ເປີດຊຸດອົບຮົມຄວາມຮູ້ພື້ນຖານດ້ານການເມືອງ-ການປົກຄອງໃຫ້ເລຂາໜ່ວຍພັກ, ນາຍບ້ານ, ຮອງນາຍບ້ານ
ກົມອົບຮົມ ຄະນະໂຄສະນາອົບຮົມສູນກາງພັກ ຮ່ວມກັບຄະນະໂຄສະນາອົບຮົມແຂວງ ຫົວພັນ ແລະ ອົງການປົກຄອງເມືອງ ເມືອງກວັນ ໄດ້ເປີດຊຸດອົບຮົມຄວາມຮູ້ພື້ນຖານດ້ານການເມືອງ-ການປົກຄອງ, ສ້າງບ້ານພັດທະນາ ແລະ ອົບຮົມປະຊາຊົນລຽບຕາມຊາຍແດນ ຢູ່ບ້ານປຸງກາ ໃຫ້ເລຂາໜ່ວຍພັກ, ນາຍບ້ານ, ຮອງນາຍບ້ານ ແລະ ຫົວໜ້າໜ່ວຍງານ ທີ່ມາຈາກ 5 ບ້ານ ຂອງກຸ່ມບ້ານຜາແດງ, ພະນັກງານຫຼັກແຫຼ່ງລົງກໍ່ສ້າງຮາກຖານເມືອງ ຢູ່ບ້ານປຸງກາ ຂອງກຸ່ມຜາແດງ ມີຜູ້ເຂົ້າຮ່ວມທັງໝົດ 36 ຄົນ, ໂດຍການເປັນປະທານຮ່ວມຂອງຫາຍ ໄມແປ້ນ ພອນທະລາ ຮອງເລຂາພັກເມືອງ, ສະຫາຍ ລີຈາວ ໄຊເຍ່ຍຊ່າງ ຮອງຫົວໜ້າກົມອົບຮົມ ຄະນະໂຄສະນາອົບຮົມສູນກາງພັກ ແລະ ສະຫາຍ ສຸກເສີມ ຢາງຈາງ ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ.
ຈຸດປະສົງຂອງການຈັດຝຶກອົບຮົມໃນຄັ້ງນີ້ເພື່ອຍົກລະດັບຄວາມຮູ້ພື້ນຖານດ້ານການເມືອງ-ການປົກຄອງ ແລະ ການສ້າງບ້ານພັດທະນາໃຫ້ແກ່ຖັນແຖວສະມາຊິກພັກ, ພະນັກງານຫຼັກແຫຼ່ງນຳພາ ແລະ ປະຊາຊົນຢູ່ຮາກຖານບ້ານໃຫ້ມີຄວາມຮັບຮູ້-ເຂົ້າໃຈ ຕໍ່ແນວທາງນະໂຍບາຍຂອງພັກ, ແຜນພັດທະນາເສດຖະກິດ-ສັງຄົມ ແລະ ລະບຽບກົດໝາຍຂອງລັດແນ່ໃສ່ເພື່ອສ້າງຄວາມເຂັ້ມແຂງໃຫ້ອົງການປົກຄອງບ້ານ ໂດຍເລີ່ມຈາກການຍົກສູງຄວາມສາມາດນຳພາຂອງໜ່ວຍພັກຂັ້ນບ້ານໃຫ້ມີຄວາມເຂັ້ມແຂງ, ໜັກແໜ້ນເພື່ອຊີ້ນຳ-ນຳພາໃນການສ້າງບ້ານພັດທະນາ, ແກ້ໄຂຄວາມທຸກຍາກດ້ວຍການຜະລິດເປັນສິນຄ້າ ແລະ ເຮັດການບໍລິການສ້າງລາຍໄດ້ເຂົ້າສູ່ຄອບຄົວ ເພື່ອປັບປຸງຊີວິດການເປັນຢູ່ຂອງປະຊາຊົນໃຫ້ນັບມື້ດີຂຶ້ນ. ເພື່ອເຮັດໃຫ້ປະຊາຊົນຢູ່ລຽບຕາມຊາຍແດນ ມີຄວາມຮັບຮູ້-ເຂົ້າໃຈຕໍ່ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ຍົກສູງສະຕິລະວັງຕົວຕໍ່ກົນອຸບາຍຫັນປ່ຽນໂດຍສັນຕິຂອງສັດຕູ, ເປັນເຈົ້າການເຂົ້າຮ່ວມວຽກງານປ້ອງກັນຄວາມສະຫງົບຢູ່ໃນຂອບເຂດບ້ານຂອງຕົນ.
ໃນການຝຶກອົບຮົມໃຊ້ເວລາ 2 ວັນ, ໃນນັ້ນ ນັກສຳມະນາກອນ ໄດ້ເຊື່ອມຊຶມ 2 ເອກະສານສຳຄັນຄື: ເອກະສານອົບຮົມຄວາມຮູ້ພື້ນຖານດ້ານການເມືອງ-ການປົກຄອງ ແລະ ສ້າງບ້ານພັດທະນາ ປະກອບມີ 5 ບົດ ຄື: ຊາດລາວ, ຄົນລາວ ແລະ ມູນເຊື້ອອັນສະຫງ່າລາສີຂອງຄົນລາວ; ລະບົບການເມືອງ ແລະ ການປົກຄອງ ຢູ່ ສປປ ລາວ; ຍົກສູງຄວາມສາມາດນຳພາພັກ ຂອງໜ່ວຍພັກບ້ານ, ສ້າງໜ່ວຍພັກປອດໃສ່, ເຂັ້ມແຂງ, ໜັກແໜ້ນ; ສ້າງບ້ານພັດທະນາ; ການແກ້ໄຂຄວາມທຸກຍາກ ດ້ວຍການຜະລິດເປັນສິນຄ້າ ແລະ ເອກະສານອົບຮົມປະຊາຊົນລຽບຕາມຊາຍແດນ ແລະ ເອກະສານວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ.
ຂ່າວ-ພາບ ສຸກິນດາ