າຮ່ວມກອງປະຊຸມໄດ້ປະກອບຄວາມຄິດເຫັນໃສ່ເນື້ອໃນໂຄງການ ການເມືອງຂອງພັກໃຫ້ຄົບຖ້ວນ, ພ້ອມທັງໄດ້ຊີ້ນຳການປະກອບຄຳເຫັນໃຫ້ມີລັກສະນະວິທະຍາສາດເພື່ອຮັບໃຊ້ໃຫ້ແກ່ການປັບປຸງເນື້ອໃນໃຫ້ມີເນື້ອໃນອຸດົມສົມບູນ ແລະ ສອດຄ່ອງກັບສະພາບຄວາມເປັນຈິງໃນປັດຈຸບັນ.