ພິທີປິດຊຸດຝຶກອົບຮົມການພັດທະນາອົງກອນໂດຍການນຳໃຊ້ເຕັກໂນໂລຊີຢ່າງປະດິດສ້າງເຂົ້າໃນການເຄື່ອນໄຫວວຽກງານໃນໄລຍະໃໝ່ໃຫ້ແກ່ພະນັກງານ ຄອສພ
ໃນຕອນເຊົ້າ ວັນທີ 24 ກຸມພາ 2025 ກົມຂໍ້ມູນຂ່າວສານ ແລະ ຝຶກອົບຮົມ ໄດ້ມີພິທີປິດຊຸດຝຶກອົບຮົມວຽກງານໄອທີ ໃຫ້ແກ່ພະນັກງານພາຍໃນຄະນະໂຄສະນາອົບຮົມສູນກາງພັກ ຂຶ້ນທີ່ຫ້ອງອິນເຕີເນັດ ຊັ້ນ 3, ພາຍໃຕ້ການເປັນປະທານຮ່ວມຂອງ ທ່ານ ນ. ວິລະວອນ ພັນທະວົງ ຄະນະປະຈຳພັກ, ຮອງຫົວໜ້າ ຄອສພ, ທ່ານ ວັນຕຸລາ ຣັກນຸດ ກຳມະການພັກ, ຫົວໜ້າກົມຂໍ້ມູນຂ່າວສານ ແລະ ຝຶກອົບຮົມ ເຂົ້າຮ່ວມມີ: ນັກສໍາມະກອນ ຈາກບັນດາກົມພາຍໃນ ຄະນະໂຄສະນາອົບຮົມສູນກາງພັກ ທັງໝົດ 16 ທ່ານ, ນັກວິທະນາກອນ ແລະ ຄະນະຮັບຜິດ ຊອບຊຸດຝຶກອົບຮົມ.
ໃນພິທີ ທ່ານ ນ. ອິດໄຊທອງ ສົມມະນີ ຕາງໜ້າຄະນະຮັບຜິດຊອບ ໄດ້ຂຶ້ນກ່າວລາຍງານໂດຍຫຍໍ້ ກ່ຽວກັບການຈັດຝຶກອົບຮົມຄັ້ງນີ້ ເຊີ່ງໄດ້ສະຫຼຸບຕີລາຄາດ້ານດີ ດ້ານອ່ອນ, ຂໍ້ຄົງຄ້າງ ແລະ ບົດຮຽນທີ່ຖອດຖອນໄດ້, ເພື່ອສືບຕໍ່ປັບປຸງແກ້ໄຂໃນຕໍ່ໜ້າ.
ຫຼັງຈາກນັ້ນ ທ່ານ ວັນຕຸລາ ຣັກນຸດ ກຳມະການພັກ, ຫົວໜ້າກົມຂໍ້ມູນຂ່າວສານ ແລະ ຝຶກອົບຮົມໃຫ້ກຽດມອບໃບຢັ້ງຢືນໃນການຝຶກອົບຮົມວຽກງານໄອທີ ໃຫ້ແກ່ນັກສໍາມະນາກອນ. ຫຼັງຈາກນັ້ນ ທ່ານ ນ.ວິລະວອນ ພັນທະວົງ ຄະນະປະຈຳພັກ, ຮອງຫົວໜ້າ ຄອສພ ໄດ້ໃຫ້ກຽດຂຶ້ນມີຄໍາເຫັນໂອ້ລົມ ແລະ ກ່າວປິດຊຸດຝຶກອົບຮົມ ເຊິ່ງກ່ອນອື່ນທ່ານສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ຜົນສໍາເລັດຂອງບັນຝຶກອົບຮົມຄັ້ງນີ້ ແລະ ການປະກອບສ່ວນຂອງບັນດາອາຈານທີ່ຂຶ້ນຫ້ອງສອນ ແລະ ນັກສໍາມະນາກອນທັງໝົດ ທີ່ໄດ້ໃຫ້ຄວາມສໍາຄັນ ແລະ ເຂົ້າຮ່ວມຊຸດຝຶກອົບຮົມຄັ້ງນີ້ຢ່າງສຸດກົກສຸດປາຍ; ພ້ອມນັ້ນ ທ່ານໄດ້ເນັ້ນໜັກບາງບັນຫາທີ່ສໍາຄັນ ຕໍ່ນັກສໍາມະນາກອນທີ່ເຂົ້າຮ່ວມໃນຊຸດຝຶກອົບຮົມຄັ້ງນີ້ ຈົ່ງພ້ອມກັນນໍາເອົາບົດຮຽນທີ່ໄດ້ທີ່ໄດ້ຝຶກໃນຄັ້ງນີ້ ໄປສືບຕໍ່ຄົ້ນຄວ້າ ແລະ ໝູນໃຊ້ທິດສະດີຕົວຈິງທີ່ໄດ້ຝຶກມານັ້ນ ໄປໜູນໃຊ້ເຂົ້າໃນການປະຕິບັດໜ້າທີ່ວຽກງານຂອງຕົນ ໃຫ້ສາມາດຕອບສະໜອງໄດ້ຕາມຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງໃນໄລຍະໃໝ່ ໃຫ້ມີປະສິດທິພາບ, ປະສິດທິຜົນສູງສຸດ ແລະ ມີບາດກ້າວຫັນປ່ຽນໃຫມ່ຢ່າງຈະແຈ້ງ.