ກົມຂໍ້ມູນຂ່າວສານ ແລະ ຝຶກອົບຮົມ ຄະນະໂຄສະນາອົບຮົມສູນກາງພັກ ມອບປຶ້ມໃຫ້ສູນຝຶກອົບຮົມ ແລະ ຂໍ້ມູນຂ່າວສານ ສະພາແຫ່ງຊາດ.

ກົມຂໍ້ມູນຂ່າວສານ ແລະ ຝຶກອົບຮົມ ຄະນະໂຄສະນາອົບຮົມສູນກາງພັກ ມອບປຶ້ມໃຫ້ສູນຝຶກອົບຮົມ ແລະ ຂໍ້ມູນຂ່າວສານ ສະພາແຫ່ງຊາດ.

ໃນຕອນເຊົ້າຂອງວັນທີ 5 ກໍລະກົດ 2024 ທີ່ສະພາແຫ່ງຊາດ, ທ່ານ ພູວັັນ ສຸວັນ ຮອງຫົວໜ້າກົມຂໍ້ມູນຂ່າວສານ ແລະ ຝຶກອົບຮົມ, ຄະນະໂຄສະນາອົບຮົມສູນກາງພັກ, ພະນັກງານພາຍໃນພະແນກສຳເນົາ ແລະ ຫ້ອງສະໝຸດ ຄະນະໂຄສະນາອົບຮົມສູນກາງພັກ ພ້ອມດ້ວຍຜູ້ຕາງໜ້າຈາກຫ້ອງການ ຄອສພ ​ ໄດ້ນໍາເອົາປຶ້ມຈຳນວນ 30 ຫົວເລື່ອງ ມີ 89ຫົວ ລວມມູນຄ່າ 3.082.000ກີບ ໄປມອບໃຫ້ຫ້ອງສະໝຸດ ສູນຝຶກອົບຮົມ ແລະ ຂໍ້ມູນຂ່າວສານ ຂອງສະພາແຫ່ງຊາດ.

ຕາງໜ້າມອບປຶ້ມໃນຄັ້ງນີ້ແມ່ນ ທ່ານ ພູວັັນ ສຸວັນ ຮອງຫົວໜ້າກົມຂໍ້ມູນຂ່າວສານ ແລະ ຝຶກອົບຮົມ, ຄະນະໂຄສະນາອົບຮົມສູນກາງພັກ ແລະ ຕາງໜ້າຮັບໂດຍ ທ່ານ ນ. ແສງທະວີໄຊ ໄຊຍະວຶດ, ຮອງຫົວໜ້າສູນຝຶກອົບຮົມ ແລະ ຂໍ້ມູນຂ່າວສານ, ສະພາແຫ່ງຊາດ ເຊີ່ງປຶ້ມທີ່ນຳໄປມອບໃນຄັ້ງນີ້ເປັນປຶ້ມທີ່ຈັດພິມໂດຍຄະນະໂຄສະນາອົບຮົມສູນກາງພັກ ເຊີ່ງມີຂໍ້ມູນໃຫ້ສຶກສາຄົ້ນຄວ້າຫຼາຍຫົວຂໍ້ ໂດຍສະເພາະແມ່ນກ່ຽວພັນກັບວຽກງານການເມືອງແນວຄິດ, ພ້ອມກັນນັ້ນຜູ້ຮັບຜິດຊອບວຽກງານຫ້ອງສະໝຸດທັງສອງຝ່າຍຍັງໄດ້ແລກປ່ຽນບົດຮຽນເຊີ່ງກັນ ແລະ ກັນ ດ້ວຍບັນຍາກາດທີ່ເປັນກັນເອງເຊີ່ງໃນຕໍ່ໜ້າອາດຈະມີການແລກປ່ຽນ ແລະ ຮ່ວມມືກັນໃຫ້ຫຼາຍຂື້ນ.

ໃນໂອກາດດັ່ງກ່າວ, ນ. ແສງທະວີໄຊ ໄຊຍະວຶດ, ສູນຝຶກອົບຮົມ ແລະ ຂໍ້ມູນຂ່າວສານ, ສະພາແຫ່ງຊາດກໍໄດ້ກ່າວສະແດງຄວາມຊົມເຊີຍ ແລະ ຂອບໃຈເປັນຢ່າງສູງ ຕໍ່ຄະນະພັກ, ຄະນະນຳຄະນະໂຄສະນາອົບຮົມສູນກາງພັກທີ່ໄດ້ນໍາເອົາປຶ້ມທີ່ມີປະໂຫຍດດັ່ງກ່າວມາມອບໃຫ້ຫ້ອງສະໝຸດ ສູນຝຶກອົບຮົມ ແລະ ຂໍ້ມູນຂ່າວສານ ເພື່ອໃຫ້ພະນັກງານທົ່ວ ສະພາແຫ່ງຊາດ ເວົ້າລວມ, ເວົ້າສະເພາະຖັນແຖວພະນັກງານນັກຄົ້ນຄວ້າ-ຂີດຂຽນ ໄດ້ມີຂໍ້ມູນດີໆ ໄວ້ສຶກສາຄົ້ນຄວ້າ.