ກອງປະຊຸມວຽກງານໂຄສະນາອົບຮົມ ທົ່ວປະເທດປະຈຳປີ 2024.
ກອງປະຊຸມວຽກງານໂຄສະນາອົບຮົມທົ່ວປະເທດ ປະຈໍາປີ 2024 ໄດ້ຈັດຂື້ນໃນວັນທີ 23 ມັງກອນ 2024 ທີ່ຫ້ອງປະຊຸມໃຫຍ່ ຄອສພ ໂດຍການເປັນປະທານຂອງ ສະຫາຍ ຄຳພັນ ເຜີຍຍະວົງ ເລຂາທິການສູນກາງພັກ, ເລຂາຄະນະພັກ, ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ເຂົ້າຮ່ວມມີ: ຮອງຫົວໜ້າ ຄອສພ, ບັນດາຄະນະປະຈຳພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມນະຄອນຫຼວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງ ໃນຂອບເຂດທົ່ວປະເທດ, ຄະນະພັກກະຊວງ-ອົງການຂອງພັກ-ລັດ, ແນວລາວສ້າງຊາດ ແລະ ອົງການຈັດຕັ້ງມະຫາຊົນອ້ອມຂ້າງສູນກາງ ແລະ ຫົວໜ້າກົມ, ຮອງກົມ, ຫົວໜ້າພະແນກ, ຮອງພະແນກ ພາຍໃນຄະນະໂຄສະນາອົບຮົມຂັ້ນສູນກາງ ກໍໄດ້ເຂົ້າຮ່ວມຢ່າງພ້ອມພຽງ.
ໃນກອງປະຊຸມ ສະຫາຍ ລາວປາວຊົ່ງ ນະວົງໄຊ ກຳມະການສູນກາງພັກ, ຮອງເລຂາຄະນະພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ໄດ້ຜ່ານບົດສະຫຼຸບຕີລາຄາການເຄື່ອນໄຫວວຽກງານໂຄສະນາອົບຮົມປະຈຳປີ 2024 ແລະ ທິດທາງເຄື່ອນໄຫວປີ 2025.
ພ້ອມນັ້ນ ສະຫາຍ ນ. ວິລະວອນ ພັນທະວົງ ຄະນະປະຈຳພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກຍັງໄດ້ຜ່ານບົດສ້າງຈິດໃຈເອກະລາດເປັນເຈົ້າຕົນເອງວຽກງານໂຄສະນາອົບຮົມໃນໄລຍະໃໝ່. ເພື່ອກຳນົດທິດທາງໜ້າທີ່ຈຸດສຸມວຽກງານໂຄສະນາອົບຮົມ ໃນປີ 2025 ໃຫ້ມີເນື້ອໃນເລິກເຊິ່ງ, ແທດຕົວຈິງ ແລະ ສາມາດປະຕິບັດໄດ້ ແລະ ໄດ້ຮັບຟັງ ການປະກອບຄຳເຫັນຂອງບັນດາກະຊວງ-ອົງການ ແລະ ຄະນະໂຄສະນາອົບຮົມແຂວງໃນຫົວຂໍ້ຕ່າງໆ ແລະ ການປະກອບຄວາມເຫັນຕໍ່ບົດສະຫຼຸບຕີລາຄາການຈັດຕັ້ງປະຕິບັດ ວຽກງານໂຄສະນາອົບຮົມໃນໄລຍະຜ່ານມາ ແລະ ບົດສ້າງຈິດໃຈເອກະລາດເປັນເຈົ້າຕົນເອງວຽກງານໂຄສະນາອົບຮົມໃນໄລຍະໃໝ່ຈາກຜູ້ແທນເຂົ້າຮ່ວມກອງປະຊຸມຢ່າງກົງໄປກົງມາ. ກອງປະຊຸມຈະໄດ້ດຳເນີນເປັນເວລາ 2 ວັນຈຶ່ງຈະສຳເລັດ.