ພະແນກເຕັກໂນໂລຊີຂໍ້ມູນຂ່າວສານ ກົມຂໍ້ມູນຂ່າວສານ ແລະ ຝຶກອົບຮົມປຶກສາຫາລື ແລະ ຜ່ານແຜນດຳເນີນວຽກງານປະຈຳປີ 2025
ພະແນກເຕັກໂນໂລຊີຂໍ້ມູນຂ່າວສານ ກົມຂໍ້ມູນຂ່າວສານ ແລະ ຝຶກອົບຮົມປຶກສາຫາລື ແລະ ຜ່ານແຜນດຳເນີນວຽກງານປະຈຳປີ 2025 ໃນຕອນເຊົ້າວັນທີ 07 ມັງກອນ 2025 ທີ່ຫ້ອງປະຊຸມທາງໄກຊັ້ນ 4 ພະແນກເຕັກໂນໂລຊີຂໍ້ມູນຂ່າວສານ ກົມຂໍ້ມູນຂ່າວສານ ແລະ ຝຶກອົບຮົມໄດ້ປຶກສາຫາລື ແລະ ຜ່ານແຜນດຳເນີນວຽກງານປະຈຳປີ 2025 ເຂົ້າຮ່ວມ ແລະ ໃຫ້ກຽດເປັນປະທານ ທ່ານ ວັນຕຸລາ ຣັກນຸດ ກຳມະການຄະນະພັກ, ຫົວໜ້າກົມຂໍ້ມູນຂ່າວສານ ແລະ ຝຶກອົບຮົມ ພ້ອມດ້ວຍພະນັກງານພາຍໃນພະແນກ. ໃນພິທີ ທ່ານ ກົງເພັດ ສີອຸດົມ ຮອງຫົວໜ້າພະແນກ ໄດ້ສະຫຼຸບສັງລວມຜົນສຳເລັດ, ຂໍ້ຄົງຄ້າງ ແລະ ວິທີແກ້ໄຂວຽກງານຂອງພະແນກປະຈຳປີ2024 ແລະ ແຈ້ງແຜນດຳເນີນງານປະຈຳປີ 2025 ໂດຍຕິດພັນກັບການຕິດຕາມ, ຄຸ້ມຄອງ ແລະ ພັດທະນາລະບົບເວັບໄຊຢູ່ສູນກາງ ແລະ ທ້ອງຖິ່ນ; ແຜນການສະໜອງຂໍ້ມູນຂ່າວສານ ແລະ ເອກະສານຕ່າງໆ, ໃນໂອກາດສະເຫຼີມສະຫຼອງ 3 ວັນປະຫວັດສາດພັກຂອງຊາດ; […]