ພິທີເປີດຊຸດຝຶກອົບຮົມການພັດທະນາອົງກອນໂດຍການນຳໃຊ້ເຕັກໂນໂລຊີຢ່າງປະດິດສ້າງເຂົ້າໃນການເຄື່ອນໄຫວວຽກງານໃນໄລຍະໃໝ່ໃຫ້ແກ່ພະນັກງານ ຄອສພ
ກົມຂໍ້ມູນຂ່າວສານ ແລະ ຝຶກອົບຮົມເປີດຊຸດຝຶກອົບຮົມການພັດທະນາອົງກອນໂດຍການນຳໃຊ້ເຕັກໂນໂລຊີຢ່າງປະດິດສ້າງເຂົ້າໃນການເຄື່ອນໄຫວວຽກງານໃນໄລຍະໃໝ່ໃຫ້ແກ່ພະນັກງານ ຄອສພ ໃນລະຫວ່າງວັນທີ 17/02-24/02/2025. ໃຫ້ກຽດເປັນປະທານຮ່ວມ ແລະ ກ່າວເປີດພິທີໂດຍ ທ່ານ ນ. ວິລະວອນ ພັນທະວົງ ຄະນະປະຈຳພັກ, ຮອງຫົວໜ້າຄອສພ ຜູ້ຊີ້ນຳກົມຂໍ້ມູນຂ່າວສານ ແລະ ຝຶກອົບຮົມ, ທ່ານ ວັນຕຸລາ ຣັກນຸດ ກຳມະການພັກ, ຫົວໜ້າກົມຂໍ້ມູນຂ່າວສານ ແລະ ຝຶກອົບຮົມ ເຂົ້າຮ່ວມມີ: ຄະນະຮັບຜິດຊອບຝຶກອົບຮົມ ແລະ ພະນັກງານວິຊາການຈາກບັນດາກົມອ້ອມຂ້າງຄະນະໂຄສະນາອົບຮົມສູນກາງພັກ.
ຈຸດປະສົງໃນການເປີດຊຸດອົບຮົມຄັ້ງນີ້ ແມ່ນເພື່ອຍົກລະດັບຄວາມຮູ້, ຄວາມສາມາດໃຫ້ພະນັກງານວິຊາການພາຍໃນ ຄອສພ ກ່ຽວກັບວຽກງານຂໍ້ມູນຂ່າວສານໃຫ້ນັບມື້ນັບສູງ, ເອກະສານທີ່ນຳມາຝຶກອົບຮົມໃນຄັ້ງນີ້ປະກອບມີ 10 ບົດຄື:
- ຄວາມໝາຍຂອງ Internet ແລະ ວິທີການນຳໃຊ້
- ວິທີແຈກສັນຍານ Wifi ຈາກ Computer
- ວິທີການນຳໃຊ້ USB
- ການໜູນໃຊ້ E-mail, Google rens, Google form
- ວິທີການນຳໃຊ້ Printer
- ການນຳໃຊ້ຈໍຄອມພິວເຕີ 2 ໜ່ວຍ
- ການນຳໃຊຄອມພິວເຕີ Computer ເວລາຂຶ້ນຫ້ອງສອນ
- ການນຳໃຊ້ Projector
- ການນຳໃຊ້ Pointer
- ການນຳໃຊ້ Smart phone
ໃນພິທີເປີດຊຸດຝຶກອົບຮົມຄັ້ງນີ້ ປະທານໄດ້ມີຄຳເຫັນໂອ້ລົມເຊິ່ງຍົກໃຫ້ເຫັນສະພາບລວມຂອງສາກົນ ແລະ ພາຍໃນປະເທດໃນການນຳໃຊ້ເຕັກໂນໂລຊີທີ່ທັນສະໄໝເຂົ້າໃນໜ້າທີ່ວຽກງານ ຕາມທິດຫັນເປັນສະໄໝ. ນອກນັ້ນ ທ່ານໄດ້ເນັ້ນໃຫ້ພະນັກງານ-ລັດຖະກອນທັງໝົດ ຈົ່ງຕັ້ງໜ້າເອົາໃຈໃສ່ຮຽນຮູ້ສິ່ງໃໝ່ໆ ເພື່ອໝູນໃຊ້ເຂົ້າໃນການເຮັດວຽກຢ່າງປະດິດສ້າງ ແລະ ນຳເອົາຄວາມຮູ້ ແລະ ບົດຮຽນໄປໜູນໃຊ້ເຂົ້າໃນວຽກງານວິຊາສະເພາະຂອງຕົນໃຫ້ເກີດປະສິດທິຜົນສູງສຸດ. ຊຸດຝຶກອົບຮົມຄັ້ງນີ້ຈະໄດ້ດຳເນີນໄປເປັນເວລາ 6 ວັນຈື່ງປິດລົງ.